ຢ່າ​ໃຈ​ຮ້າຍ

(GMT+08:00) 2012-03-12 10:14:27     cri



ລາວ​ໄດ້​ເລົ່າ​ການ​ປ່ຽນ​ແປງ​ຂອງ​ຕົນ​ສູ່​ພໍ່ຟັງ. ພໍ່​​ຟັງ​ແລ້ວກໍ່​ບອກລູກ​ວ່າ: "ຖ້າວ່າ​ມື້​ໃດ, ລູກ​ບໍ່​ໄດ້​ໃຈ​ຮ້າຍ​ໝົດ​ມື້​, ກໍ່​​ໃຫ້​ລູກ​ງັດ​ເອົາ​ຕະປູ​ ​ອອກມາ​ຈາກ​ຮາວ​ດອກໜຶ່ງ." ​ເວລາຜ່ານ​ໄປຫຼາຍມື້, ​ເດັກ​ຊາຍ​ກໍໄດ້ງັດ​ເອົາ​ຕະປູ​ອອກ​ຈາກ​ຮາວ​ໄມ້​ຈົນໝົດ​.

ພໍ່ຈູງ​ແຂນລູກ​ຍ່າງ​ໄປ​ຫາ​ຮາວ​ໄມ້​ແລ້ວ, ​ເວົ້າ​ວ່າ: "ລູກເຮັດ​​ໄດ້​ດີ​ຫຼາຍ, ​ແຕ່​ວ່າ, ລູກ​​ເບິ່ງ​, ຮາວ​​ໄມ້​ເປັນ​ຮູນ້ອຍໆ​ເຕັມ​ໄປ​ໝົດຍ້ອນ​ເຄີຍຖືກ​ຕອກ​ຕະປູ​ໃສ່, ມັນຈະດີ​ຄືນ​ຄື​ເກົ່າ​ບໍ່​ໄດ້ອີກ​ແລ້ວ. ​ເຊັ່ນ​ດຽວ​ກັນ, ​ເມື່ອລູກ​​ຮ້າຍ​ໃສ່​ຜູ້​ອື່ນ​ແລ້ວ, ຄວາມ​​ໃຈຮ້າຍ​ຂອງ​ລູກກໍ​ຄື​ກັບຮູ​ຕະປູ​ເຫຼົ່ານີ້, ມັນຈະ​ກາຍເປັນ​ຮອຍ​ແປ້ວ​ຢູ່​ໃນ​ໃຈ​ຂອງ​ຜູ້​ອື່ນ. ​ລູກ​ດ່າ​ຜູ້​ອື່ນ​ກໍ​​ເໝືອນ​ກັບ​ເອົາ​ມີດ​ແທງ​ໃສ່​​ໃຈຂອງ​ຜູ້​ອື່ນ, ​ແລ້ວ​ຖອດ​ອອກມາ​. ບໍ່​ວ່າ​ເຈົ້າ​ຈະ​ເຮັດ​​ແນວ​ໃດ​ເພື່ອ​ທົດ​ແທນຄືນ, ​ບາດ​ແຜນັ້ນ​ກໍ່ຈະ​ມີຢູ່ຈັ່ງ​ຊັ້ນ​ຕະຫຼອດ​ໄປ."


1 2 3