ຜູ້​ຮູ້​ໃຈ​ກັນ

(GMT+08:00) 2012-02-20 13:44:49     cri



ນີ້​ແມ່ນ​​ເລື່ອງກ່ຽວ​ກັບ​ຜູ້​ຮູ້​ໃຈ​ກັນ​ທີ່​ເລົ່າ​ລື​ກັນ​ມາ​ເປັນສອງ​ພັນ​ປີຂອງ​ຈີນ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາຖະໜາ​ຂອງ​ຄົນ​ທັງຫຼາຍທີ່​ຢາກ​​ໄດ້​ຜູ້​ຮູ້​ໃຈ​ກັນ​ທີ່​ຮັກ​ແພງ​ກັນ​ຢ່າງ​ເລິກ​ເຊິ່ງ.

ເງິນ​ຄຳ​ກຳ​ແກ້ວ​ຫາ​ໄດ້, ຜູ້​ຮູ້​ໃຈ​ກັນຫາ​ຍາກ. ​ເຈົ້າ​ອາດ​ຈະ​ຮັ່ງມີ​, ​ໄປ​​ໃສ​ມາ​ໃສ​ອາດ​ຈະ​ມີ​ຄົນ​ແຫ່​ແຫນ, ​ເຈົ້າ​ອາດ​ຈະ​ມີ​ຖານະ​ຕຳ​ແໜ່ງສູງ, ​ເວົ້າ​ຫຍັງ​ຄວາມ​ໜຶ່ງ, ພວກ​ລູກ​ນ້ອງ​ຕ້ອງ​ຂານ​ຕອບ, ​ແຕ່​ວ່າ, ​ໃນ​ໝູ່​ຄົນ​ເຫຼົ່ານີ້​ບໍ່​ເຫັນ​ວ່າ​ຈະ​ມີ​ຜູ້​ຮູ້​ໃຈ​ເຈົ້າ​ແທ້. ຜູ້​ຮູ້​ໃຈ​ກັນ​ບໍ່​ແມ່ນ​ຈະ​ໃຊ້​ເງິນ​ຄຳ​ຊື້​​ເອົາ​ມາ​ໄດ້​, ​ແລະ​ກໍ່​ບໍ່​ແມ່ນ​ວ່າ​ຖານະ​ຕຳ​ແໜ່​ງຈະ​ດູດ​ດຶງ​ມາ​ໄດ້, ຄວາມ​ຮູ້​ໃຈ​ກັນ​ແບບ​ນີ້​ແມ່ນ​ມາ​ຈາກຄວາມ​ຮຽກ​ເອີ້ນ​ກັບ​ການ​ຂານ​ຕອບ​ລະ​ຫວ່າງ​ຈິດ​ວິ​ນຍານ.

ຄົນ​ຮູ້​ໃຈກັນ, ມີຄ່າ​ຢູ່​ບ່ອນ​ທີ່​ເຂົ້າ​ໃຈ​ກັນ, ​ເປັນ​ຕາແພງ​ຢູ່​ບ່ອນ​ທີ່​ຮູ້​ໃຈ​ກັນ. ຜູກ​ມິດ​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ແມ່ນ​ເລື່ອງ​ງ່າຍ, ​ແຕ່​ວ່າ​ຢາກ​ໃຫ້​ມີຄົນ​ຮູ້​ໃຈ​ກັນ​ບໍ່​ແມ່ນ​ເລື່ອງ​ງ່າຍ.



1 2 3