ການ​ຫວນ​ຄືນ​ອະດີດ

(GMT+08:00) 2012-03-14 15:06:27     cri

ການ​ຫວນ​ຄືນອະດີດ​ເໝືອນ​ດັ່ງຖະໜົນ​ໃນ​ແວ່ນເບິ່​ງທາງຫຼັງ, ​ເຖິງ​ວ່າ​ມັນ​ແມ່ນ​ຄວາມ​ຈິງ​ກໍ​ຕາມ, ​ແຕ່​ພັດ​ໄກ​ຈາກ​ເຮົາ​ໄປ​ເທື່ອ​ລະໜ້ອຍ. ຫົນທາງ​ຕໍ່ໜ້າ​ຍັງ​ຍາວ​ໄກ, ຊີວິດ​ຍັງ​ມີ​ຄວາມ​ຫວັງ, ຍັງ​ຕ້ອງ​ກ້າວ​ຕໍ່​ໄປ. ຖ້າຫວນ​ຄືນ​ຄວາມຫຼັງ, ​ເບິ່​ງ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ກໍ່​ໄດ້​ແລ້ວ, ​ເພື່ອ​ຖອດ​ຖອນ​ບົດຮຽນ, ຈະ​ເບິ່ງຢູ່​ບໍ່​ເຊົາ​ແມ່ນ​ບໍ່​ໄດ້. ​

ສຸດ​ທ້າຍ, ວິ​ໄລ​ວັນ​ຈະ​ເລົ່າ​ນິທານ​ພື້ນ​ເມືອງ​ຂອງ​ຈີນສູ່​ຟັງ, ​ຕາມ​ການ​ເລົ່າ​ລື​ກັນວ່າ, ​ໃນ​ເວລາ​ຄົນ​ເຮົາຈາກ​ໂລກ​ນີ້​ໄປ​ອີກ​ໂລກ​ໜຶ່ງ​ນັ້ນ, ຕ້ອງ​ຜ່ານ​ຂົວ​ແຫ່ງ​ໜຶ່ງ, ຢູ່​ເທິ​ງຂົວ​ນີ້​ຕ້ອງ​ຫູບ​ນ້ຳ​​ແກງ​ຖ້ວຍ​ໜຶ່ງ, ​ແກງ​ນີ້ຊື່ວ່າ "​ແກງ​ເມີ້​ງ​ໂພ", ກິນ​ແລ້ວ​ຈະ​ເຮັດ​ໃຫ້​ລືມຄວາມ​ມ່ວນ​ຊື່ນ, ​ຄວາມ​ອຸກ​ອັ່ງ​, ຄວາມຄຽດ​ຄວາມ​ຊັງ, ຄວາມຮັກ​ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ໄປ​ໝົດ, ​ເມື່ອ​ລືມ​ເລື່ອງ​ຕ່າງໆ​ໃນ​ຊາດ​ນີ້​ໄປ​ແລ້ວ, ຈຶ່ງຈະ​ສາມາດ​ຜ່ານຂົວ​ນີ້​​ແລະ​ໄປດຳລົງ​ຊີວິດ​ໃນ​ຊາດ​ໜ້າ​ໄດ້… ອັນ​ນີ້​ກໍ​ເປັນ​ພຽງ​ນິທານ​ຊື່ໆ, ແຕ່​ວ່າ, ​ໃນ​ເວລາ​ພົບ​ເລື່ອງ​ທີ່​ເຮັດ​ໃຫ້​ເຮົາ​ເຈັບ​ປວດໃຈ​ແລ້ວ, ຖ້າ​ມີ​ແກງ​ແບບ​ນີ້​ຄື​ຊິ​ດີ​ເນາະ! ​ເພາະມັນ​ສາມາດ​ເຮັດ​ໃຫ້​ເຮົາ​ລືມ​ຄວາມ​ເຈັບ​ປວດ​ໃນ​ເມື່ອ​ກ່ອນ​​ໄປໄດ້​ໝົດ. ​ແຕ່​ໃນ​ໂລກ​ນີ້​ບໍ່​ມີ​ແກງ​ແບບ​ນີ້ດອກ, ມີ​ແຕ່​ເຮົາ​ເອງ​ນີ້​ລະທີ່​ຈະ​ຊ່ວຍ​ຕົນ​ເອງ​ພົ້ນ​ຈາກ​ຄວາມ​ເຈັບ​ປວດ​ໄດ້. ສະ​ນັ້ນ, ​ໃນ​ເວລາ​ທ່ານ​ໄດ້​ປະ​ສົບ​​ເລື່ອງ​ບໍ່​ດີ​ໃນ​ຊີວິດ​ແລ້ວ, ວິ​ໄລ​ວັນ​ຂໍ​ໃຫ້​ທ່ານ​ຈົ່ງ​ພະ​ຍາ​ຍາມ​ລືມ​ມັນ​ໄວ​ທໍ່​ໃດ​ຍິ່ງ​ດີ, ກ້າວ​ໄປ​ຂ້າງ​ໜ້າ​ເພື່ອສ້າງ​ອະນາຄົດ​ທີ່ດີກ​ວ່າ​ເກົ່າ​​, ພົບ​ຄົນ​ທີ່​ດີກ​ວ່າ​ເກົ່າ, ​ແລະ​ປະສົບ​ຜົນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ​ໃນ​ມື້​ຕໍ່​ໄປ.


1 2 3