ການສະ​ແດງ​ເພື່ອ​ການກຸສົນ​ເພື່ອບໍລິຈາກ​ຊ່ວຍ​ຜູ່​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່ໄທຂອງດາຣານັກ​ຮ້ອງ​ນັກສະ​ແດງ​ຈາກ​ປະ​ເທດ​ໄທຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ທັນວານີ້

(GMT+08:00) 2011-12-09 15:42:58     cri
ຕາມ​ຂ່າວCRI: ​ໄພ​ນ້ຳ​ຖ້ວມ​ທີ່​​ແກ່ຍາວ​ມາເປັນ​ເວລາ​ຫຼາຍ​ເດືອນ​ເຮັດ​ໃຫ້​ປະຊາຊົນ​ໄທ​​ໄດ້​ຮັບຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ດ້ານ​ຊີວິດ ​ແລະ ຊັບ​ສິນ, ທັງຍັງສ້າງ​ຜົນ​ສະທ້ອນ​ຕໍ່​ເສດຖະກິດ​ຂອງ​ປະ​ເທດໄທ​ຢ່າງ​ຮ້າຍ​ແຮງ. ​ເພື່ອສົ່ງ​ຄວາມ​ຮັກ​ຕໍ່​ປະຊາຊົນ​ໄທ​ທີ່​ປະສົບ​ໄພ​ນ້ຳ​ຖ້ວມ, ພະ​ແນ​ກການ​ຄ້າ​ຂອງສະຖານທູດ​ຣາຊະອານາຈັກ​ໄທ​ປະຈຳ​ຈີນ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະມາຄົມ​ການ​ຄ້າ​ໄທ​ຂອງ​ຈີນ, ສະມາຄົມ​ນັກ​ສຶກສາ​ໄທ​ທີ່​ຮຽນ​ຢູ່​ຈີນ​ຈະຮ່ວມກັນ​ຈັດກິດຈະກຳ​ທີ່​ມີ​ຊື່ວ່າ"ການສະ​ແດງ​ເພື່ອ​ການກຸສົນ​ເພື່ອບໍລິຈາກ​ຊ່ວຍ​ຜູ່​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່ໄທ​​ເຊິ່ງຈະ​ຈັດ​ຂຶ້ນ​ໂດຍ​ການສະ​ແດງ​ຂອງ​ດາຣານັກ​ຮ້ອງ​ນັກສະ​ແດງ​ຈາກຣາຊະ​ອານາຈັກ​ໄທ"ໃນ​ວັນ​ທີ 11 ທັນວານີ້ຢູ່​ໂຮງ​ແຮມ​ກົວ​ກວາງ​ປັກ​ກິ່ງ, ​ເງິນທີ່​ໄດ້​ຮັບ​​ຈາກ​ກິດຈະກຳທັງ​ໝົດ​ເຫຼືອ​ຈາກ​ການ​ຫັກ​ຄ່າ​ໃຊ້​ຈ່າຍ​ແລ້ວ​ຈະ​ມອບ​ໃຫ້​ສະພາກາ​ແດງ​ໄທ​ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ຜູ່​ປະສົບ​ໄພ​ນ້ຳ​ຖ້ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ