ການ​ດີດພິນ(ສຽງ)

(GMT+08:00) 2012-04-06 17:04:32     cri

ແຕ່​ວ່າ, ຄຽງ​ຄູ່​ກັບ​ເສດຖະກິດ​ໂລກ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​, ວັດທະນະທຳ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ແຜ່​ຂະຫຍາຍ​ໄປຮອດ​ທຸກມຸມ​ທຸກ​ແຈຂອງ​ທົ່ວໂລກ, ຫຼາຍປີ​ມໍ່ໆ​ມາ​ນີ້, ການ​ຮັກສາ​ລັກສະນະຫຼາຍ​ເຄົ້າຂອງ​ວັດທະນະທຳ​ມະນຸດກໍ່​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍຈາກ​ຝ່າຍ​ຕ່າງໆ.

ປີ 2003, ສະຫະ​ປະຊາ​ຊາດ​ໄດ້​ຈັດ "ພິນ" ​ເຂົ້າ​​​ເປັນ "ມໍລະດົກ​​ໂລກ​ທີ່​ບໍ່​ແມ່ນ​ວັດຖຸຂອງ​ມະນຸດ", ປີ 2006, ລັດຖະບາ​ນຈີນ​ໄດ້​ຈັດ "ສີ​ລະ​ປະພິນ" ​ເຂົ້າ​ເປັນ​ມໍລະດົກ​ວັດທະນະທຳທີ່​ບໍ່​ແມ່ນ​ວັດຖຸ​ລະດັບ​ຊາດງວດ​ທຳ​ອິດ. ຊຸມ​ປີ​ມໍ່​ໆ​ມາ​ນີ້, ພິນ​ເລີ່​ມ​ໄດ້ຮັບ​ຄວາມ​ສົນ​ໃຈ​ຈາກ​ຄົນ​ຈີນ​ຄືນ​ໃໝ່, ຜູ້ຮຽນ​ການ​ດີດ​ພິນ​ກໍ່​ນັບ​ມື້​ນັບຫຼາຍຂຶ້ນ.

ປີ​ກ່ອນ, ວິ​ໄລ​ວັນກໍ່​ເລີ່​ມ​ໄປ​ຮຽນການ​ດີດ​ພິນ, ມາຮອດ​ປະຈຸ​ບັນ​ນີ້, ກໍ່ຮຽນ​ປີ​ເຄິ່ງ​ແລ້ວ. ​ໃນໜຶ່ງ​ປີ​ເຄິ່ງນີ້, ວິ​ໄລ​ວັນ​ໄດ້​ສຳຜັດ​ກັບ​ວັດທະນະທຳ​ດີ​ເລີດ​ຂອງ​ຈີນຫຼາຍກວ່າ​ເກົ່າ, ມີ​ຄວາມ​ພາກພູ​ມ​ໃຈ​ຕໍ່​ຊົນ​ຊາດ​ຕົນຫຼາຍກວ່າ​ເກົ່າ. ອາຈານ​ສອນ​ການ​ດີດ​ພິນບອກ​ວິ​ໄລ​ວັນ​ວ່າ, ຢາກ​ດີດພິນ​ໃຫ້​ດີ, ຕ້ອງ​ຝຶກ​ຈິດ​ໃຈ​ຂອງ​ຕົນ, ສ້າງ​ຈິດ​ໃຈ​ໃຫ້​ງົດ​ງາມ, ມີ​ຄຸນສົມບັດ​ດີ, ນອກ​ນັ້ນ, ຍັງຕ້ອງອ່ານ​ປຶ້ມກ່ຽວ​ກັບ​ວັດທະນະທຳ​ຈີນ​ໃຫ້ຫຼາຍໆ, ​ຄວາມຮູ້​​ໃນຫຼາຍໆ​ດ້ານ​ຂອງ​ວັດທະນະທຳ​ຈີນ​ ຈະ​ເປັນ​ກົກ​ຮາກ ​​ບຳລຸງ​ສີມື​ການ​ດີດ​ພິນ​ຂອງ​ຜູ້ດີ​ດ. ຕໍ່​ໄປ, ວິ​ໄລ​ວັນ​ຈະ​ພະຍາຍາມ​ຮຽນການ​ດີດ​ພິນຕໍ່, ພະຍາຍາມສ້າງ​ຕົວ​ເອງ​ໃຫ້​ເປັນ "ຄົນ​ຈີນ​ແທ້ໆ". ມື້​ໜ້າ, ​ເມື່ອ​ວິ​ໄລ​ວັນ​ມີ​ລູກ​ແລ້ວ, ກໍ່​ຈະ​ສອນ​ໃຫ້​ລູກສືບ​ທອດ​ວັດທະນະທຳ​ທີ່ດີ​ເລີດ​ຂອງ​ຊົນ​ເຜົ່າ​ຕົນ, ​ຕ້ອງເປັນ "ຄົນ​ຈີນຮ້ອຍ​ເປີເຊັນ" ກ່ອນ, ​​​ແລ້ວ​ຈຶ່ງ​​ໄປ​ແລກປ່ຽນ​ກັບວັດທະນະທຳ​ຕ່າງ​ປະ​ເທດ.


1 2 3