ຈີນ​ຮຽກຮ້ອງ​ໃຫ້​ຟິລິບ​ປິນຮັບປະກັນ​ຄວາມ​ປອດ​ໄພ​ແລະ​ສິດ​ຜົນ​ປະ​ໂຫຍ​ດອັນ​ຊອບ​ດ້ວຍກົດໝາຍ​ຂອງ​ຊາວ​ປະມົງ​ຈີ​ນ

(GMT+08:00) 2011-12-06 16:25:05     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 5 ທັນວາ​ນີ້,  ​ໃນ​ເວລາຕອບ​ຄຳ​ຖາມ​ກ່ຽວ​ກັບ​ລູກ​ເຮືອປະມົງ​ຈີນ​ທີ່​ຖືກຟິລິບ​ປິນກັກ​ຕົວ​ໄວ້​ນັ້ນ, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຮຽກຮ້ອງ​ໃຫ້​ຟິລິບ​ປິນຮັບປະກັນຄວາມ​ປອດ​ໄພ​ແລະ​ສິດ​ຜົນ​ປະ​ໂຫຍ​ດທີ່​ຊອບດ້ວຍ​ກົດໝາຍ​ຂອງ​ຊາວ​ປະມົງ​ຈີ​ນ.

ນັກ​ຂ່າວ​ຖາມ​ວ່າ, ຕາມ​ການ​ລາຍ​ງານ, ຫວ່າງ​ມໍ່ໆ​ມານີ້ ​ເຮືອ​ຫາປາ​ລຳ​ໜຶ່ງ​ຂອງ​ຈີນ​ເຂົ້າ​​ໄປ​ຫາ​ປາ​ໃນເຂດ​ທະ​ເລ​ຟິລິບ​ປິນ, ລູກ​ເຮືອປະມົງ​ຈີນ 6 ຄົນ​​ຖືກ​ຟິລິບ​ປິນກັກ​ຕົວ​ໄວ້,ແລະໄດ້​ຄົ້ນ​ພົບ​​ເຕົາ​ທະ​ເລ​ຢູ່​​ໃນ​ເຮືອ. ຕໍ່​ເລື່ອງ​ນີ້, ຝ່າຍ​ຈີນ​ມີຄວາມ​

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ນຳ​ເລື່ອງ​ນີ້​ໃນ​ລະດັບ​ສູງ, ​ໄດ້ຕໍ່​ວາ​ທັກ​ທ້ວງຕໍ່​ຟິລິບ​ປິນ, ຮຽກຮ້ອງ​ໃຫ້​ຟິລິບ​ປິນຮັບ​ປະກັນ​ຄວາມ​ປອດ​ໄພ ​ແລະ ສິດຜົນປະ​ໂຫຍ​ດຂອງ​ຊາວ​ປະມົງຈີນ, ​ແກ້​ໄຂ​ບັນຫາ​ຢ່າງ​​ເປັນທຳ ​ແລະ ສົມ​ເຫດ​ສົມ​ຜົນ​ໂດຍ​ໄວ.

ທ່ານຫົງ​ເຫຼີ​ຍ​ກ່າວວ່າ, ສະຖານທູດ​ຈີນ​ປະຈຳ​ຟິລິບ​ປິນ​ໄດ້​ສົ່ງ​ພະນັກງານ​ໄປ​ຢື້​ຢາມ​ຊາວ​ປະມົງ​ທີ່​ຖືກ​ກັກ​ຕົວ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ