ງານ​ມະຫາ​ກຳກິລາ​ແຫ່ງ​ຊາດ​ລາວ​ຄັ້ງ​ທີ9 ຈະ​ຈັດ​ຂຶ້ນ​ໃນມື້ນີ້

(GMT+08:00) 2011-12-12 17:02:48     cri
ຕາມ​ຂ່າວCRI:ງານ​ມະຫາ​ກຳກິລາ​ແຫ່ງ​ຊາດ​ລາວ​ຄັ້ງ​ທີ9ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ13 ຫາ​ວັນ​ທີ21 ທັນວາ​ນີ້​ຢູ່​ທີ່ນະຄອນຫຼວງ​ພະ​ບາງ​ທີ່​ເປັນ​​ເມືອງ​ມໍລະດົກ​ໂລກ​ແລະ​ນະຄອນບູຮານ​ຂອງ​ລາວ.ປະຈຸ​ບັນ,ວຽກ​ງານ​ການ ກະກຽມພິທີ​ໄຂ​ງານ​ກິລາ​ໄດ້​ສຳ​ເລັດ​ແລ້ວ.
ຄຳ​ຂວັນ​ຂອງ​ງານ​ກິລາ​ແຫ່ງ​ຊາດ​ຄັ້ງ​ນີ້​ແມ່ນ:"ການສ້າງ​ສຸຂະພາບ​ ​ໄມ​ຕິ​ຈິດມິດຕະພາບແລະ​ການ​ພັດທະນາດ້ວຍ​ກິລາ",ຈະ​ຖື​ໄກ່​ຜູ່​ໂອກ​ເປັນ​ສັດນຳ​ໂຊກ,​ເພື່ອ​ສະ​ແດງຈິດ​ໃຈ​ທີ່​ບຸກບືນ​ກ້າວຫນ້າ​ແລະ​ພະຍາ​ຍາມ​ແຂ່ງຂັນ​ເປັນ​ອັນ​ດັບ​ທີ​ຫນຶ່ງ.ງານມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ນີ້​ຈະ​ມີ​ຄະນະ​ນຳ​ແລະ​ນັກ​ກິລາ​ຈາກ17 ​ແຂວງ​ທົ່ວ​ປະ​ເທດແລະ​3 ກະຊວງ​ເຂົ້າ​ຮ່ວມ​ທັງ​ຫມົດ 6084 ຄົນ​​​,​ໃນ​ນັ້ນ​ມີ​ນັກ​ກິລາ 3790 ຄົນ,​ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​25 ປະ​ເພດ​ກິລາ ​​ແລະ 295 ລາຍການ​​ແຂ່ງຂັນ ເຊັ່ນ: ​ແລ່ນ​ແລະ​ລານ,ບານ​ສົ່ງ,ກະ​ຕໍ້​,​ຊ່ວງ​ເຮື​ອ​ແລະ​ອື່ນໆ,ຈະ​ຊີງ​ໄຊ​ເອົາ719 ຫຼຽນ​ຄຳ 719 ຫຼຽນ​ເງິນ​ແລະ924 ຫຼຽນ​ທອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ