ທ່ານ​ຊີ​ຈີ້​ນຜິ​ງພົບ​ປະ​ປະທານ​ສະ​ພາ​ແຫ່ງ​ຊາດ​ກຳປູ​ເຈຍ

(GMT+08:00) 2011-12-07 18:53:06     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 6 ທັນວາ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ຈີນ,ທ່ານ​ຊີ​ຈີ້​ນຜິ​ງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ເຮັງ ຊຳຣິນ ປະທານ​ສະພາ​​ແຫ່ງ​ຊາດກຳປູ​ເຈຍ.

ທ່ານ​ຊີ​ຈີ້​ນຜິ​ງກ່າວ​ວ່າ, ຈີນ​ກັບ​ກຳປູ​ເຈຍ​ແມ່ນປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງທີ່​ມີ​ໄມຕີ​ຈິດ, ມິດຕະພາບອັນ​ເປັນມູນ​ເຊື້ອ​ທີ່ໝັ້ນ​ແກ່ນມາ​ແຕ່​ບູຮານ​ນະ​ການ. ຊຸມປີ​ມໍ່ໆ​ມາ​ນີ້, ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ,ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ການ​ສຶກສາ​ໄດ້​ຮັບ​ການ​​ພັດທະນາ​ລົງ​​ເລິກ​ຕື່ມ​ອີກ,ໄດ້​ຮັບ​ໝາກຜົນ​ທີ່​ດີ​ຢ່າງ​ຫຼວງ​ຫຼາຍ​, ສ້າງ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ. ​ໃນ​ກອງ​ປະຊຸມ​ຕ່າງໆຂອງ​ກອງ​ປະຊຸມ​ສຸດ​ຍອດອາຊີ​ຕາ​ເວັນ​ອອກ​ທີ່​ໄດ້​ຈັດ​ຂຶ້ນກ່ອນ​ໜ້າ​ນີ້​ບໍ່​ດົນ, ສອງ​ປະ​ເທດ​ຈີນ-​ກຳ​ປູ​ເຈຍ​ແລກປ່ຽນ​ກັນ ​ແລະ ປະສານ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ, ​ໄດ້​ເສີມ​ຂະຫຍາ​ຍບົດບາດ​ອັນ​ຕັ້ງ​ໜ້າ​ເພື່ອ​ຜົນສຳ​ເລັດ​ຂອງກອງ​ປະຊຸມ. ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ເພິ່ມທະວີ​ການປຶກສາ​ຫາລື ​ແລະ ການ​ປະສານ​ງານ​ກັບ​ຝ່າຍ​ກຳປູ​ເຈຍ​ໃນງານວຽກ​ງານ​ສາກົນ ​ແລະ ພາກ​ພື້ນ​​ຕ່າງໆ ​ເຊັ່ນ,ສະຫະ​ປະຊາ​ຊາດ, ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ ​ແລະ ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນ​ເປັນ​ຕົ້ນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ,ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ແລະຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ