ການ​ດີດພິນ(ສຽງ)

(GMT+08:00) 2012-04-06 17:04:32     cri

ການ​ດີດ​ພິນ, ຕ້ອງ​ເລືອກ​ສະຖານ​ທີ່, ສະພາບ​ແວດ​ລ້ອມ​ຕ້ອງ​ດີ, ຕ້ອງ​ແມ່ນ​ໃນ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ງຽບໆ, ຫຼືວ່າ​ຢູ່​ໃນ​ເຮືອນ​ທີ່​ສະອາດ. ຍັງຕ້ອງ​ເລືອກ​ເວລາ​ທີ່​ອາ​ກາດງາມໆ, ຫຼືວ່າ​ໃນ​ມື້​ທີ່​ທ້ອງຟ້າ​ປອດ​ໂປ່​ງ, ຫຼືວ່າ​ໃນ​ຕອນ​ກາງຄືນ, ນັ່ງ​ຢູ່​ໃຕ້​ດວງ​ຈັນ​ທີ່​ແຈ່ມ​ໃສ. ຈິດ​ໃຈ​ຂອງ​ຜູ້ດີ​ດຕ້ອງ​ທຸ່ນ​ທ່ຽງ, ມີ​ສະມາທິ, ສະຫງົບ. ຜູ້​ຟັງ​ຕ້ອງ​ແມ່ນ​ຜູ້​ທີ່ຮູ້​ໃຈ, ຄັນ​ບໍ່​ມີ​ຄົນ​ແນວ​ນີ້, ກໍ່ດີດ​ຢູ່​ຜູ້ດຽວ, ດີດ​ເພື່ອ​ສິ່ງ​ດີໆ​ງາມໆ​ໃນ​ທຳ​ມະ​ຊາດ, ດີດ​ໃຫ້​ແສງ​ເດືອນ​ຟັງ, ​ໃຫ້ຕົ້ນ​ໄມ້​ຟັງ, ​ແລກປ່ຽນຈິດ​ໃຈ​ຂອງ​ຕົນ​ກັບ​ທຳ​ມະ​ຊາດ.

ຜູ້ດີ​ດພິນ​ຕ້ອງ​ເຄົາລົບ​ພິນ, ການນຸ່ງຖື​ຕ້ອງ​ສະອາດ, ສຸພາບ, ຮຽບຮ້ອຍ. ຕ້ອງ​ເອົາ​ໃຈ​ໃສ່​ກິລິຍາ​ທ່າ​ທາງ, ນັ່ງ​ແບບ​ຄ່ຽງຄົມ, ສຸພາບ, ບໍ່​ໃຊ້​ເລ່​ລ່ຽມ​ມາ​ຍາ. ຖ້າວ່າ​ຝົນ​ຟ້າ​ຄະນອງ, ອາກາດ​ບໍ່​ດີ​ບໍ່​ຄວນ​ດີດ, ຢູ່​ບ່ອນ​ທີ່​ບົນ​ແຊວ​​ບໍ່​ດີດ, ຢູ່​ຕໍ່ໜ້າ​ຜູ້​ທີ່​ຫຍາບ​ຄາຍ​​ບໍ່​ດີດ, ບໍ່​ມີ​ບ່ອນ​ນັ່ງ​ກໍ່​ບໍ່​ດີດ, ​ຮ່າງກາຍ​ບໍ່​ສະອາດ​ກໍ່​ບໍ່​ດີດ, ​ໃຈ​ບໍ່​ສະຫງົບ​ກໍ່​ບໍ່​ຄວນ​ດີດ. ​ໃຈ​ຂອງ​ຜູ້ດີ​ດຕ້ອງ​ບໍລິສຸດ​ຜຸດ​ຜ່ອງ, ບໍ່​ຄວນ​ໃຊ້​ສຽງ​ພິນ​ໄປ​ເອົາ​ອົກ​ເອົາ​ໃຈ​ພວກ​ເຈົ້ານາຍ​ແລະ​ພວກ​ມີ​ເງິນ​ທີ່​ບໍ່ຮູ້​ເລິກ​ເຊິ່ງຊີວິດ​ຈິດ​ໃຈ​ຂອງ​ພິນ.
ສະຫຼຸບ​ແລ້ວ, ການ​ດີດ​ພິນ​ແມ່ນ​ເລື່ອງ​ທີ່​ພິຖີ​ພິຖັນຫຼາຍ.

​ໃນ​ສັງຄົມ​ປະຈຸ​ບັນທີ່​ນັບ​ມື້​ນັບ​ບົນແຊ​ວຂຶ້ນ, ຄວາມ​ງຽບ​ສະຫງົບ​ຂອງສະພາບ​ແວດ​ລ້ອມ​ນັບ​ມື້​ນັບ​ຫາຍ​ໄປ, ຄຽງ​ຄູ່​ກັນ​ນັ້ນ, ຄວາມງຽບ​ສະຫງົບ​ໃນ​ຈິດ​ໃຈ​ຂອງ​ຄົນ​ເຮົາ​ກໍ່​ຄ່ອຍໆ​ຫາຍ​ໄປ​ເຊັ່ນ​ກັນ. ພິນ——​ເຄື່ອງ​ເສບ​ທີ່​ເຄີຍ​ມີ​ຄວາມ​ສຳຄັນຫຼາຍ​ໃນ​ວັດທະນະທຳ​ຂອງ​ຈີນມາ​ເປັນ​ເວລາຫຼາຍພັນ​ປີ​ນັ້ນ ກໍ່​ນັບ​ມື້ນັບ​ໄກ​ຈາກຊີວິດຂອງ​ຄົນ​ຈີນ​ໄປ, ​ໃນສະຕະວັດ​ທີ່​ແລ້ວ​ນີ້, ​ເຄີຍມີ​ໄລຍະ​ໜຶ່ງ, ຢູ່​ທົ່ວ​ປະ​ເທດ​ຈີນ, ຜູ້​ທີ່​ດີດ​ພິນ​ເປັນນັ້ນ​ບໍ່ຮອດ​ 100 ຄົນ​…


1 2 3