ເບິ່ງ​ໂລກໃນ​ແງ່​ດີ​ແລະ​ແງ່​ຮ້າຍ

(GMT+08:00) 2012-03-28 15:46:34     cri


ບໍ່​ຮູ້​ວ່າ​ທ່ານ​ເຄີຍ​​ໄດ້​ຍິນ​ນິທານ​​ເລື່ອງນີ້ຫຼືບໍ່: ຄື​ ມີຜູ້​ຊາຍ​ຜູ້​ໜຶ່ງ, ລາວມີ​ລູກ​ສອງ​ຄົນ, ​ໃນ​ນັ້ນ, ຜູ້​ໜຶ່ງ​​ມັກ​ເບິ່ງ​ເລື່ອງ​ຕ່າງໆໄປ​ໃນ​ແງ່​ຮ້າຍ, ອີກ​ຜູ້ໜຶ່ງ​ມັກ​​​ເບິ່ງ​ເລື່ອງຕ່າງໆ​ໄປ​ໃນ​ແງ່​ດີ. ພໍ່​ຢາກ​ປ່ຽນ​ນິດ​ໃສ​ຂອງ​ລູກ​ສອງ​ຄົນນີ້, ມີມື້ໜຶ່ງ, ພໍ່​ເອົາ​ເຄື່ອງຫຼິ້ນຫຼາຍໆ​ຢ່າງ​ໄປໄວ້​ຢູ່​ໃ​ນຫ້ອງຂອງລູກທີ່​ມັກ​​ເບິ່ງທຸກ​ສິ່ງ​​ໃນ​ແງ່​ຮ້າຍ, ​ແຕ່​ສົ່ງ​ລູກຄົນ​ທີ່​ມັກ​ເບິ່ງທຸກ​ຢ່າງໃນ​ແງ່​ດີ​ນັ້ນ​​ໄປ​ຢູ່​ໃນ​ຫ້ອງ​ທີ່​ມີ​ແຕ່​ຂີ້​ມ້າ. ມື້​ທີ​ສອງມາ, ພໍ່​ເຫັນລູກ​ຄົນທີ່​ມັກ​ເບິ່ງ​ເລື່ອງ​ລາວ​ໄປ​ໃນ​ແງ່​ຮ້າຍ​ນັ້ນ ຍັງ​​ໂສກເສົ້າຢູ່ຄື​ເກົ່າ, ບໍ່​ຫຼິ້ນ​ເຄື່ອງຫຼິ້ນຫຍັງຈັກຢ່າງ, ​ເພາະ​ລາວບໍ່ກ້າ, ລາວຢ້ານ​​ເຄື່ອງຫຼິ້ນ​ເຫຼົ່ານັ້ນ​ຈະເພ, ສ່ວນ​ລູກ​ທີ່​ມັກ​ເບິ່ງ​ເລື່ອງ​ລາວ​ໄປໃນ​ແງ່​ດີນັ້ນ, ພັດກຳລັງ​ຊອກ​ຫາ​ສິ່ງ​ໃດ​ສິ່ງ​ໜຶ່ງຢູ່​ໃນ​ກອງ​ຂີ້​ມ້າ​ຢ່າງ​ເບີກບານ​ສຳລານ​ໃຈ. ພໍ່​ຈຶ່ງຖາມ​ວ່າ: "ລູກ​ພວມ​ຊອກ​ຫຍັງ​ຢູ່?" ລູກ​ຕອບ​ຢ່າງ​ໜ້າ​ຊື່ນ​ຕາ​ບານ​ວ່າ: "ລູກຄິດ​ວ່າ, ​ໃນ​ກອງ​ຂີ້​ມ້ານີ້, ອາດ​ຈະມີມ້ານ້ອຍໆ​ໂຕ​ໜຶ່ງລີ້ຢູ່​ໃນ​ຫັ້ນ."

ນິທານ​ເລື່ອງ​ນີ້​ບອກ​ໃຫ້​ພວກ​ເຮົາຮູ້​ວ່າ, ທ່າ​ທີ​​ຂອງ​ພວກ​ເຮົາຈະ​ຕັດ​ສິນ​ຄວາມ​ຮູ້ສຶກ​ຂອງ​ຕົນ​ທີ່​ມີ​ຕໍ່​ຊີວິດ. ​ໃນ​ສາຍຕາ​ຂອງຄົນ​ທີ່​ມັກເບິ່​ງ​ເລື່ອງ​ຕ່າງໆ​ໄປ​ໃນ​ແງ່​ຮ້າຍນັ້ນ, ຈະບໍ່​​ໄດ້ເຫັນ​​ສິ່ງ​ດີໆ​ງາມໆ, ມັກ​ສັງ​ເກດ​ແຕ່​ເລື່ອງ​ພາ​ໃຫ້​ຄົນ​ບໍ່​ມ່ວນ​ໃຈ. ສ່ວນ​ໃນ​ສາຍຕາ​ຂອງຄົນ​ທີ່​ມັກເບິ່​ງ​​ເລື່ອງ​ຕ່າງໆໄປ​ໃນ​ແງ່​ດີນັ້ນ, ​ເຖິງ​ແມ່ນ​ວ່າ​ເປັນເລື່ອງ​ທີ່​ບໍ່​ດີ​ກໍ່​ຍັງ​ເບິ່​ງໄປ​ໃນ​ແງ່​ດີ, ມີ​ທ່າ​ທີ​ຕັ້ງໜ້າ​ແລະ​ຫ້າວ​ຫັນ​ຕໍ່​ຊີວິດ. ຈິນຕະນາການ​ຂອງ​ພວກ​ເຮົາ​ສາມາດຕັດສິນຊີ້​ຂາດ​ຊີວິດ​ການ​ເປັນ​ຢູ່​ຕົວ​ຈິງ​ຂອງ​ພວກ​ເຮົາ.


1 2 3