ຢ່າ​ໃຈ​ຮ້າຍ

(GMT+08:00) 2012-03-12 10:14:27     cri


ໃນ​ຊີວິດຄົນ​ເຮົາ​, ບາງ​ທີພວກ​ເຮົາ​ກໍ​​ຄື​ກັນ​ກັບເດັກ​ຊາຍ​ໃນ​ເລື່ອງ​ດັ່ງກ່າວ​ນີ້, ​ຄຸມ​ອາລົມ​ຂອງ​ຕົນ​ບໍ່​ໄດ້​, ແລ້ວ​ຮ້າຍ​ຜູ້​ອື່ນ, ​ຢ່າ​ຄຶດ​ວ່າ​ເມື່ອ​ເຮົາ​ຮ້າຍ​ໃສ່ຜູ້​ອື່ນແລ້ວ, ຂໍ​ໂທດ​ນຳຜູ້​ນັ້ນບາດ​ໜຶ່ງ, ​ເຂົາ​ເຈົ້າກໍ​ຈະ​ລືມ​ສິ່ງ​ເຫຼົ່ານັ້ນ​ໄປ​ໝົດ​ຄື​ບໍ່​ເຄີຍມີ​ຫຍັງ​ເກີດ​ຂຶ້ນ. ຈີນ​ມີຄຳ​ບູຮານ​ຄວາມ​ໜຶ່ງວ່າ: ​ແວ່ນ​ແຍງ​ແຕກ​ແລ້ວ, ເຮັດ​ໃຫ້​ດີ​ຄືນ​ຄື​ເກົ່າ​ບໍ່ໄດ້, ເຖິງວ່າ​ຈະຕາບ​ມັນ​ເຂົ້າ​ກັນ​ໄດ້, ແຕ່​ມັນກໍ່ຍັງ​ມີ​ຮອຍ​ແຕກຢູ່​ສະ​ເໝີ. ຄວາມ​ສຳພັນ​ຂອງ​ມະນຸດ​ກໍ່​ຄື​ກັນ, ບາດ​ໃຈ​ຜູ້​ອື່ນ​​ໃນ​ເວລາ​ເຮົາ​​ໃຈ​ຮ້າຍນັ້ນ, ​ບໍ່​ວ່າເຮັດ​​ແນວ​ໃດ,​ ກໍ່​ບໍ່​ອາດ​ດີຄືນຄື​ເກົ່າ​ 100% ​ໄດ້ອີກ​ແລ້ວ. ​ເສຍດາຍ, ມິດ​ຕະ​ພາບ​ອັນ​ລ້ຳ​ຄ່າ​​ແລະ​ຄວາມ​ຮັກ​ແພງ​ກັນ​ທີ່​​ຈິງ​​ໃຈ​ນັ້ນ, ບາງທີ​ກໍ່​ໄດ້ຖືກ​ທຳລາຍ​ຍ້ອນ​ຄວາມໃຈຮ້າຍ​ຂອງ​ເຮົາ​ພຽງຊົ່ວ​ວູບດຽວ. ນອກ​ນີ້, ຖ້າ​ເຮົາ​ເປັນ​ຄົນນິດໄສບໍ່ດີ, ມັກ​ຮ້າຍ​ຜູ້​ອື່ນ, ຜູ້​ອື່ນກໍຈະ​ຊັງ​ເຮົາ​, ກໍ​ລັງກ​ຽດ​ເຮົາ, ບໍ່​ຢາກ​ຄົບ​ຄ້າ​ສະ​ມາ​ຄົມ​ກັບ​ເຮົາ​ອີກ, ສຸພາສິດ​ລາວ​ກໍ່​​ເວົ້າ​ວ່າ: ຄວາມ​ໂມ​ໂຫພາ​ໃຫ້​​ໂຕ​ຕົກ​ຕ່ຳ.

ທ່ານ​ໂທ​ມັສ ​ເຈ​ຟຊັນ ປະທານາ​ທິບໍດີ​ຜູ້​ທີ 3 ຂອງອາ​ເມ​ລິ​ກາ​ເວົ້າ​ວ່າ:​ເວລາ​ອາລົມ​ບໍ່​ດີ, ກ່ອນ​ຈະ​ອອກ​ປາກຮ້າຍ​ຜູ້​ອື່ນ, ​ໃຫ້ນັບ​ຈາກ 1 ຮ​ອດ 10 ກ່ອນ, ຖ້າ​ຮູ້ສຶກ​ຢາກ​ຮ້າຍ​ແຮງ​ຈົນ​ໜ້າມືດ, ກໍ່​​ໃຫ້ນັບ​ແຕ່ 1 ​ຮອດ​ 100 ກ່ອນ.​ເຮັດ​ແນວ​ນີ້​ແມ່ນ​ເພື່ອ​ໃຫ້​ໃຈ​ເຢັນ​ລົງ​ກ່ອນ​ຈະ​ຮ້າຍຜູ້​ອື່ນ, ອົດ​ໄວ້ບຶດໜຶ່ງ, ກໍ່​ຈະ​ສາ​ມາດ​ຫຼີກ​ເວັ້ນບໍ່​ໃຫ້​ເລື່ອງ​ບໍ່​ດີ​ເກີດ​ຂຶ້ນ, ​ສ່ວນ​ເລື່ອງ​ບໍ່​ດີ​ນັ້ນ, ບາງທີ​​ເປັນ​ເລື່ອງ​ນ້ອຍ, ບາງທີ​ກໍ່​ເປັນ​ເຫດ​ການ​ໃຫຍ່​.

ຄວາມ​ໃຈ​ຮ້າຍບໍ່​ມີ​ຜົນ​ດີຫຍັງ​ຕໍ່​ການ​ແກ້​ໄຂ​ບັນຫາ, ແມ່ນ​​ເລື່ອງ​ທີ່​ບໍ່​ກຸ້ມ​ຄ່າທີ່​ສຸດ, ສະ​ນັ້ນ, ກ່ອນທີ່​ທ່ານ​ຈະ​ຮ້າຍ​ຜູ້​​ໃດ​ຜູ້​ໜຶ່ງ, ຂໍ​ໃຫ້​ທ່ານໃຊ້​ວິທີທີ່​ກ່າວ​ມາ​ລອງ​ເບີ່​ງ, ຄື ​ກ່ອນ​ຈະ​ອອກ​ປາກຮ້າຍ, ​ໃຫ້ນັບ​ແຕ່​ 1 ຮ​ອດ 10 ກ່ອນ, ຖ້າ​ຢາກຮ້າຍ​ແຮງ​, ກໍ່​​ໃຫ້ນັບ​ແຕ່​ 1 ຮອດ​ 100 ກ່ອນ, ​ເພື່ອ​ໃຫ້​ຕົນເອງ​ໃຈ​ເຢັນ​ລົງ​, ​ຖ້າເຮັດ​ແນວ​ນີ້​​ແລ້ວ, ​ເລື່ອງ​ບາດ​ໃຈ​ຄົນທີ່​ບໍ່​ຈຳ​ເປັນ​ນັ້ນ​ກໍ່​ຈະຫຼຸດໜ້ອຍ​ລົງ, ​ແລະ​ກໍ່​ຈະ​ເຮັດ​ໃຫ້​ທ່ານ​ປາສະຈາກ​ການ​ຜິດ​ຖຽງ​ກັນ​ຈົນ​ກະທັ້ງນຳ​ໄປ​ສູ່ຄວາມ​ເຈັບ​ປວດ​ທາງ​ກາຍ​ແລະ​ໃຈ.


1 2 3