ມະນຸດເຮົາແມ່ນສັດປະເສີດທີ່ມີຄວາມຮູ້ສຶກອ່ອນໄຫວ, ບາງທີດີໃຈ, ບາງທີອຸກອັ່ງໃຈ, ບາງທີຮູ້ສຶກຕື່ນເຕັ້ນ, ບາງທີຮູ້ສຶກຫງ່ວມເຫງົາ… ແຕ່ວ່າ, ໃນອາລົມຕ່າງໆເຫຼົ່ານີ້, ຄວາມໃຈຮ້າຍແລະຄຽດແຄ້ນອາດຈະແມ່ນອາລົມທີ່ມີຜົນເສຍຫາຍຫຼາຍກວ່າໝູ່, ວິໄລວັນຢາກເລົ່າເລື່ອງເລື່ອງໜຶ່ງກ່ຽວກັບເດັກນ້ອຍທີ່ມັກໃຈຮ້າຍຜູ້ໜຶ່ງສູ່ທ່ານຟັງ:
ມີເດັກຊາຍຜູ້ໜຶ່ງມັກໃຈຮ້າຍ, ຄວບຄຸມອາລົມຂອງຕົນບໍ່ໄດ້ຈັກເທື່ອ, ມັກຮ້າຍໃສ່ຜູ້ອື່ນຍ້ອນເລື່ອງມະຍິກມະຍ່ອຍ. ມີມື້ໜຶ່ງ, ພໍ່ຂອງເດັກນ້ອຍຜູ້ນີ້ໄດ້ເອົາຕະປູຖົງໜຶ່ງໃຫ້ລູກ, ແລະສັ່ງລູກວ່າ ຍາມໃດລູກໃຈຮ້າຍຂຶ້ນມາ ໃຫ້ເອົາຄ້ອນຕອກເຫຼັກຕະປູໃສ່ຮາວໄມ້ຢູ່ຫຼັງເຮືອນດອກໜຶ່ງເດີ້.
ມື້ທຳອິດ, ເດັກຊາຍຜູ້ນີ້ໄດ້ຕອກເຫຼັກຕະປູໃສ່ຮາວໄມ້ສິບກວ່າດອກ, ມື້ທີ 2, ຫຼຸດລົງ 2 ດອກ, ມື້ທີ 4, ຫຼຸດລົງອີກດອກໜຶ່ງ. ຫຼັງຈາກນັ້ນບໍ່ທໍ່ໃດອາທິດ, ເດັກຊາຍຄ່ອຍໆຮູ້ຈັກຄວບຄຸມອາລົມຂອງຕົນໄດ້ແລ້ວ, ຈຳນວນເຫຼັກຕະປູທີ່ຕອກໃສ່ຮາວໄມ້ກໍ່ຄ່ອຍໆໜ້ອຍລົງ. ຕໍ່ມາ, ເດັກຊາຍຮູ້ສຶກວ່າ ຄວບຄຸມອາລົມຂອງຕົນ, ງ່າຍກວ່າໄປຕອກຕະປູໃສ່ຮາວໄມ້ຫຼາຍ... ສຸດທ້າຍ, ເດັກຊາຍຜູ້ນີ້ກໍກາຍເປັນຄົນທີ່ບໍ່ມັກໃຈຮ້າຍອີກແລ້ວ.
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |