ຈັດກອງ​ປ​ະຊຸມ​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ດ້ານ​ຄົມມະນາຄົມ​ຈີນ-​ອາ​ຊຽນຄັ້ງ​ທີ10ຢູ່​ພະນົມ​ເປັນ

(GMT+08:00) 2011-12-14 17:41:25     cri

ຕາມ​ຂ່າວCRI: ວັນ​ທີ14 ທັນວາ​ນີ້,ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່ອາວຸ​ໂສ ດ້ານ​ຄົມມະນາຄົມ​ຈີນ​-ອາ​ຊຽນຄັ້ງ​ທີ10 ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ.


ໃນ​ເວລາ​ທ່ານ​ຢາງ​ຈ້າ​ນ,ຮອງ​ຫົວຫນ້າ​ກົມ​ວຽກ​ງານສາກົນ​ຂອງ​ກະຊວງ​ຄົມມະນາຄົມ​ແລະ​ການ​ຂົນ​ສົ່ງ​ຂອງ​ຈີນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້,ດ້​ມີ​ຄຳ​ເຫັນວ່າ,ປີ​ນີ້​ແມ່ນຈີນ​-ອາ​ຊຽນສ້າງ​ການ​ພົວພັນ​ການ​ຮ່ວມ​ມື​ທາງ​ດ້ານ​ຄົມມະ ນາຄົມ​ຄົບຮອບ10 ປີ.​ໃນ10 ປີ​ມາ​ນີ້,ສອງ​ຝ່າຍ​ໄດ້​ດຳ​ເນີນ​ໂຄງການ​ການ​ຮ່ວມ​ມື​ທີ່ມີ​ການ​ກະທຳຕົວ​ຈິງ​ຢ່າງ​​ຫຼວງ​ຫຼາຍ​ໃນ​ຂົງ​ເຂດ ຄົມມະນາຄົມ​ແລະ​ການ​ຂົນ​ສົ່ງ,ພື້ນຖານ​ໂຄງ​ລ່າ​ງທີ່​ເຊື່ອມ​​ໂຍງ​ເຂົ້າ​ກັນ​ໄດ້​ຮັບ​ການ​ປັບປຸງ​​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ການ​ຂົນ​ສົ່ງ​​ທາງທະ​ເລ​ແລະ​ທາງ​ອາກາດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ມີ​ຜົນ​ດີກ​ວ່າ​ເກົ່າ,ຄວາມ​ຫມັ້ນຄົງ​​ເທິງ​ທະ​ເລ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ.ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ມື​ກັບອາ​ຊຽນ,​ເພື່ອ​ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ແກ່ການ​ຮ່ວມ​ມື​ທາງ​ດ້ານ​ຄົມ ມະນາຄົມ​ລະຫວ່າງ​ສອງ​ຝ່າຍ.​ໃນ​ມື້​ດຽວ​ກັນ​ນີ້,ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ດ້ານ​ຄົມມະນາຄົມອາ​ຊຽນ2011​ກໍ່ໄດ້ຈັດ​ຂຶ້ນ​​​ເຊັ່ນ​ດຽວກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ