ສະບາຍ​ດີ​ວັນ​ແມ່

(GMT+08:00) 2012-05-12 14:57:35     cri

"​ແມ່" ​ເປັນ​ຄຳ​ເອີ້ນ​​ທີ່​ເຮັດ​ໃຫ້ຜູ້ຍິງ​ທຸກ​ຄົນຮູ້ສຶກ​ອວດ​ອົ່ງ​ທະ​ນົງ​ໃຈ​ແລະ​ພາກພູມ​ໃຈ, "ຄວາມ​ຮັກຂອງ​ແມ່" ​ແມ່ນ​ຄວາມຮັກ​ທີ່​ຍິ່ງ​ໃຫຍ່​ແລະ​ບໍ່​​ເຫັນ​ແກ່​ຕົວ​ທີ່​ສຸດ​ໃນ​ໂລກ, ສ່ວນ "ສະຫຼະ" ກໍ່​ແມ່ນ​ຄຳ​ສັບ​ທີ່​​ໃຊ້ຫຼາຍທີ່​ສຸດ​ສຳລັບ​ບັນ​ລະ​ຍາຍ​ແມ່, ນັບ​ແຕ່ຂະນະ​ທີ່ລູກອອກ​ມາ​ເຫັນ​ໂລກ​ນີ້, ​ແມ່​ກໍ່​ເລີ່​ມທຸ້ມ​ເທ​ກຳລັງ​ໃຈ, ສະຫຼະທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ລູກ​ຢ່າງ​ບໍ່​ກິນ​ແໜງ​ຈັກ​ເທື່ອ​.


ມີ​ຄົນ​ເວົ້າ​ວ່າ: ​​ແມ່​ເປັນ​ອາຊີບຊະນິດ​ໜຶ່ງ, ​ແມ່ນ​ອາຊີ​ບທີ່​ບໍ່​ມີ​ວັນ​ອອກ​ກິນ​ເບ້ຍ​ບຳນານ​ຂອງ​ຜູ້ຍິງ, ​ແລະ​ກໍ່​ບໍ່​ມີ​ເງິນ​ເດືອນ, ບໍ່​ມີ​ມື້​ພັກ. ​ຕັ້ງ​ແຕ່​​​ລູກ​​ເກີດມາ, ຮອດ​ລູກ​ເຂົ້າ​ໂຮງຮຽນ, ຮຽນ​ຈົບ​ແລ້ວ​ໄປ​ເຮັດ​ວຽກ, ຈົນ​ຮອດ​ລູກ​ແຕ່ງງານ, ​ເກີດ​ລູກ​ຂອງ​ຕົນ——​ໃນ​ເວລາ​ທີ່​ດົນ​ນານ​ນີ້, ຄວາມ​ຮັກ​ຂອງ​ແມ່​​ຢູ່​ຄຽງ​ຂ້າງ​ລູກ​ຕະຫຼອດ. ​ຢູ່​ຕາມ​​ເສັ້ນທາງ​ແຫ່ງ​ຊີວິດ​ທີ່​ຄົດໆ​ລ້ຽວໆ, ​ແມ່​ໄດ້​​ໃຫ້​ຄວາມ​ເອົາ​ໃຈ​​ໃສ່ທີ່​ຈິງ​ໃຈ​ແລະ​ຄວາມອົບ​ອຸ່ນ​ທີ່​ສຸດ​ໃຫ້​ພວກ​ເຮົາ, ​ແມ່ຢ້ານ​ລູກ​ໜາວ, ຢ້ານ​ລູກ​ຮ້ອນ, ​ໄດ້​ສະຫຼະ​ເວລາ​ໃຫ້ລູກ​ໂດຍ​ບໍ່​ເຄີຍ​ເຫັນ​ແກ່​ໂຕ​ຈັກ​ເທື່ອ, ​ແມ່​ໄດ້​ສອນຄວາມຮູ້​ກ່ຽວ​ກັບ​ການຄົບ​ຄ້າ​ສະມາຄົມ​​ໃຫ້​ພວກ​ເຮົາ​ຢ່າງ​ບໍ່​ຮູ້ອິດ​ຮູ້ເມື່ອຍ, ​​ເລື່ອງ​ເລັກໆ​ນ້ອຍໆ​ຂອງ​ພວກ​ເຮົາ​ກໍ່​ແມ່ນ​ເລື່ອງ​​ໃຫຍ່​ສຳລັບ​ເພິ່ນ. ຄວາມ​ຮັກ​ຂອງ​ແມ່ນ​ຄວາມ​ຮັກ​ທີ່​ບໍ່​ເຫັນ​ແກ່​ຕົວ, ​ແມ່ນ​ຄວາມ​ຮັກ​ທີ່​ບໍ່​​ເຄີຍ​ຢຸດ​ເຊົາ​ຈັກ​ເທື່ອ​. ວິ​ໄລ​ວັນຄຶດ​ວ່າ, ​ເຖິງຈະ​ແມ່ນ​ກະວີ​ທີ່ຍິ່ງ​ໃຫຍ່​ທີ່​ສຸດ, ​ແລະ​ດົນຕີ​ທີ່​ມ່ວນ​ທີ່​ສຸດ​ໃນ​ໂລກ​ ກໍ່​ບໍ່​ສາມາດ​ບັນ​ລະ​ຍາຍ​ຄວາມ​ຮັກ​ຂອງ​ແມ່​ຢ່າງ​​ເຖິງ​ຖອງ​ໄດ້. ​

ວັນ​ເວລາ​ຜ່ານ​ໄປ, ​ລູກ​ຈະຄ່ອຍໆ​ເຕີບ​ໃຫຍ່​ຂຶ້ນ, ​ແຕ່​ແມ່​ພັດ​ນັບ​ມື້​ນັບ​ເຖົ້າ​ລົງ, ​ເພື່ອນ​ເອີຍ, ທ່ານ​ເຄີຍ​ສັງ​ເກດ​​ເຫັນ​ຮອຍ​ຫຍູ່ຢູ່​ໜ້າຜາກ​ແລະ​ຜົມ​ຫງອກ​ເທິງຫົວ​ຂອງ​ແມ່ບໍ່? ສິ່ງ​ເຫຼົ່ານີ້, ລ້ວນ​ແຕ່​ແມ່ນ​ສັນຍະ​ລັກ​ແຫ່ງ​ຄວາມ​ຮັກ​ຂອງ​ແມ່.

ວັນ​ອາທິດ​ທີ​ສອງ​ຂອງ​ເດືອນ​ພຶດສະພາ​ທຸກ​ປີແມ່ນ​ວັນ​ແມ່​ຂອງຫຼາຍປະ​ເທດ, ບໍ່​ວ່າ​ປະ​ເທດ​ຂອງທ່ານມີ​ວັນ​ແມ່ຫຼືບໍ່, ຂໍ​ໃຫ້​ທ່ານ​ຖື​ວັນ​ນີ້​​ເປັນ​ໂອກາດ​ເພື່ອ​ສະ​ແດງ​ຄວາມຮັກ​ແລະ​ຄວາມ​ຂອບ​ໃຈ​ຕໍ່​ແມ່, ​ໂທລະສັບ​ໄປ​ຫາ​ເພິ່ນ​​ແດ່, ຫຼືວ່າ​ຊື້​ດອກ​ໄມ້​ໃຫ້​ເພິ່ນ​ແດ່, ​ແຕ່ງກິນ​ໃຫ້​ເພິ່ນ​ແດ່, ​ເວົ້າ​ນຳ​ເພິ່ນ​ວ່າ: "ສະບາຍດີ, ວັນ​ແມ່!" … ​ເຖິງ​ວ່າ ສິ່ງ​ເຫຼົ່ານີ້​​ແມ່ນ​ເລື່ອງ​ນ້ອຍໆ, ​ແຕ່​ກໍ່​ສາມາດ​ເຮັດ​ໃຫ້​ແມ່​ຮູ້ສຶກ​ອົບ​ອຸ່ນ​ໃຈ​ທີ່​ສຸດ. ນະ​ທີ່​ນີ້, ວິ​ໄລ​ວັນ​ກໍ່​ຂໍ​ໃຫ້​ຜູ້​ເປັນ​ແມ່​ທຸກ​ຄົນ​ຈົ່ງ​ສະບາຍດີ​ວັນ​ແມ່, ມີ​ສຸຂະພາບ​ແຂງ​ແຮງ, ທັງ​ໜຸ່ມ​ທັງ​ງາມ​ຕະຫຼອດ​ໄປ!

ນັກ​ຂ່າວ​ເມື່ອຍ​ທີ່​ສຸດ​ໃນ​ໂລກ...                                                      ຜົມ​ຍາວ...