ຄົນ​ຈີນ​ບໍລິ​ໂພ​ກຊາຫຼາຍທີ່​ສຸດ​ໃນ​ໂລກ!!!

(GMT+08:00) 2012-06-05 15:01:45     cri


    ທ່ານ ຫຼິວຊົ່ງຮົ່ວ, ຮອງປະທານສະມາຄົມຊາຈີນບອກວ່າ: " ການດື່ມຊາແມ່ນເວ ລາພັກຜ່ອນຢ່ອນໃຈທີ່ດີທີ່ສຸດຂອງຄົນສະ
ໄໝກ່ອນ, ແຕ່ວ່າດຽວນີ້ຍ້ອນວຽກ ແລະ ຊີວິດທີ່ຕ້ອງແຂ່ງຂັນກັບເວລາ ແລະ ກົດດັນຂື້ນກວ່າເກົ່າໃນສັງຄົມຈີນໂດຍສະເພາະ
ຕາມຕົວເມືອງ ຈິ່ງເຮັດໃຫ້ການດື່ມຊາກັບຊີວິດປະຈຸບັນມັນຢາກຂັດກັນ ". ສ່ວນທ່ານເໝົາຫຼີໝິ່ນ, ຜູ້ຊ່ຽວຊານຊາ ເວົ້າວ່າ:
" ຊາມັນມີຜົນດີຕໍ່ສຸຂະພາບຫຼາຍ ແຕ່ຄົນຈີນລຸ້ນໃໝ່ຊ້ຳ ພັດດື່ມຊາໜ່ອຍລົງ " ສ່ວນທ່ານ ພຣໍ ຮິກກິນສ, ຜູ້ຊ່ຽວຊານຊາຂອງ
ບໍລິສັດຊາການາດາຊ້ຳພັດວ່າ: " ໃນຂະນະທີ່ຄົນຈີນລຸ້ນໃໝ່ ພວມດື່ມ ແລະ ສົນໃຈຊາໜ່ອຍລົງ, ຢູ່ປະ ເທດຕາເວັນຕົກຊ້ຳ
ພັດດື່ມຊາຫຼາຍຂື້ນ ຍ້ອນຮູ້ວ່າມັນດີຕໍ່ສຸຂະພາບ ". ສ່ວນອົງການອາ ຫານ ແລະ ການກະເສດຂອງ ສ.ປ.ຊ FAO ກໍ່ບອກວ່າ:
ຄົນອັງກິດດື່ມຊາສະເລ່ຍຜູ້ໜື່ງ 1 ກິໂລກັບ 890g ຕໍ່ປີ ຫຼາຍກວ່າຈີນ 2 ເທົ່າ, ຄືຄົນຈີນດື່ມຊາສະເລ່ຍຕໍ່ປີມີແຕ່ 820g, ທ່ານ
ມາໂກ້ເບີຕັນ ປະທານສະພາຂອງອີຕາລີ່ກໍ່ວ່າ: ເຖິງວ່າອີ່ຕາລີ່ແມ່ນແດນກາເຟແຕ່ດຽວນີ້ຫຼາຍຄົນກໍ່ຫັນມາດື່ມຊາເພີ່ມຂື້ນໂດຍ
ສະເພາະແມ່ນຊາຂຽວ ອູ່ຫຼົງ ຈາກຈີນ. ທ່ານຫຼິວຊົງຮົ່ວ ບອກວ່າ: ວິທີໜື່ງທີ່ຈະກະຕຸ່ນໃຫ້ຄົນຈີນລຸ້ນໃໝ່ດື່ມຊາຫຼາຍຂື້ນກໍ່
ແມ່ນ ປັບປຸງເຮັດເປັນຊາຫໍ່ແລ້ວຈຸ່ມນ້ຳຮ້ອນໄດ້ໂລດ ບໍ່ຕ້ອງກິນແບບບູຮານທີເອົາໃບຊາໃສ່ນ້ຳຮ້ອນ ເພື່ອປະຫຍັດເວລາປຸ
ງ ທັງພັດທະນາອຸດສາຫະກຳຊາດ້ວຍກົນລະ ຍຸດໂຄສະນາເຊັ່ນ ແນະນຳຜະລິດຕະພັນຊາໃໝ່ທີ່ມີລະດັບກາເຟອິນຕ່ຳ ຫຼື
ຊາສາດເສີມຄວາມງາມ ແລະ ເປັນຢາພ້ອມ!!! ເພາະທາງການແພດດຽວນີ້ກໍ່ມີຢາສີແຂ້ວຊາແລ້ວເດ.. ທ່ານ ລູອິດ ໂລເບີເກ່,
ປະທານສະພາຊາຂອງການາດາກໍ່ວ່າ: " ພວກເຮົາໄດ້ແນະນຳຊາພິເສດໃຫ້ຄົນການາດາ, ເຂົ້າກໍມັກ ແລະ ມີຄວາມສຸກກັບ
ການດື່ມຊາຂຽວນັບມື້ນັບຫຼາຍຂື້ນ ເພາະມັນມີດີຕໍ່ສຸຂະພາບຫຼາຍ " ສ່ວນທ່ານ ຢາງຮຸ່ຍຫຼິງ, ຮອງປະ ທານຝ່າຍບໍລິຫານ
ຂອງກຸ່ມບໍລິສັດພັດທະນາ ແລະ ລົງທຶນ Hecheng ເວົ້າວ່າ: " ຂ້ອຍບໍ່ຢາກໃຫ້ເໜັ້ນໜັກການແນະນຳຜະລິດຕະພັນ ຫຼື ເຕັກ
ໂນໂລຊີໃໝ່ເຂົ້າໃສ່ຊາ ຫຼາຍເກີນໄປ ເພາະວ່າການດື່ມຊາເປັນການພັກຜ່ອນທີ່ດີອັນໜື່ງ ມັນຊິເປັນຫຍັງຖ້າເຮັດ ໃຫ້ຊີວິດ
ຊ້າລົງໜ່ອຍໜື່ງ ກັບການດື່ມຊາ ມັນຍັງດີອີກ. ເຮັດວຽກໜັກຫຍຸ້ງມາໝົດມື້ ແລ້ວໃຫ້ລາງວັນແກ່ຕົນເອງດ້ວຍການນັ່ງຈິ່ບຊາ
ຮ້ອນໆ ສະບາຍສະບາຍ ມັນບໍ່ເສຍເວ ລາພໍທໍ່ໃດດອກ ທັງມີຄວາມສຸກອີກ " !! ໝາຍຄວາມວ່າທ່ານຢາງຢາກໃຫ້ຮັກສາວິ
ທີດື່ມຊາແບບເກົ່າໄວ້ວ່າຊັ້ນສະ...!!!

ຈົບ
1 2 3