ການ​ດີດພິນ(ສຽງ)

(GMT+08:00) 2012-04-06 17:04:32     cri

ພິນ​ເປັນ​ເຄື່ອງ​ເສບ​ທີ່​ມີ​ປະຫວັດສາດດົນ​ນານ​ກວ່າ​ໝູ່​ຂອງ​ຈີນ, ​​ ທັງ​ເປັນ​ເຄື່ອງ​ເສບ​ທີ່ສາມາດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະທຳ​ຈີນ​ແລະ​ນ້ຳ​ໃຈ​ຂອງ​ຄົນ​ຈີນ​ທີ່​ສຸດ.

ໃນ​ໄລຍະ​ບູຮານ​ຂອງ​ຈີນ, "ການ​ດີດພິນ, ການຫຼິ້ນໝາກ​ລ້ອມ, ການ​ຂຽນ​ງາມ​ແລະການ​ແຕ້ມ​ຮູບ" ​ແມ່ນສີ​ລະ​ປະ 4 ຢ່າງທີ່ຜູ້​ມີ​ຄວາມ​ຮູ້​ຕ້ອງ​ເຮັດ​ເປັນ, ​ໃນ​ນັ້ນ, ການ​ດີດ​ພິນ​​ເປັນອັນ​ດັບ​ທີ​ໜຶ່ງ, ມີ​ຖານະ​ສູງ​ກວ່າ​ໝູ່.

ພິນບໍ່​ແມ່ນ​ເຄື່ອງ​ເສບ​ທີ່​​ໃຊ້ສຳລັບ​ການສະ​ແດງ, ທຽບ​ໃສ່​​ເຄື່ອງ​ເສບ​ແນວ​ອື່ນ, ສຽງ​ຂອງ​ພິນ​ຈະ​ນ້ອຍ​ກວ່າ​, ຕ່ຳ​ກວ່າ. ສຽງພິນມັກ​ຈະ​ພາໃຫ້​​ເກີດ​ມີ​ຄວາມ​ຄິດ​ເລິກ​ເຊິ່ງ. ຈຸດປະສົງ​ຂອງ​ຜູ້ດີ​ດພິນ​, ​ບໍ່​ແມ່ນ​​ໃຊ້​ສຽງ​ດົນຕີ​ເພື່ອ​ໄປ​ຄັບ​ກ່ອມ​ຈິດ​ໃຈ​ຜູ້​ອື່ນ, ພັດ​ແມ່ນ​ສະ​ແດງ​ເຖິງແນວ​ຄິດຈິດ​ໃຈ​ແລະ​ອຸດົມ​ຄະຕິ​ຂອງ​ຕົນ​ອອກ​ມາດ້ວຍ​ສຽງ​ພິນ.











1 2 3