ສະ​ຖາ​ບັນຂົງຈື້ເປີດ​ຊຸດ​ຝຶກ​ອົບຮົມ​ພາສາ​ຈີນ​ໃຫ້​ຄູ​ມັດທະຍົມ

(GMT+08:00) 2011-12-09 18:00:59     cri

ວັນ​ທີ 9 ທັນວາ 2011, ​ສະ​ຖາ​ບັນ​ຂົງຈື້ໄດ້​ຈັດ​ພິທີ​ເປີດ​ຊຸດ​ຝຶກ​ອົບຮົມ​ພາສາ​ຈີນ​ໃຫ້​ຄູ​ມັດທະຍົມ​ທີ່​ມາ​ຈາກ​ໂຮງຮຽນມັດທະຍົມ​ສົມບູນ​ສອງ​ແຂວງ​ຄື: ນະຄອນຫຼວງວຽງຈັນ​ແລະ​ແຂວງ​ວຽງຈັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ນາງ​ມະລິ​ເຮືອງ ​ເລຂາ​ທູດ​ວັດທະນາ​ທຳ​ຈີນ​ປະຈຳ​ລາວ, ທ່ານ ຮສ ລຳ​ໄມ ພິພັກຂະ​ວົງ ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງຊາດ​ລາວ, ຜູ້ອຳນວຍການ​ສະ​ຖາ​ບັນ​ຂົງຈື້ຝ່າຍ​ລາວ​​, ທ່ານ ສຈ ຖາວຫົງ ຜູ້ອຳນວຍການ​ສະ​ຖາ​ບັນ​ຂົງຈື້ຝ່າຍ​ຈີນ ມີ​ບັນດາ​ພະນັກງານ​ຈາກ​ພະ​ແນ​ກສຶກສາ, ພະ​ແນ​ກ ອ້ອມ​ຂ້າງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​, ນັກ​ສຳ​ມະ​ນາກ​ອນທີ່​ມາ​ຈາກ​ສອງ​ແຂວງ ຈຳນວນ 20 ທ່ານ ​ແລະ​ພະນັກງານ ຄູ​ອາຈານ​ສະ​ຖາ​ບັນ​ຂົງຈື້​ເຂົ້າ​ຮ່ວມ.


ຈຸດປະສົງ​ຂອງ​ການຈັດ​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ່​ໃສ​ສ້າງ​ຄູ​ສອນ​ພາສາ​ຈີນ​ໃຫ້​ແກ່​​ໂຮງຮຽນມັດທະຍົມ​ແຫ່ງ​ຕ່າງໆ​ໃນ​ປະ​ເທດ​ລາວ, ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້​ເປັນ​ຊຸດ​ທຳ​ອິດ​, ​ຈະ​​ໃຊ້​ເວລາ 8 ​ເດືອນ​ຮຽນສະ​ເພາະ​ແຕ່​ວັນ​ເສົາ​ແລະ​ວັນ​ອາທິດ, ຫຼັກສູດ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ສິດສອນ​ແມ່ນຫຼັກສູດ​ການ​ສອນ​ພາສາ​ຈີນ​ເບື້ອງ​ຕົ້ນສຳລັບ​ຄົນ​ຕ່າງປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ