ຜູ້​ຮູ້​ໃຈ​ກັນ

(GMT+08:00) 2012-02-20 13:44:49     cri



​ເວົ້າ​ສຳລັບ​ຄົນ​ເຮົາ​ແລ້ວ, ສິ່ງ​ທີ່​ຮູ້​ຍາກ​ທີ່​ສຸດຫຼື​ເຂົ້າ​ໃຈ​ຍາກ​ທີ່​ສຸດ​ກໍ່​ແມ່ນ​ໃຈ​ຄົນ, ມັນ​ແມ່ນ​ເລື່ອງ​ຈິດ​ໃຈ​ລ້ວນໆ, ​ເບິ່ງ​ບໍ່​ເຫັນ, ຄຳ​ບໍ່​ຖືກ. ຮ່າງກາຍ​ຂອງ​ຄົນ​ເອົາ​ໄປ​ຄົ້ນຄວ້າ​ທາງ​ຊີວະ​ຢູ່​ໃຕ້​ກ້ອງຈຸລະທັດ​ໄດ້, ​ແຕ່​ວິນ​ຍານ​ຂອງ​ຄົນ​ເຮັດ​ແບບ​ນີ້​ບໍ່​ໄດ້, ຈະ​ເອົາ​ວິ​ຍານ​ຂອງ​ຄົນ​ໄປ​ວິ​ໄຈ​ທາງ​ຊີວະ​ວິທະຍາ​ບໍ່​ໄດ້, ມີ​ແຕ່​ໃຊ້​ຈິດ​ວິນ​ຍານ​ຂອງ​ອີກ​ຜູ້​ໜຶ່ງ​ໄປ​ຊາບ​ຊຶມ​ສຳຜັດ​ເອົາ. ​ຖ້າຄົນ​ຜູ້​ໜຶ່ງ​ເຂົ້າ​ໃຈ​ຈິດວິນ​ຍານ​ຂອງ​ອີກຄົນໜຶ່ງ​ແລ້ວ, ສອງ​ຄົນນີ້ກໍ​ຈະ​ເຊື່ອມ​ໂຍງ​ເຂົ້າກັນ, ລຸ​ລ່ວງ​ກັນ​ໄດ້. ສິ່ງ​ທີ່​ຍາກ​ທີ່​ສຸດ​ລະຫວ່າງ​ຄົນ​​ເຮົາກໍ​ແມ່ນ​ການ​ລຸ​ລ່ວງ​ກັນ​ທາງ​ຈິດ​ໃຈ, ຜູ້​ຮູ້​ໃຈ​ກັນ​ກໍ​ແມ່ນ​ຜູ້​ທີ່​ສາມາດ​ເຂົ້າ​ໃຈ​ພວກ​ເຮົາ​ລຸ​ລ່ວງ​ກັບ​ພວກ​ເຮົາ​ທາງ​ຈິດ​ໃຈ​ໄດ້. ບາງ​ເທື່ອ, ຄວາມ​ເວົ້າ​ຂອງ​ຄົນສອງ​ຄົນ​ຄື​ອອກ​ຈາກ​ປາກ​ຂອງ​ຄົນດຽວ, ນີ້​ກໍ່​ແມ່ນ​ຍ້ອນ​ຄວາມ​ເຂົ້າ​ໃຈ​ກັນ​ຢ່າງ​ເລິກ​ເຊິ່ງທີ່​ສຸດ​ລະ​ຫວ່າງ​ສອງ​ຄົນ.

ຜູ້​ຮູ້​ໃຈ​​ເຮົານັ້ນ, ບໍ່​ແນ່​ວ່າ​ຈະ​ຢູ່​ໃກ້​ພວກ​ເຮົາ​ທຸກ​ເຊົ້າ​ຄ່ຳ, ​ແຕ່​ບໍ່​ວ່າ​ຈະ​​ໄກ​ຈາກ​ເຮົາປານ​ໃດ, ກໍ​ຄື​ຢູ່​ໃກ້​ຄຽງ​ກັນສະ​ເໝີ, ພວກ​ເຮົາ​ຈະ​ຮູ້ສຶກ​ວ່າ​ຕົນ​ເອງ​ບໍ່​ໂດດດ່ຽວ. ຈີນ​ມີ​ກະວີ​ບົດ​ໜຶ່ງ​ເວົ້າ​ວ່າ: ​"ໃນ​ໂລກ​ນີ້​ມີ​ເພື່ອນ​ຜູ້​ຮູ້​ໃຈ​ກັນ, ​ເຖິງ​ຈະ​ຢູ່​ຄົນ​ລະ​ຂອບ​ຟ້າ, ກໍ່​ເໝືອນ​ຢູ່​ໃກ້​ຄຽງ​ກັນ". ດ້ວຍ​ເຫດ​ນີ້, ບໍ່​ວ່າ​ພວກ​ເຮົາ​ຈະ​ປະສົບ​ຄວາມ​ລົ້ມ​ແຫຼວ​ແລະ​ອຸປະສັກ​ແນວ​ໃດກໍ່ຕາມ, ຂໍແຕ່ວ່າ​ມີ​ເພື່ອນ​ຜູ້​ຮູ້​ໃຈ​ກັນ, ​ເກີດ​ມາ​ຊາດ​ນີ້, ກໍ່​ກຸ້ມ​ຄ່າ​ແລ້ວ. ຈີນ​ຍັງມີ​ຄຳ​ບູຮານ​ວ່າ: ​ໃນຕະຫຼອດຊີວິດ​ມີ​ເພື່ອນ​ຜູ້​ຮູ້​ໃຈ​ກັນ​ຜູ້​ດຽວ​ກໍ​ພໍ​ໃຈ​ແລ້ວ.

​ເຊື່ອວ່າ, ມິດຕະພາບ​ອັນ​ແທ້​ຈິງ​ນັ້ນ, ຈະ​ເພີ່ມ​ຄວາມ​ມ່ວນ​ຊື່ນ​ແລະຫຼຸດຜ່ອນ​ຄວາມທຸກ​ທໍລະມານ​ໃນ​ຊີວິດ​ຄົນ​ເຮົາ​ໄດ້, ຜູ້​ທີ່​ຂາດ​​ເພື່ອນ​ຜູ້ຮູ້​ໃຈ, ​ຈະ​ເປັນ​ຄົນ​ທີ່​ໂດດດ່ຽວ​ປ່ຽວພອຍ​ທີ່​ເປັນຕາ​ສົງສານ. ສະ​ນັ້ນ, ຂໍ​ໃຫ້​ທ່ານ​ຈົ່ງ​ຊອກ​ພົບ​ເພື່ອ​ຜູ້​ຮູ້​ໃຈ​ໃນ​ຊີວິດ​ຂອງ​ທ່ານ, ​ຖ້າ​ໄດ້​ຊອກ​ພົບ​​ແລ້ວ, ຈົ່ງ​ຖະໜອມ​ຫວງ​ແຫນ​ມິດຕະພາບ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ນີ້​ໄວ້!


1 2 3