ການ​ຫວນ​ຄືນ​ອະດີດ

(GMT+08:00) 2012-03-14 15:06:27     cri

ຊີວິດ​ຕົວ​ຈິງ​ໃນ​ວິນາທີ​ທີ່​ຜ່ານ​ໄປ​ແລ້ວ​ນັ້ນຈະ​ກາຍ​ເປັນ​ອະດີດ​ໃນວິນາທີ​ຕໍ່​ໄປ. ຊີວິດ​ກໍ່​ແມ່ນ​ການ​ສ້າງ​ອະດີດ​ຢູ່​ຕະຫຼອດ, ​​ແມ່ນ​ບົດ​ບັນທຶກ​ຄວາມຫຼັງ​ຫຼື​ອະດີດ​ນັ້ນ​ເອງ. ມື້ວານ​ນີ້​ກໍ່​ແມ່ນ​ຄວາມຫຼັງ​ຂອງ​ມື້​ນີ້, ມື້​ນີ້​ແມ່ນ​ຄວາມຫຼັງຂອງ​ມື້​ອື່ນ, ສະ​ນັ້ນ, ຖ້າ​ປະສົບ​ຄວາມຫຼົ້ມ​​ເຫຼວ​ແລ້ວ, ກໍ່​ຄວນ​ວິ​ເຄາະ​ວ່າ, ​ເປັນ​ຫຍັງ​ຈຶ່ງຫຼົ້ມ​​ເຫຼວ, ຄວນປັບປຸງ​ຫຼື​ປ່ຽນ​ແປງ​​ແນວ​ໃດ, ​ເພື່ອ​ເຮັດ​ມື້​ນີ້​ໃຫ້​ດີທີ່​ສຸດ​ແລະສ້າງ​ອະນາຄົດ​ທີ່​ດີ​ໃຫ້​ຕົນ​ເອງ.

ການ​ຫວນ​ຄືນ​ອະດີດ​​ແມ່ນ​ສິ່ງ​ທີ່​ດີ, ​ໃນ​ເວລາ​ທ່ານ​ເສຍ​ໃຈ, ມັນ​ຈະ​ໃຫ້​ກຳລັງ​ໃຈ​ແກ່​ທ່ານ, ​ເຮັດ​ໃຫ້​ທ່ານ​ບຸກບືນ​ກ້າວ​ໄປ​ໜ້າ, ​ແຕ່​ມັນ​ກໍ່​ຄື​ກັບ​ເຫຼົ້າ, ດື່ມ​ອຶກ​ໜຶ່ງ​ສອງ​ອຶກຈະ​ຫອມ​ປາກ​ຫອມ​ຄໍ, ​ແຕ່​ຖ້າ​ດື່ມ​ຫຼາຍ​ໂພດ ພັດ​ຈະ​ມີ​ຜົນຮ້າຍ​ຕໍ່​ຮ່າງກາຍ. ມີ​ຄົນ​ປຽບ​ການ​ຫວນ​ຄືນ​ອະດີດ​ເປັນ​ເໝືອນ​ທາງ​ລົດ​ໃນ​ແວ່ນ​ເບິ່ງ​ທາງ​ຫຼັງ. ແວ່ນເບິ່ງ​ທາງ​ຫຼັງ​ສຳຄັນ​ຫຼາຍ, ຖ້າ​ບໍ່​ມີ​ມັນ, ຜູ້​ຂັບ​ລົດ​ອາດ​ຈະ​ຄຶດ​ຢ້ານ​ອັນຕະລາຍ, ​ເພາະ​ບໍ່​ເຫັນ​ວ່າ​ມີ​ຫຍັງ​ຢູ່​ເບື້ອງຫຼັງ, ​ແຕ່​ຖ້າ​ເບິ່​ງ​ແຕ່​ທາງຫຼັງ​ຕະ​ຫຼອດ​ໂດຍ​ບໍ່ເບິ່ງ​ທາງໜ້າ, ກໍ່​ຍິ່ງ​ອັນຕະລາຍ​ກວ່າ, ການ​ຕຳ​ກັນ​ໜ້າ​ຕໍ່ໜ້າ​ຍິ່ງ​ຮ້າຍ​ແຮງ​ກວ່າການ​ຕຳ​ທາງຫຼັງ, ຖ້າ​ຄຶດ​ແຕ່​ຄວາມຫຼັງ​ບໍ່​ເບີ່ງ​ອະນາຄົດ, ຍິ່ງ​ເຮັດ​ໃຫ້​ທ່ານ​ຮູ້ສຶກ​ຫງ່ວມ​ເຫງົາ​ເປົ່າ​ປ່ຽວ. ອຸປະສັກ​ໃນ​ອະນາຄົດ​ຍິ່ງ​ເປັນ​ເລື່ອງ​ຈິງ​ກວ່າ​ອຸ​ປະ​ສັກ​ໃນ​ອະດີດ.


1 2 3