ຄົນ​ຈີນ​ບໍລິ​ໂພ​ກຊາຫຼາຍທີ່​ສຸດ​ໃນ​ໂລກ!!!

(GMT+08:00) 2012-06-05 15:01:45     cri
ສະບາ​ຍດີ​ປີ​ໃໝ່ ມິດ​ຮັກ​​ແຟນລາຍການ CRI ທຸກໆທ່ານ!! ພໍ​ຮອດ 19 ​ໂມງ​ພົບ​ກັບໜຸ່ມ​ໃຫຍ່​ອາລົມ​ດີ ທີ່​ດຳ​ເນີນ​ລາຍການ​ເບິ່ງ​ເມືອງ​ຈີນ​ສູ່​ທ່ານ​ຟັງ​ທຸກ​ຄືນ!!! ພົບ​ກັນ​ມື້​ນີ້​ແມ່ນ​ວັນ​ອາທິດ​ ທີ່ 15 ​ເມສາ ກົງ​ກັບ​ມື້​ແຮມ 9 ຄໍ່າ​ເດືອນ 5!! ມື້​ນີ້​ເວົ້າ​ໄດ້​​ເຕັມ​ປາກ​ແລ້ວ​ວ່າ​ສະບາຍດີ​ປີ​ໃໝ່!!! ​ເພາະວ່າ​ແມ່ນ​ມື້​ສັງ​ຂານ​ຂື້ນ​ແມ່ນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່ລາວ​ແທ້ ໆ... ຕາມ​ປະ​ເພນີ​ລາວ​ແລ້ວ​ມື້​ນີ້​ກໍ່ຖື​ວ່າ​ແມ່ນ​ມື້​ສຸດ​ທ້າຍ​ຂອງ​ການສະຫຼອງບຸນ​ກຸດ​ສົງການ​ປີ​ໃໝ່ລາວ!!! ​ແຕ່​ວ່າການ​ຈັດ​ພິທີ​ບາສີສູ່ຂວັນ​ເພື່ອ​ຮັບ​ໂຊກ​ຮັບ​ໄຊ​ໃນ​ປີ​ໃໝ່ ຂອງຫຼາຍ​ເຮືອນ​ກໍ່ຈະ​ແກ່ຍາວ​ໄປຫຼາຍ​ເດືອນ​ພຸ້ນ​ລະ​ຈື່ງ​ຊິ​ຄ່ອຍ​ຮ່ວຍ​ເນາະ!! 3 ​ມື້​ຜ່ານ​ມາ ສຸກ, ​ເສົາ, ອາທິດ​ ມື້​ນີ້​ກໍ່ຄື​ຊິ​ມ່ວນ​ຊິ​ສະຫຼອງກັນ​ເຕັມທີ່​ລະ​ເນາະ... ​ເຂົ້າ​ວັດ​ສົງ​ພະພຸດທະ​ຮູບ!! ​ເຮັດ​ນ້ຳອົບ​ນ້ຳ​ຫອມ​ໄປ​ຫົດ​​ໄປ​ສົງ​ພໍ່​ແມ່, ພໍ່ຕູ້ ​ແມ່ຕູ້ ​ເຖົ້າ​ແກ່​ອາວຸ​ໂສ ຂໍ​ຂະ​ມາລາ​ໂທດ​ເພິ່ນ​ທີ່​ເຮັດ​ສິ່ງ​ບໍ່ດີບໍ່ຈົບ​ບໍ່ງາມ​ໃນ​ຕະຫຼອດ 1 ປີ ທີ່​ຜ່ານ​ມາ.. ບໍ່​ແມ່ນ​ເຮັດ​ພໍ​ເປັນ​ພິທີ​ຊື່ໆ​ເດີ້... ຄິດ​ຄືນ​ແດ່​ວ່າ​ປີໜື່ງຜ່ານ​ມາ​ເຮົາ​ເຮັດ​ຫຍັງ​ບໍ່ດີບໍ່ຈົບ​ບໍ່ງາມ​ແດ່!! ມື້​ນີ້​ແມ່ນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່ລາວ​ກໍ່ປ່ຽນ​ແປງ​ໄດ້​ແລ້ວ ຄົນ​ເຮົາ​ເຮັດ​ບາງ​ອັນ​ຜິດພາດ​ມັນ​ເປັນ​ເລື່ອງ​ທຳ​ມະ​ດາ ​ແຕ່​ຖ້າ​ເຮັດ​ຜິດ​ຊ້ຳ​ອັນ​ເກົ່າ​ນັ້ນ ມັນ​ບໍ່ທຳ​ມະ​ດາ​ແນ່ນອນ!! ຜູ້​ເຖົ້າ​ຜູ້​ແກ່​ອາວຸ​ໂສ ​ເພິ່ນ​ອາ​ໂຫສິກຳ​ທັງ​ອວຍພອນ​ໃຫ້​ພ້ອມ ກໍ່​ແມ່ນ​ເພິ່ນ​ຢາກ​ໃຫ້​ລູກຫຼານ ​ໃຫ້​ເຮົາ​ເປັນ​ລູກ​ຄຳຮູ້​ຂອງ​ພໍ່​ແມ່ ​ເປັນ​ນັກຮຽນດີ​ນັກຮຽນ​ເກັ່ງ​ຂອງ​ຄູອາຈານ ​ເປັນ​ຄົນ​ດີ​ຂອງ​ສັງຄົມ!! ປະ​ເພນີ​ຂອງ​ລາວ​ນີ້​ຈົບງາມ​ມີ​ຄຸນຄ່າຫຼາຍ ຢ່າ​ເຮັດ​ພໍ​ເປັນ​ຮູບ​ການ ​ແຕ່​ຄວນ​ລົງມື​ປະຕິບັດ​ພ້ອມ ​ແລ້ວ​ເຮົາ​ຈະ​ເປັນ​ຄົນ​ດີ​ມີ​ອານາ​ຄົດ​ສົດ​ໃສ... ​ເອົາ!! ມື້​ອື່ນ​ວັນ​ຈັນ ມື້ຮື​ວັນ​ອັງຄານ ພະນັກ ງານ ທະຫານ ຕຳຫຼວດ ກໍ່​ໄດ້​ພັກ​ທົດ​ແທນ​ ບາງ​ຄົນ​ບາງ​ຄອບຄົວ​ກໍ່ຄົງ​ຈະ​ສະຫຼອງຕໍ່ ​ແຕ່ຫຼາຍຄົນ​ເພິ່ນ​ກໍ່ຖື​ໂອກາດ​ນີ້​ແກ້​ໄຂວຽກງານ​ຂອງ​ຄອບຄົວ​ເຮືອນ​ຊານ​ທີ່​ຍັງ​ຄົງ​ຄ້າງ ກໍ່ດີ​ເນາະ​ເພາະ​ເວລາ​ຫວ່າງ​ມັນ​ມີໜ່ອຍ...!! ຈັງ​ໃດກໍ​ຂໍ​ໃຫ້​ທຸກ​ຄົນ ປີ​ໃໝ່ນີ້​ຈົ່ງ​ມີ​ແຕ່​ຄວາມ ສຸກ​ຄວາມ​ຈະ​ເລີ​ນ ຄວາມ​ເຈັບ​ຢ່າ​ໄດ້ຄວາມ​ໄຂ້​ຢ່າ​ມີ ປະສົບ​ຜົນສຳ​ເລັດ​ໃນ​ຊີວິດ​ສ່ວນ​ຕົວ​ຄອບຄົວ​ກໍ່ຄືໜ້າທີ່​ວຽກງານ​ທຸລະ​ກິດໜື່ງ ​ເອົາ!! ມື້​ນີ້​ແມ່ນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່ຈະ​ເອົາ​ເລື່ອງ​ເຄື່ອງ​ດື່ມ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ສຸຂະ​ພາບ​ຮ່າງກາຍ​ມາ​ເວົ້າສູ່​ຟັງ... ​ເພາະວ່າ​ການ​ສຳຫຼວດຫຼ້າສຸດ​ພົບ​ວ່າ ຄົນ​ຈີນ​ບໍລິ​ໂພ​ກຊາຫຼາຍທີ່​ສຸດ​ໃນ​ໂລກ ທັງ​ຜະລິດ​ທັງ​ສົ່ງ​ອອກ ຊາ​ບາງ​ຍີ່​ຫໍ້​ຈົນ​ແພງ​ກວ່າ​ຄຳ ​ແມ່ນ​ແທ້​ບໍ??? ຈັກໜ່ອຍຈະ​ກັບ​ມາ​ເວົ້າ​ສູ່​ຟັງ.

    ຜ່ານ​ໄປ 2 ​ເພງ​ຈາກ​ລາຍການ... ບັດ​ນີ້​ກໍ່ມາ​ລົມ​ເລື່ອງ​ດື່ມ​ນ້ຳ​ຊາ​ທີ່​ມີ​ປະ​ໂຫຍ​ດ ບໍ່​ໃຫ້​ໂທດ​ຕໍ່ຮ່າງກາຍ​ຄື​ແອວ​ກໍ​ຮໍ​ທັງຫຼາຍ!! ຄັນ​ເວົ້າ​ເຖິງ​ລະດູ​ເກັບ​ກ່ຽວ ​ໃບຊາ​ຢູ່​ເມືອງ​ຈີນ ຕາມ​ປົກກະຕິ​ແລ້ວ​ກໍ່ຢູ່​ໃນ​ລະຫວ່າງ ​ເດືອນມີນາຫາ​ຕົ້ນ​ເດືອນ​ພຶດສະພາ... ຊາ​ຂອງ​ຈີນ​ບາງ​ຍີ່​ຫໍ້​ແພງ​ກວ່າ​ຄຳ ທ່ານ​ຜູ້​ຟັງ​ເຊື່ອ​ບໍ?? ຊາ​ໃໝ່ປີ​ນີ້​ກໍ່ລາຄາ​ສູງ​ຂື້ນຫຼາຍຈົນ​ກາຍ​ເປັນ​ສິນຄ້າ​ຫຼູຫຼາ​ໄປ​ແລ້ວ..!! ​ໄລຍະ​ນີ້​ກໍ່​ແມ່ນ​ໄລຍະ​ເກັບ​ກູ້​ໃບຊາ​ແລ້ວ​ນິ...!! ຊາ​ທີ່​ວ່າ​ແພງ​ກວ່າ​ຄຳ​ກໍ່ມີຫຼາຍຍີ່​ຫໍ້, ​ໂດຍ​ສະ​ເພາະ​ຍີ່​ຫໍ້ " ຫຼົງຈິງ " ຂອງໜອງ​ໃຫຍ່​ທາງ​ຕາ​ເວັນ​ຕົກ​ຊາ​ທີ່​ອອກ​ໃໝ່ໆ ​ແລະ ປະມູນ​ກັນ​ໃນ​ກາງ​ເດືອນ​ມີ​ນາ​ຜ່ານ​ມາ​ນີ້, ປະມູນ​ຢູ່​ນະຄອນ​ຫາງ​ໂຈ ​ເມືອງ​ເອກ​ຂອງ, ​ແຂວງ​ເຈີ​ຈຽງ ທີ່​ຮູ້​ກັນ​ດີ​ໃນ​ນາມ​ແດນ​ຊາ​ຂອງ​ແທ້ ຫຼື ຮູ້​ອີກ​ຊື່ໜື່ງວ່າ " ສຸດ​ຍອດ​ຊາ​ມັງກອນ " ​ໃນ​ລາຄາ​​ເຄິ່ງກິ​ໂລຕໍ່ 180.000 ​ຢວນ, ຄັນ​ເປັນ​ເງິນ​ດອນ​ລລ້າ​ກໍ່ປະມານ 28.500 ດອນ​ລ້າ, ຄັນ​ເປັນ​ເງິນ​ກີບກໍ່ປະມານ 216 ລ້ານ​ກີບຕໍ່​ເຄິ່ງກິ​ໂລ​ໄດ໋ທ່ານ​ຜູ້​ຟັງ!! ​ເປັນ​ຊາ​ຂຽວທີ່​ຂື້ນ​ຊື່​ທີ່​ສຸດ​ຂອງ​ຈີນ!! ຢູ່​ຈີນ​ເວລາ​ສັ່ງ​ສິນຄ້າ​ຂາຍ​ເຂົາ​ເຈົ້າ​ໃຊ້​ເຄິ່ງ​ໂລ ຫຼື 500 ​g ​ເປັນ​ຫົວໜ່ວຍມາດຖານ​ໄດ໋ ບໍ່​ວ່າ​ຊີ້ນ​ປາ ຫຼື ອັນ​ໃດ​ທີ່​ອ່າວໜັກກໍ່​ແລ້ວ​ແຕ່...!!! ​ເຂົາ​ເຈົ້າ​ເອີ້ນ​ເປັນ​ " ຈິ່ນ " = 500 g ຫຼື ​ເຄິ່ງກິ​ໂລ​ຫັນ​ລະ... ຄັນ​ຢາກ​ໄດ້​ເຄິ່ງກິ​​ໂລກໍ່ຕ້ອງ​ບອກ​ວ່າ " ອີ່​ຈີ່ນ " ຄັນ​ຢາກ​ໄດ້ໜຶ່ງ​​ໂລກໍ່ບອກ​ວ່າ " ອູ່​ຈີ່ນ "​ໄປ​ຊັ້ນ​ແລ້ວ… ​ເຄິ່ງ​ໂລ 216 ລ້ານ​ກີບ ປັດ​ໂທ້!! ມັນ​ແພງກວ່າຄຳຈັກເທົ່າຫວະ ທ່ານຜູ້ຟັງ!! ຊາຫຼົງຈິ່ນ​ເປັນ​ຫຍັງ​ຄື​​ແພງ​ແທ້... ???  ກໍ່ຍ້ອຍ​ວ່າ​ຮອດ​ຍາມ​ເກັບ​ໃບຊາ​ຊຸດ​ທຳ​ອິດ​ຂອງ​ປີ ​ເຂົາ​ເຈົ້າ​ຈະ​ເກັບ​ເອົາ​ມີ​ແຕ່ 1 ຫຼື 2 ມື້​ເທົ່າ​ນັ້ນ​ຖື​ວ່າ​ເປັນ​ຍອດ​ຊາ​ຂຽວວ່າ​ຊັ້ນ​ຊະ… ຫຼັງຈາກ​ນັ້ນ​ກໍ່ຈະ​ເປັນ​ລະດັບ​ເປັນ​ເກດ ຫຼຸດໆລົງ​ມາ... ອັນ​ນັ້ນ​ແມ່ນ​ລາຄາ​ພິ​ເສດ​ຂອງ​ຍອດ​ຊາ ຫຼົງຈີ່ນ ຜູ່​ຊ່ຽວຊານ​ດ້ານ​ຊາ​ຂອງ​ຈີນ​ບອກ​ວ່າ: ລາຄາ​ຮອງ​ລົງ​ມາ​ຈາກ​ຍອດ​ຊາ ຫຼົງຈີ່ນ ປີ​ນີ້​ຈະ​ຕົກ​ຢູ່​ປະມານ​ເຄິ່ງ​ໂລ 4 ໝື້ນຫາ 5 ໝື້ນຢວນ, 5 ໝື້ນຢວນກໍ່ປະມານ 60 ລ້ານ​ກີບ ນິລະ!! ອັນ​ນີ້​ລຸ້ນຮອງ​ລົງ​ມາ​ແລ້ວ​ໄດ໋ນິ!! ຟັງ​ລາຄາ​ແລ້ວ​ເປັນຕາ​ຟ້າ​ນ​ເນາະ... ໜຸ່ມ​ໃຫຍ່​ອາລົມ​ດີ ບໍ່​ມີ​ປັນຍາ​ຊື້​ມາ​ກິນ​ແນ່ນອນ 555...!!! ລາຄາ​ນີ້​ແພງ​ກວ່າ​ປີ​ກາຍ​ນີ້​ປະມານ 25% ຍີ້ຫໍ້​ດັງ​ອື່ນໆກໍ່ບໍ່​ແມ່ນ​ທຳ​ມະ​ດາ​ໄດ໋.. ທ່ານ​ຜູ້​ຟັງ... ​ເປັນ​ຕົ້ນ​ວ່າ​ຍີ້ຫໍ້ " ຕອນ​ລະດູ​ໃໝ່ " ຫຼື ຍີ້ຫໍ້ " ​ໃນໝາກ​ໂມ " ກໍ່ປະມານ​ສອງໝື້ນຢວນຕໍ່​ເຄິງ​ໂລ.. ທ່ານ​ຫວງ​ສ່ຽວຜິ​ງ, ຮອງ​ປະທານ​ສະມາຄົມ​ຊາ​ຂອງ​ເມືອງ ຈຸ່ນ​ອ່ານ ຂອງ​ນະຄອນ ​ຫາງ​ໂຈ ບອກ​ວ່າ: ມັນ​ບໍ່​ແມ່ນ​ເລື່ອງ​ແປກ​ເລີຍ​ທີ່​ຊາ ຫຼົງຈີ່ນ ແພງ​ກວ່າ​ຄຳ​ເພາະ​ວ່າມັນ​ມີຄຸນ​ນະ ພາບ​ລົດ​ຊາດ​ດີ​ກວ່າຊາ​ດັງ​ອື່ນ​ໆຂອງ​ຈີນ​ອີ່​ຫຼີ, ໂດຍ​ສະ​ເພາະ​ແມ່ນ​ປະຫວັດ​ທີ່​ຍາວ​ນານ​ທີ່ ຕໍ່​ເນື່ອງ​ຂອງ​ມັນ, ດຽວ​ນີ້ມັນ​ກໍ່ຍັງ​ປູກຢູ່​ອ້ອມ​ບໍລິ​ເວນ​ໜອງ​ໃຫຍ່​ຕາ​ເວັນ​ຕົກ ທີ່​ມີອາ​ກາດ ດິນ​ເໝາະ​ສົມ​ເປັນ​ພິ​ເສດ ແລະ ຜົນຜະ​ລິດ​ກໍ່​ໄດ້​ໜ່ອຍ. ທ່ານກໍ່​ຄາດ​ວ່າ​ລາ​ຄາ​ທຳ​ມະ​ດາ ທົ່ວໄປຂອງຊາ " ຫຼົງຈີ່ນ " ປີ​ນີ້​ຈະ​ຢູ່​ປະມານ 8 ພັນ​ຢວນຕໍ່ 1 ກິ​ໂລ ກໍ່ປະມານ​ເກືອບ 10 ລ້ານ​ກີບ​ນີ້​ລະ… ປີ​ນີ້​ສະມາຄົມ​ຊາ​ຂອງ​ເມືອງ​ ຈຸ່ນ​ອ່ານ ​ເລີ່​ມ​ເກັບ​ໃບຊາ​ໄວ​ກວ່າ​ປົກ ກະຕິ 1 ​ເດືອນ ​ແລະ ກໍ່​ເລີ່​ມຂາຍ​ໃບຊາ " ຊ່ຽນຕາວ " ( Qiandao ) ມໍລະດົກທີ່ເປັນຍີ້ຫໍ້ຊາຂຽວດັງຄ້າຍໆກັບຊາ " ຫຼົງຈີ່ນ " ​ໃນ​ລາຄາ​ເລີ່​ມ​ແຕ່ 5 ພັນ​ຢວນຂື້ນ​ໄປ ຮອດ​ສູງ​ກວ່າ 1 ໝື່ນຢວນຕໍ່​ເຄິ່ງ​ໂລ. ທ່ານ​ຫວງ​ສ່ຽວຜິ່ງ, ບອກ​ວ່າ: ກ້າ​ຮັບປະກັນ​ວ່າ​ຊາ " ຊ່ຽນຕາວ​ມໍ​ລະ​ກົດ " ຄຸນ​ນະພາບກໍ່ຊໍ່າໆກັບ​ຊາ " ຫຼົງຈີ່ນ " ຫັ້ນ​ລະ!! ​ແຕ່​ຊາຍ​ໃນ​ລາ ຄາ​ສູງໆທໍ່ຊາ ຫຼົງຈີ່ນ ບໍ່​ໄດ​ເຍ້ອນ​ວ່າ ຄົນ​ທົ່ວ​ໄປ​ຍອມຮັບ​ສັດທາ ຊາຫຼົງຈີ່ນ ມາ​ດົນ​ແລ້ວ ​ແລະ ​ເປັນ​ຍີ້ຫໍ້​ທີ່​ດີ​ທີ່​ສຸດ​ຂອງ​ຈີນ​ໄປ​ແລ້​ວ!! ເອົາ!! ມາ​ຟັງ​ເພງ​ມ່ວນໆກັນ​ກ່ອນ​ແລ້ວ​ຈຶ່ງ​ມາ​ລົມ​ກັນ​ຕໍ່....
1 2 3