ການ​ຫວນ​ຄືນ​ອະດີດ

(GMT+08:00) 2012-03-14 15:06:27     cri

ຄົນ​ເຮົາ​ມັກ​ຫວນ​ຄືນ​ເຖິງ​ຄວາມຫຼັງ​ໂດຍ​ບໍ່ຮູ້ສຶກ​ຕົວ, ​ແຕ່​ວ່າການຫວນ​ຄືນ​ນັ້ນ​ແມ່ນ​ຫຍັງ? ​ແມ່ນ​ການກວດ​ສອບ​ຊີວິດ​ຂອງ​ຕົນ, ​ແມ່ນ​ການຫວນຄິດ​ເຖິງຊີວິດ​ອັນ​ຈົບງາມ​ໃນ​ອະດີດ ຫຼືອາດ​ຈະ​ເປັນ​ການ​ຫວນ​ຄືນ​ເຖິງ​​ໄວ​ເຍົາ...

ການ​ຫວນ​ຄືນ​ອະດີດເຕັມ​ໄປ​ດ້ວຍສີສັນ​ຕ່າງໆ, ຄວາມ​ສຳ​ເລັດ​ຜົນ​ແມ່ນ​ສີຄຳ, ຄວາມຫຼົ້ມ​ເຫຼວ​ແມ່ນ​ສີ​ຂີ້​ເທົ່າ, ​ໄວ​ຄະນອງ​ແມ່ນ​ສີຂຽວ…… ປະສົບ​ການ​ທີ່​ຕ່າງ​ກັນ​ໄດ້​ຕື່ມ​ສີສັນ​ຕ່າງ​ກັນ​ໃຫ້​ແກ່​ການ​ຫວນ​ຄືນ​ອະດີດ​ຂອງ​ພວກ​ເຮົາ.

ເມື່ອ​ປະສົບ​ຄວາມຫຼົ້ມ​ເຫຼວດ້ານ​ຄວາມຮັກ​ຫຼື​ວຽກ​ງານ​ແລ້ວ, ບາງ​ຄົນກໍ່​ມີ​ແຕ່​ຄິດຫວນ​ຄືນ​ເລື່ອງ​ເກົ່າ​ເລື່ອງຫຼັງ​ຢູ່​ບໍ່​ເລີກ​ບໍ່ແລ້ວ, ບໍ່​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ​ໃນ​ຊີວິດ​ຕົວ​ຈິງ, ​ແຕ່​ວ່າ, ມີ​ໃຜຮູ້​​ວ່າ ຄວາມໝາຍ​ແທ້​ຈິງ​ຂອງ​ມັນ​ແມ່ນ​ຫຍັງ?


1 2 3