ການ​ກໍ່ສ້າງ​ສະໜາມ​ຫັດ​ແອບ​ກອງທັບ​ປະຊາຊົນ​ລາວ​ໄດ້​ຮັບ​ຜົນສຳ​ເລັດ

(GMT+08:00) 2011-12-06 18:11:45     cri

ຕາມ​ຂ່າວCRI:ຕອນ​ເຊົ້າ​ວັນ​ທີ 6 ທັນວາ​ນີ້,ຢູ່​ວິທະຍາຄານ​ນາຍ​ທະຫານ​ບົກກອງທັບ​ປະຊາຊົນ​ລາວ,​ໄດ້​ຈັດ​ພິທີ​ມອບ​ຮັບສະໜາມ​ຫັດ​ແອບ​ກອງທັບປະຊາຊົນ​ລາວ​ຢ່າງ​ຄຶກຄື້ນ.ທ່ານພົນ​ໂທ ດວງ​​ໃຈ ພິຈິດ,ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ແຫ່ງ​ສ.ປ.ປ.ລາວ,ທ່ານ​ພົນ​ຕີ ສັນຍາ​ຮັກ ພົມວິຫານ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ​ສ.ປ.ປ.ລາວ,ທ່ານ​​​ພົນ​ໂທ ໄຊຢິງຖິງ,ຮອງ​ຫົວໜ້າ​ກົມ​ໃຫຍ່ເສນາ​ທິການກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນທີ່​ພວມ​ຢ້ຽມຢາມ​ລາວ,ທ່ານ​ນາງ​ປູ​ຈ້ຽນ​ກົວ,​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສ.ປ.​ຈີນ​ປະຈຳ​ສ.ປ.ປ.ລາວ​ແລະ​ຜູ້ນຳ​ສອງ​ກອງທັບ​ທ່ານ​ອື່ນໆ​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.​

ໃນ​ພິທີ​ມອບ​ຮັບ,ທ່ານ​ພົນ​ໂທ​ ໄຊຢິງ​ຖິງກ່າວ​ວ່າ,ສະໜາມ​ຫັດ​ແອບ​ກອງທັບ​ປະຊາຊົນ​ລາວແມ່ນຂອງຂວັນ​ອັນ​ລ້ຳ​ຄ່າ​ທີ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ມອບ​ໃຫ້​ແກ່​ກອງທັບ​ປະຊາຊົນ​ລາວ,​​ແມ່ນ​ໝາກຜົນ​ແຫ່ງການ​ຮ່ວມ​ມື​ແລະ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອລະຫວ່າງ​ສອງ​ກອງທັບຈີນ​ລາວ.


ທ່ານ​ພົນ​ຕີ ສັນຍາ​ຮັກ ພົມວິຫານ​ກ່າວ​ວ່າ,ກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ​ສ.ປ.ປ.ລາວ​ຈະ​ມອບ​ສະໜາມ​ຫັດ​ແອບ​ກອງທັບ​ແຫ່ງ​ນີ້​ໃຫ້​ແກ່​ວິທະຍາຄານ​ນາຍ​ທະຫານ​ບົກ​ກອງທັບ​ປະຊາຊົນ​ລາວ​ແລະ​ໃຫ້​ວິທະຍາຄານ​ດັ່ງກ່າວ​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ເປັນ​ຢ່າງ​ດີ,​ເພື່ອ​ຍົກລະດັບສູ້​ຮົບ​ຂອງ​ກອງທັບ​ປະຊາຊົນ​ລາວ​​ໃຫ້​ສູງ​ຂຶ້ນ.


ສະໜາມ​ຫັດ​​ແອບ​ກອງທັບ​ປະຊາຊົນ​ລາວ​ແມ່ນຊ່ວຍ​ເຫຼືອ​ກໍ່ສ້າງ​ໂດຍກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ​ສ.ປ.ຈີນ,​ເປັນ​ສະໜາມ​ຫັດ​​ແອບ​ກອງທັບ​ທີ່​ມີ​ຄຸນ​ປະ​ໂຫຍ​ດສູງ.


ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ