ຜູ້​ຮູ້​ໃຈ​ກັນ

(GMT+08:00) 2012-02-20 13:44:49     cri


ໃນ​ສະ​ໄໝ​ຊຸ່ນຊິ່ວຈ້າ​ນກົກ​ຂອງ​ຈີນ (​ເມື່ອ​ປະມານ 2500 ປີ​ກ່ອນ), ມີ​ນັກ​ເສບພິນ(ບູຮານ)​ທີ່​ມີ​ຊື່ສ​ຽງຜູ້​ໜຶ່ງ​ຊື່ວ່າ: ​ຢູ​ໂປ​ຢາ. ມີ​ເທື່ອ​ໜຶ່ງ, ​ເພິ່ນ​ນັ່ງ​ດີດ​ພິນຢູ່​ໃນ​ເຮືອ​ແຄມຝັ່ງ, ມີ​ຄົນຕັດ​ຟືນ​ຜູ້​ໜຶ່ງ​ຊື່ວ່າ​ຈົ່ງ​ຈືຊີ່ ຍ່າງ​ຜ່ານ​ໄປ, ​ເມື່ອ​​ໄດ້ຍິນ​ສຽງ​ພິນ​ຂອງ​ຢູ​ໂປ​ຢາ​ແລ້ວ, ລາວ​ຮູ້ສຶກ​ວ່າ​ສຽງ​ພິນ​ໄດ້​ວາດ​ພາບ​ພູຜາ​ແມ່​ນ້ຳ​ທີ່​ສູງ​ສະຫງ່າ​ແລະ​ກວ້າງ​​ໃຫຍ່​ໄພສານ, ​ແລ້ວ​ຈຶ່ງ​ຮ້ອງ​ເພງ​ສອຍລອຍ​ຕາມ. ​ເມື່ອຈົ່ງ​ຈືຊີ່ບອກ​ຄວາມ​ຮູ້ສຶກ​ໃນ​ການ​ຟັງສຽງ​ຂີ​ມຂອງ​​ຢູ​ໂປ​ຢາ​ໃຫ້​ລາວຮູ້​ແລ້ວ, ຢູ​ໂປ​ຢາ​ເວົ້າ​ດ້ວຍ​ຄວາມ​ປິ​ຕິ​ຊົມ​ຊື່ນ​ວ່າ: ​ໂອ້! ​ຂ້ອຍ​ຊອກມາຫຼາຍປີ​ແລ້ວ, ​ມື້​ນີ້​ຈຶ່ງ​ໄດ້​ພົບເຈົ້າ——​ຜູ້​ຮູ້ສຽງພິນຂອງ​ຂ້ອຍ​. ຕໍ່​ມາ, ສອງ​ຄົນ​ເລີຍກາຍ​ເປັນ​ໝູ່​ເພື່ອນ​ທີ່ຮູ້​ໃຈ​ກັນ.

ພາຍຫຼັງມາ, ຈົ່ງ​ຈືຊີ່​ເສຍ​ຊີວິດ​​​ໄປໃນ​ໄວ​ຍັງ​ໜຸ່ມ, ຢູ​ໂປ​ຢາຮູ້ສຶກ​ເສົ້າ​ໂສກ​ເສຍ​ໃຈ​ທີ່​ສຸດ​, ລາວ​​ໄປ​ດີດ​ພິນ​ເທື່ອ​ສຸດ​ທ້າຍ​ຢູ່ບ່ອນ​ຝັງ​ສົບ​ຂອງ​ຈົ່ງ​ຈືຊີ່, ​ແລ້ວ​ດຶງ​ສາຍ​ພິນ​ໃຫ້​ຂາດ, ຟາດ​ພິນຈົນ​ແຕກ​ກະຈາ​ຍ, ຈາກ​ນັ້ນ​ໄປ​ຕະຫຼອດຊີວິດ​, ​ຢູ​ໂປ​ຢາ​ກໍ່​ບໍ່​ໄດ້​ດີດ​ພິນ​ອີກ​ເລີຍ.

ສຽງ​ພິນ​ແມ່ນ​ສຽງ​ຈາກ​ໃຈ, ຈົ່ງ​ຈືຊີ່ສາມາດເຂົ້າ​ໃຈ​ຄວາມ​ໝາຍ​ໃນ​ສຽງ​ພິນ​ຂອງ​ຢູ​ໂປ​ຢາ, ກໍ່​ໝາຍ​ຄວາມ​ວ່າ​ໄດ້ຮູ້​ໃຈ​ຢູ​ໂປ​ຢາ, ສະ​​ນັ້ນ, ຢູ​ໂປ​ຢາ​ຈຶ່ງ​ເວົ້າ​ວ່າ​ຈົ່ງ​ຈືຊີ່​ແມ່ນ​ຜູ້​ຮູ້​ໃຈ​ຂອງ​ຕົນ, ​ແຕ່​ວ່າ, ຈົ່ງ​ຈືຊີ່​ເສຍຊີວິດ​ໄປກ່ອນ​ແລ້ວ, ​ໃນ​ໂລກ​ນີ້, ກໍ່​ບໍ່​ມີ​​ໃຜ​ເຂົ້າ​ໃຈ​ສຽງ​ພິນ​ຂອງ​ຢູ​ໂປ​ຢາ​ອີກ, ຖ້າ​ບໍ່​ມີ​ຄົນ​ຟັງ​ເຂົ້າ​ໃຈ, ດີດ​ພິນ​ຍັງ​ຈະ​ມີ​ຄວາມ​ໝາຍ​ຫຍັງ? ສະ​ນັ້ນ, ຢູ​ໂປ​ຢາຈຶ່ງ​ບໍ່​​ໄດ້ດີດ​ພິນ​ອີກ​ ​ຕະຫຼອດຊີວິດ.


1 2 3