ເບິ່ງ​ໂລກໃນ​ແງ່​ດີ​ແລະ​ແງ່​ຮ້າຍ

(GMT+08:00) 2012-03-28 15:46:34     cri


ການ​ຮັກສາ​ທ່າ​ທີ​ເບິ່ງ​ໂລກ​ໃນ​ແງ່​ດີ​, ບໍ່​ແມ່ນ​ເລື່ອງ​ງ່າຍ, ການ​ເບິ່ງ​ບັນຫາໄປ​ໃນ​ແງ່​ດີ​ຕ້ອງມີຄວາມ​ກ້າ​ຫານ, ຕ້ອງ​ພະຍາຍາມ​ແລະມີສະຕິ​ປັນຍາ, ດ້ວຍ​ສິ່ງ​ເຫຼົ່ານີ້, ຊີວິດ​ຂອງ​ທ່ານ​ບໍ່​ວ່າ​ໃນ​ໄລຍະ​ໃດ, ກໍ່​ຈະ​ເຕັມ​ໄປ​ດ້ວຍ​ຄວາມມີ​ຊີວິດ​ຊີວາ​ແລະ​ຄວາມ​ຫວັງທີ່​ດີໆ.

ຂໍ​ໃຫ້​ທ່ານ​ລອງ​ໃຊ້​ທ່າ​ທີ​ເບິ່ງ​ໂລກ​ໃນ​ແງ່​ດີ​ໃນຊີວິດ​ຂອງຕົນ, ຕ້ອນຮັບ​ທຸກໆ​ມື້​ດ້ວຍ​ໃບ​ໜ້າ​ຍີ້ມ​ແຍ້ມ​ແຈ່ມ​ໃສ, ​ເຊື່ອ​ວ່າ, ຊີວິດ​ການ​ເປັນ​ຢູ່ທີ່​ທຳ​ມະ​ດາ​ຂອງ​ທ່ານ​ກໍ່ຈະ​ສົ່ງ​ກິ່ນ​ຫອມຫວນພິ​ເສດ​ອອກ​ມາ, ສ່ວນ​ຄວາມ​ຫຍຸ້ງຍາກ​ນັ້ນ, ກໍ່​ຈະ​ນັບ​ມື້​ນັບຖອຍ​ຫ່າງ​ຈາກ​ທ່ານ​ໄປ​!


1 2 3