ໃນຊີວິດຂອງຄົນເຮົາ, ຖ້າວ່າເຮົາສະຫຼະສ່ວນໜຶ່ງແລ້ວ, ກໍ່ຫວັງຢາກໃຫ້ມີສິ່ງຕອບແທນ. ຄົນບູຮານຈີນມັກເວົ້າວ່າ: ມີການຄາດໄຖກໍ່ຍ່ອມມີການເກັບກ່ຽວ. ທຳມະດາແລ້ວ, ໃນຊີວິດສັງຄົມ, ຄວາມເວົ້ານີ້ແມ່ນເໝາະສົມທີ່ສຸດ. ເຮົາທຸ່ມເທເຮື່ອແຮງ, ຄາດໄຖຢ່າງດຸໝັ່ນແລ້ວ, ກໍ່ຈະໄດ້ຮັບຜົນເກັບກ່ຽວພືດພັນທັນຍາຫານ. ເມື່ອສະຫຼະເວລາຮ່ຳຮຽນ, ເຮົາກໍ່ຍ່ອມຈະໄດ້ຮັບຄວາມຮູ້ຄວາມສະຫຼາດ. ເມື່ອໃຊ້ສະຕິປັນຍາ, ທຸ່ມເຫື່ອເທແຮງເຮັດວຽກ, ກໍ່ຈະໄດ້ຮັບຜົນງານ. ສຸພາສິດລາວເວົ້າວ່າ: "ໝູໄປໄກ່ມາ", ໃນການຄົບຄ້າສະມາຄົມ, ຖ້າວ່າເຮົາມອບຄວາມຈິງໃຈໃຫ້ຜູ້ອື່ນ, ກໍ່ຍ່ອມຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ໃຫ້ການຊ່ວຍເຫຼືອແກ່ຜູ້ອື່ນກໍ່ຈະໄດ້ຮັບຄວາມຮູ້ບຸນຄຸນ.
ໃນເວລາຄົນເຮົາໄດ້ຮັບສິ່ງໃດສິ່ງໜຶ່ງຈາກຜູ້ອື່ນ, ແນ່ນອນຈະຮູ້ສຶກດີໃຈ. ແຕ່ວ່າ, ທຸກສິ່ງທຸກຢ່າງໃນໂລກນີ້, ບາງເທື່ອກໍ່ສັບສົນກວ່າທີ່ເຮົາຄິດ, ການໃຫ້ກັບການໄດ້ບໍ່ແມ່ນວ່າຈະເທົ່າທຽມກັນສະເໝີໄປ, ຖ້າເປັນດັ່ງນີ້, ຈິດໃຈເຮົາກໍ່ຈະບໍ່ທຸ່ນທ່ຽງ, ຮູ້ສຶກອຸກໃຈ, ຈົນກະທັ້ງມັກຈົ່ມວ່າ.
ຈີນຍັງມີຄຳບູຮານຄວາມໜຶ່ງວ່າ: "ຍາມໂຊກດີມີເຄາະຮ້າຍແຝງຢູ່, ຍາມເຄາະຮ້າຍກໍ່ມີໂຊກດີຕາມມາ". ໝາຍຄວາມວ່າ ໂຊກດີກັບເຄາະຮ້າຍຕ່າງເພິ່ງພາອາໄສກັນ, ສາມາດຫັນປ່ຽນໄດ້, ເລື່ອງດີກໍ່ສາມາດປ່ຽນເປັນຜົນຮ້າຍ, ເລື່ອງຮ້າຍກໍ່ສາມາດກາຍເປັນໂຊກດີ. ການເສຍກັບການໄດ້, ແຕ່ໃດມາມັນກໍ່ບໍ່ກົງກັນຈັກເທື່ອ, ເໝືອນດັ່ງສອງໜ້າຂອງເງິນຫຼຽນ, ຕ່າເພິ່ງພາອາໄສກັນ. ເວລາເຮົາຮູ້ສຶກເພິ່ງພໍໃຈແລະດີອົກດີໃຈນຳສິ່ງທີ່ຕົນໄດ້ຮັບນັ້ນ, ເຮົາອາດຈະບໍ່ໄດ້ຄຶດເລີຍວ່າ, ໃນອະນາຄົດ, ເຮົາອາດຈະຕ້ອງເສຍຄ່າຕອບແທນຫຼາຍກວ່ານີ້ອີກ, ແຕ່ພ້ອມນີ້, ເວລາເຮົາອຸກໃຈຍ້ອນເສຍສິ່ງໃດສິ່ງໜຶ່ງ, ແລະກິນແໜງແຄງໃຈຢູ່ນັ້ນ, ມັນຄືວ່າ ເຮົາໄດ້ເສຍຫາຍຫຼາຍສິ່ງຫຼາຍຢ່າງ, ແຕ່ທ່ານຮູ້ບໍ່, ພ້ອມນີ້, ທ່ານກໍ່ໄດ້ຮັບປະສົບການອັນລ້ຳຄ່າແລະບົດຮຽນທີ່ດີຢ່າງຫຼວງຫຼາຍ, ນີ້ກໍ່ແມ່ນຊັບສົມບັດອັນປະເສີດໃນຊີວິດຕໍ່ໄປຂອງເຮົາ.
ຄົນເຮົາບໍ່ອາດຄວບຄຸມການປ່ຽນແປງຂອງເຫດການໂລກພາຍນອກ ໄດ້, ສິ່ງທີ່ເຮົາສາມາດປ່ຽນແປງນັ້ນ, ມີແຕ່ເຮົາເອງ, ສະນັ້ນ, ບໍ່ວ່າເກີດເລື່ອງຫຍັງໃນຊີວິດ, ໄດ້ຮັບກໍ່ຢ່າ, ເສຍຫາຍກໍ່ຢ່າ, ຍາມໃດກໍ່ຕ້ອງຮັກສາຄວາມໃຈເຢັນ, ຍາມໄດ້ ກໍ່ຢ່າດີໃຈຈົນເກີນສ່ວນ, ຍາມເສຍກໍ່ບໍ່ຕ້ອງເສຍໃຈຈົນເກີນໄປ, ເພາະວ່າ, ເລື່ອງເຫຼົ່ານີ້ບໍ່ແມ່ນຈຸດຈົບ, ຫາກແມ່ນຈຸດເລີ່ມຕົ້ນໃໝ່, ການຮູ້ເລີ່ມຕົ້ນໃໝ່, ອາດຈະແມ່ນທ່າທີທີ່ສະຫຼາດກວ່າ.
ຜູ້ຮູ້ໃຈກັນ... ຄວາມຫ່າງເຫີນກັນ...