ຂ່າວກ່ຽວ​ກັບເຮືອ​ລາດຕະ​ເວນ​ຮ່ວມມຽນມາ​ແລະ​ລາວ​ໄດ້​ຖືກ​ຫຼອນ​ໂຈມ​ຕີ​ໃນ​ເວລາປ້ອງ​ກັນ​ກຳ​ປັ່ນສິນຄ້າຈີນ​ເດີນ​ເຮືອ​ຕາມ​ລຳ​ແມ່​ນ້ຳຂອງ​ນັ້ນ​ບໍ່​ແມ່ນ​ເລື່ອງຈິງ

(GMT+08:00) 2011-12-13 11:43:44     cri

ຕາມ​ຂ່າວ​ຈາກ​ເວັນ​ໄຊ​ປະຊາຊົນ​:ຕາມການສື່​ມວນ​ຊົນ​ໄທ​ໃນວັນ​ທີ12ທັນວາ​ນີ້​ໄດ້ຂຽນ​ວ່າ,​ວັນ​ທີ11 ທັນວາ​ນີ້ຫນັງສື​ພິມ​"ບາງກອກ​ພົສທໍ" ​ໄດ້​ລົງ​ຂ່າວ​ວ່າ,ເຮືອ​ລາດຕະ​ເວນ​ຮ່ວມ​ທີ່ຕາມ​ລຳ​ແມ່​ນ້ຳຂອງມຽນມາ​ແລະ​ລາວ​ໄດ້​ຖືກ​ຜູ່​ປະກອບ​ອາວຸດ​ທີ່​ບໍ່​ຮູ້ຝ່າຍ​ຫຼອນ​ໂຈມ​ຕີ​,ໃນ​ເວລາ​ປະຕິບັດຫນ້າ​ທີ່ປ້ອງ​ກັນ​​ເຮືອກຳ​ປັ່ນ​ບັນ​ທຸກສິນ​ຄ້າ​ຈີນ​ເດີນ​ເຮືອ​ຕາມ​ລຳ​ແມ່​ນ້ຳຂອງ,​​​ແລ້ວເຮັດ​ໃຫ້​ທະຫານ​ມຽນມາ3 ຄົນ​​ເສຍ​ຊີວິດ.ນັກ​ຂ່າວ​ໄດ້ຖ່າມລາຍ​ລະອຽດຂ່າວດັ່ງກ່າວນຳ​ເຈົ້າ​ຫນ້າ​ທີ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບຈີນ,​ເຈົ້າ​ຫນ້າ​ທີ່​ຕຳຫຼວດ​ຂອງໄທ​ແລະ​ພະນັກງານປະຈຳ ເຮືອກຳ​ປັ່ນ​ບັນ​ທຸກສິນ​ຄ້າ​ຈີນ​​ເພື່ອ​ຢືນຢັນ​ຂ່າວ​ນີ້​ແມ່ນ​ເລື່ອງ​ຈິງ​ຫຼື​ບໍ່​,​ຊຶ່ງ​ຂ່າວ​ນີ້​ທຸກ​ພາກສ່ວນ​ຕ່າງກໍ່​ກ່າວ​ວ່າ, ຂ່າວ​ນີ້​ບໍ່​ແມ່ນ​ເລື່ອງຈິງ​ແຕ່​ປະການ​ໃດ,​ໃນ​ເວລາ​​ກອງເຮືອ​ລາດຕະ​ເວນ​ຮ່ວມ​​ເດີນ​ເຮືອຕາມ​ລຳ​ແມ່​ນ້ຳຂອງ,​ບໍ່​ໄດ້​ຖືກ​ຫຼອນ​ໂຈມ​ຕີ​ຫຍັງ​ເລີຍ,​​​ແລະເຂົາ​ເຈົ້າ​ຍັງ​ບໍ່​ຮູ້​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້​​ຈາກ​ຝ່າຍຕ່າງໆ​.


ວັນ​ທີ12 ທັນວາ​ນີ້,ຫຼັງ​ຈາກຜູ່​ຮັບ​ຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ຫ້ອງການ​ຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້ຕິດຕໍ່​ພົວພັນ​ກັບກອງເຮືອ​ລາດຕະ​ເວນ​ຮ່ວມ​ແລະ​ປະຕິບັດ​ຕາມກົດຫມາຍຂອງ 4 ປະ​ເທດຄື​ຈີນ ລາວ ມຽນມາ​ແລະ​ໄທ,​ແລ້ວ​ແຈ້ງ​ຕໍ່ນັກ​ຂ່າວ​ວ່າ,​ກອງເຮືອ​ລາດຕະ​ເວນດັ່ງກ່າວບໍ່​ໄດ້​ຫຼອນ​ໂຈມ​ຕີ.ການ​ເຄື່ອນ​ໄຫວ​ການ​ລາດຕະ​ເວນຮ່ວມ​ແລະ​ປະຕິບັດ​ກົດໝາຍ​ຂອງ​4ປະ​ເທດ​ນີ້​ໄດ້​ຮັບ​ຄວາມ​ຄືບ​ຫນ້າເປັນ​ຢ່າງ​ດີ,​ເຮືອລາດຕະ​ເວນ​ຮ່ວມ​ມຽນມາ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ພ້ອມ​ດ້ວຍ​ເຈົ້1າຫນ້າ​ທີ່​ທັງ​ຫມົດ​ໄດ້​ເດີນທາງ​ໄປ​ຮອດທ່າ​​ເຮືອ​ວານ​ເບີນຂອງມຽນມາ​​ຢ່າງ​ປອດ​ໄພ​​​.


ເຈົ້າ​ຫນ້າ​ທີ່​ຮັບຜິດຊອບທ່ານ​ນີ້​ກ່າວຕື່ມ​ວ່າ,ກອງ​​ເຮືອ​ລາດຕະ​ເວນ​ຮ່ວມ​ຈະປ້ອງ​ກັນ​ເຮືອກຳ​ປັ່ນ​ບັນ​ທຸກສິນ​ຄ້າ​ຈີນໄປ​​ເຂດ​ສາມຫຼ່ຽມ​ຄຳ3ປະ​ເທດຊຶ່ງ​ເປັນ​ຈຸດ​ເຊື່ອມ​ຕໍ່​ລະຫວ່າງ​ລາວ, ມຽນມາ, ​ແລະ​ໄທ​ແລ້ວ,​ຫຼັງ​ຈາກ​ນັ້ນຕຳ​ຫຼວດ​ນ້ຳ​ຂອງ​ໄທ​​ໄດ້ປ້ອງ​ກັນ​​​ການ​ເດີນ​ເຮືອໄປ​ຮອດ​ໄທ,ປະ​ຈຸ​ບັນ,​ ເຮືອກຳ​ປັ່ນ​ບັນ​ທຸກສິນ​ຄ້າ​ຈີນ​ 10 ລຳ​ທີ່ມີເຮືອ​ລາດຕະ​ເວນ​ຮ່ວມຕາມ​ລຳ​ແມ່​ນ້ຳຂອງ​ໃຫ້ການ​ປ່ອງ​ກັນ​ນັ້ນ​​ໄດ້​ໄປ​ຮອດ​ທ່າ​​ເຮືອ​ຊຽງ​ແສນ​ຂອງ​ໄທທີ່​ເປັນ​ຈຸດຫມາຍ​ປາຍທາງ​ໃນ​ການ​ເດີນ​ເຮືອ​ຄັ້ງ​ນີ້ຢ່າງ​ປອດ​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ