ເບິ່ງ​ໂລກໃນ​ແງ່​ດີ​ແລະ​ແງ່​ຮ້າຍ

(GMT+08:00) 2012-03-28 15:46:34     cri


ຄົນ​ທີ່​ມັກເຫັນ​​​ເລື່ອງ​ຕ່າງໆໄປ​ໃນ​ແງ່​ຮ້າຍນັ້ນ, ຈະ​ເຮັດ​ໃຫ້​​ເສັ້ນທາງຊີວິດ​ຂອງຕົນນັບ​ມື້​ນັບ​ແຄບ​ເຂົ້າ, ຄົນ​ທີ່​ມັກ​ເຫັນ​ເລື່ອງຕ່າງໆ​ໄປ​ໃນ​ແງ່​ດີ​ນັ້ນ, ຈະ​ເຮັດ​ໃຫ້​​ເສັ້ນທາງ​ຊີວິດຂອງຕົນ​ນັບ​ມື້​ນັບ​ກວ້າງ​ອອກ, ສະ​ນັ້ນ, ສາມາດ​ເວົ້າ​ໄດ້​ວ່າ, ການ​ເລືອກ​ເອົາ​ທ່າ​ທີ​ເຫັນ​​ໄປໃນ​ແງ່​ດີ​ແມ່ນ​ຄວາມ​ສະຫຼາດສະຫຼຽວຢ່າງ​ໜຶ່ງ​. ມີ​ຄວາມເວົ້າຄວາມ​ໜຶ່ງ​ເວົ້າ​ວ່າ: ບາງ​ທີ່, ສິ່ງ​ໃດ​ສິ່ງ​ໜຶ່ງຈະແມ່ນ​ຫຍັງ​ກໍ່ຕາມ, ມັນຂຶ້ນ​ກັບ​ວ່າ, ​ໃນ​ສາຍຕາ​ຂອງເຮົານັ້ນ ຈະ​ເບິ່ງ​ມັນ​ແບບ​ໃດ​ນັ້ນ​ຄື​ສິ່ງ​ທີ່ສຳຄັນ​ກວ່າ. ​ຖ້າ​ເຮົາຮູ້ສຶກວ່າຊີວິດຂອງ​​ຕົນ​ເອງ​ບໍ່​ເປັນຕາຢູ່​​, ​ເຮົາກໍ່​ຈະ​ບໍ່​ມີ​ຄວາມສຸກຢ່າງ​ແນ່ນອນ. ​ເມື່ອ​ເຮົາ​ຖື​ຊີວິດເປັນ​ເງິນ​ເປັນ​ຄຳ, ທຸກມື້​ຂອງ​ເຮົາ​ກໍ​ຈະມີ​ຄວາມມ່ວນ​ຊື່ນ.

ຄົນ​ເຮົາດຳລົງ​ຊີວິດ​ໃນ​ໂລກ​ນີ້, ​ເລື່ອງ​ທີ່​ບໍ່ສົມ​ຫວັງ​​ໄດ້ນັ້ນ​ຈະ​ມີ​ເຖິງ 80% ຫຼື 90%, ນີ້​ແມ່ນ​ຄວາມ​ເປັນ​ຈິງ​ທີ່ຫຼີກ​ເວັ້ນບໍ່​ໄດ້, ຖ້າຫຼີກ​ເວັ້ນບໍ່​ໄດ້, ​ຈະເສົ້າໝອງ​ໃຈ​ແລະ​ເບິ່ງ​ໂລກ​ໄປ​ໃນ​ແງ່​ຮ້າຍ​ເຮັດ​ຫຍັງ! ສະ​ນັ້ນ, ທາງ​ທີ່​ດີ​ແມ່ນ​ຕ້ອງຕັ້ງໜ້າ​​ຫາ​ວິທີ​ແກ້​ໄຂບັນຫາໃຫ້​ຕົກ, ເອົາ​ຊະນະ​ມັນ, ຜາບ​ແພ້​ມັນຈະ​ດີກ​ວ່າ​.

ລອງ​ເບິ່ງວ່າ, ​ຖ້າ​ພວກ​ເຮົາ​ຍີ້​ມ​ແຍ້ມ​ແຈ່ມ​ໃສ​ໃນ​ແຕ່​ລະ​ມື້, ຊີວິດ​ຂອງ​ພວກ​ເຮົາຈະ​ເປັນ​ແນວ​ໃດ? ​ດ້ວຍຄວາມ​ຍິ້ມ​ແຍ້ມ​​​ແຈ່ມ​ໃສ, ກໍ່​ຈະ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່ຈະຜ່ານ​ຜ່າສິ່ງ​ກີດຂວາງ​ຕ່າງໆ, ດ້ວຍຄວາມ​ຍິ້ມ​ແຍ້ມ​​​ແຈ່ມ​ໃສ, ກໍ່​ຈະສາມາດ​ປ່ຽນ​ແປງ​ສະພາບ​ການ​ທີ່​ບໍ່​ດີເທື່ອ​ລະ​ກ້າວ. ​​ບໍ່​ວ່າ​ພວກເຮົາຈະ​ປະສົບບັນຫາຫຍັງ​ກໍ​ຕາມ, ​ຢ່າ​ລືມ ​ຈົ່ງ​​ເອົາ​ຊະນະບັນຫາ​ນັ້ນ​ດ້ວຍ​ຄວາມ​ຍິ້ມ​ແຍ້ມ​ແຈ່ມ​ໃສ.


1 2 3