ງານ​ມະຫະກຳ​ກິລາ​​ແຫ່ງ​ຊາດ​ລາວ​ຄັ້ງ​ທີ9ຫຼື​ໄກ່ຜູ້​ໂອກ​ເກ​ມ

(GMT+08:00) 2011-12-13 16:57:30     cri

ຕາມ​ຂ່າວcri: ວັນ​ທີ13ທັນວາ​ນີ້, ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ລາວ​ຄັ້ງ​ທີ9ໄດ້​​ໄຂ​ຂຶ້ນ​ຢູ່​ສະໜາມກິລາ​ບ້ານນາ​ຫຼວງ​ຂອງ​ນະຄອນຫຼວງ​ພະ​ບາງ ຊຶ່ງ​ເປັນ​ເມືອງມໍລະດົກໂລກ.

ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງນີ້​ຈະ​ດຳ​ເນີນ​ເປັນ​ເວລາ9ວັນ,ຄື​ແຕ່​ວັນ​ທີ13-21ທັນວາ​ນີ້,ມີຄະນະນຳ​ແລະ​ນັກ​ກິລາ​ທີ່​ມາ​ຈາກ17​ແຂວງ​ແລະ3ກະຊວງ,ຄື: ກະຊວງ​ສຶກສາ​ທິການ​ແລະ​ກິລາ,ກະຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂົ້າ​ຮ່ວມ​ທັງ​ໝົດ6.084ຄົນ.ໃນ​ນັ້ນ,ມີ​ນັກ​ກິລາ 3.790ຄົນ​ເຂົ້າ​ຮ່ວມ ​ແຂ່ງຂັນ25ປະ​ເພດ​ກິລາ,295ລາຍການ​ແຂ່ງຂັນ​ເຊັ່ນ:ແລ່ນ​ແລະ​ລານ,ບານ​ສົ່ງ, ​ເຕະ​ກະຕໍ້,​ຊ່ວງ​ເຮືອ​ແລະອື່ນໆ,​ໃນ​ການ​ແຂ່ງຂັນ​​ເທື່ອ​ນີ້​ຈະຊີງ​ໄຊ​ຫຼຽນຄຳທັງໝົດ​719ຫຼຽນ, ຫຼຽນ​​ເງິນ719ຫຼຽນ ​ແລະຫຼຽນ​ທອງ924ຫຼຽນ​.

​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ​ຍັງ​ໄດ້​ຈັດ​ພິທີຂໍ​ທວນໄຟ​ສັກສິດ​ແລະ​ສົ່ງ​ຕໍ່​ທວນ​ໄຟ​ຂອງ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ລາວຄັ້ງ​ທີ9​ເຂົ້າ​ສູ່​ສະໜາມກິລາ​ບ້ານ​ນາ​ຫຼວງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ