ປະມຸກ​ລັດ​ຊຸດ​ໃໝ່​ມະ​ເລ​ເຊຍ​ສາບານ​ຕົວ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ

(GMT+08:00) 2011-12-13 15:32:48     cri
ວັນ​ທີ13​ທັນວາ​ນີ້, ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ທ່ານ​ອັບ​ດຸນ ຮາ​ລິ​ມ ອານ ມູອັດ ຊາ​ອາ ຊຸນ​ຕານ​ລັດ​ເກັດ​ດາ​ມະ​ເລ​ເຊຍ​ໄດ້​ສາບານ​ຕົວ​ຂຶ້ນ​ດຳລົງ​ຕຳ​ແໜ່​ງປະມຸກ​ລັດຄົນ​ທີ14​ຂອງ​ມະ​ເລ​ເຊຍ, ​ເຊິ່ງ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ດຳລົງ​ຕຳ​ແໜ່​ງດັ່ງກ່າວ​​ເຖິງສອງ​ສະ​ໄໝ.

ຜູ້​ປົກຄອງ​ຫຼື​ຜູ້​ຕາງໜ້າ​ທັງ9​ລັດ​ຂອງ​ມະ​ເລ​ເຊຍ​ແລະທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີ, ທ່ານ​ມູຮີ​ດິນ ຢາ​ຊິນ ຮອງ​ນາຍົກລັດຖະມົນຕີມະ​ເລ​ເຊຍ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​ສາບານ​ຕົວ.

ທ່ານ​ອັບ​ດຸນ ຮາ​ລິ​ມ ອານ ມູອັດ​ຊຳ ຊາ​ອາ ​ເຄີຍ​ດຳລົງ​ຕຳ​ແໜ່​ງປະມຸກ​ລັດ​ມະ​ເລ​ເຊຍ​ສະ​ໄໝ​ທີ5ລະ​ຫວ່າງ​ປີ1970​ຫາ​ປີ1975.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ