ຄົນ​ຈີນ​ບໍລິ​ໂພ​ກຊາຫຼາຍທີ່​ສຸດ​ໃນ​ໂລກ!!!

(GMT+08:00) 2012-06-05 15:01:45     cri

ທ່ານ ສາວ​ຈົ່ງ​ຊິ່ງ, ຜູ້​ບໍລິຫານ​ຂອງ​ບໍລິສັດ​ຊາ​ເມືອງ​ ຈຸ່ນ​ອ່ານ ບອກ​ວ່າ: ທີ່​ຊາ​ຫາ​ບາກ ​ແລະ ​ເປັນ​ທຳ​ມະ​ຊາດ​ແທ້ໆ ສາ​ມາດ​ພັດທະນາເຂົ້າ​ສູ່​ໂອກາດ​ການ​ລົງທຶນ​ໄດ້ຫຼາຍ ອາດ​ຈະ​ເປັນ​ການ​ພັດທະ​ນາ​ໃຫ້​ຄື​ກັບ​ເຫຼົ້າ​ແວງຂອງຝຣັ່ງ ທີ່​ຜ່ານ​ຂັ້ນ​ຕອນຫຼາຍ 10 ປີ. ​ແຕ່​ມັນ​ກໍ່ຂື້ນ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດພາຍ​ໃນ​ຈີນ ​ເພາະວ່າ​ຄົນ​ຕ່າງປະ​ເທດ​ບໍ່ຄ່ອຍ​ຈົກ​ເງິນຫຼາຍໆ​ເພື່ອ​ຊື້​ໃບຊາ​ຂຽວທີ່​ສົດ​ຄື​ຄົນ​ຈີນ, ຕົວຢ່າງວ່າຢູ່ສະຫະພາບເອີຣົບກໍ່ເຄັ່ງຄັດສູງຫຼາຍໃນການກວດກາໃບຊາຂຽວສົ່ງອອກ...!! ຄັນ​ເວົ້າ​​ເຖິງ​ລະດູ​ໃບ​ໄໝ້ປົ່ງ​ຢູ່​ຈີນ​ຍາມ​ນີ້ ​ແມ່ນ​ເປັນ​ຍາມ​ເຮັດ​ທຸລະ​ກິດ​ໃບຊາ​ຂຽວ​ແທ້ໆລະ...!! ຕາມ​ການ​ສຳຫຼວດສະ ມາຄົມ​ການ​ຕະຫຼາດຊາ​ຈີນ​ບອກ​ວ່າ: ການ​ຄ້າ​ຊາ​ໃນ​ລະດູ​ໃບ​ໄມ້​ປົ່ງ​ກວມ 75% ຂອງ​ການ​ຄ້າ​ຊາໝົດປີ​ຂອງ​ຈີນ ທັ້ງໆທີ່​ວ່າ​ຜະລິດ​ຕະພັນ​ທີ່​ຜະລິດ​ໄດ້​ໃນ​ຍາມ​ນີ້​ກວມ​ພຽງ​ແຕ່ 39% ຂອງ​ການ​ຜະລິດ​ຊາໝົດປີ ​ແຕ່​ລາຄາ​ຂອງ​ຊາ​ທີ່​ເກັບ​ກູ້​ຍາມ​ລະດູບານ​ໃໝ່​ແນ​ວນີ້​ລາຄາ​ສູງຫຼາຍ ບັດ​ນີ້​ຈະ​ພາ​ໄປ​ຟັງ​ບົດ​ລາຍ​ງານ​ຂອງ​ອົງການ​ອາຫານ ​ແລະ ການ​ກະ​ເສດ​ຂອງ ສ.ປ.ຊ ຫຼື FAO ທີ່​ເພິ່ນ​ເຜີຍ​ແຜ່​ໃນ​ທ້າຍ​ເດືອນກຸມພາ​ປີ​ນີ້​ບອກ​ວ່າ: ຈີນ​ແມ່ນ​ປະ​ເທດ​ທີ່​ບໍລິ​ໂພ​ກ ​ແລະ ຜະລິດ​ຊາຫຼາຍທີ່​ສຸດ​ໃນ​ໂລກ​ໃນ​ປີ 2010. ​ໃນ​ປີ 2010 ທົ່ວ​ໂລກ​ບໍລິໂພກຊາເພີ່ມຂື້ນ 5,6% ຄືຂື້ນຮອດ 4 ລ້ານໂຕນ ຖືວ່າເ​ພີ່ມ​ຂື້ນ​ໄວ​ຫຼາຍ​ໂດຍ​ສະ​ເພາະ​ແມ່ນຢູ່​ຈີນ, ອິນ​ເດຍ ແລະ ປະ​ເທດ​ເສດ​ຖະ​ກິດຈະ​ເລີນ​ໃໝ່ໆ​ຕ່າງໆ. ສະ​ເພາະ​ຢູ່ຈີນ 2010 ກໍ່​ບໍ​ລິ​ໂພກ​ຊາ​ເຖິງ 1 ລ້ານ 6 ໝື່ນ​ໂຕນ ຫຼາຍ​ທີ່​ສຸດ​ໃນ​ໂລກ, ບໍ່​ຫຼາຍ​ຈັ່ງ​ໃດ​ເນາະ​ທ່ານ​ຜູ້ຟັງ... ຄົນ 1 ຕື້ 300 ລ້ານກວ່າຄົນ ສົມມຸດ​ວ່າດື່ມ​ນ້ຳຊ​າ​ຈັກ 3-400 ລ້ານ​ຄົນ ກໍ່​ຫຼາຍ​ທີ່​ສຸດ​ໃນ​ໂລກ​ລະ​ເດ​ເນາະ...!! ຜົນ​ຜະລິດ​ຊາ​ທົ່ວ​ໂລກ​ກໍ່​ເພີ່ມ​ຂື້ນຫຼາຍຄື​ກັນ​ໃນ​ປີ 2010 ຄື​ເພີ່ມ​ຂື້ນ 4,2% ​ເປັນ 4 ລ້ານ 1 ​ແສນ​ໂຕນ...!! ຜົນ​ຜະລິດ​ຊາ​ດຳ​ກໍ່​ເພີ່ມ​ຂື້ນ 55% ​ແລະ ລາຄາ​ກໍ່ສູງ​ເປັນ​ປະຫວັດ​ການ, ສ່ວນ​ຊາ​ຂຽວ​ເພີ່ມ​ຂື້ນ 1,9% ສ່ວນ​ຈີນ​ກໍ່ຍັງ​ຮັກສາ​ຕຳ​ແໜ່ງປະ​ເທດ​ທີ່​ຜະລິດ​ຊາຫຼາຍທີ່​ສຸດ​ໃນ​ໂລກ​ຢູ່​ໃນ​ປີ 2010 ຜະ ລິດ​ໄດ້ 1 ລ້ານ 4 ​ແສນ​ໂຕນ ກວມ 33% ຂອງ​ທົ່ວ​ໂລກ. ສຳລັບ​ປີ 2012 ນີ້​ລາຄາ​ຊາ​ທີ່​ຄາດ​ໄວ້​ແຕ່​ຕົ້ນ​ປີ ວ່າ​ຈະ​ສື​ບຕໍ່​ແພງ​ຂື້ນ, ​ເພາະວ່າ​ປີ​ກາຍ​ນີ້​ລາຄາ​ສະ​ເລ່ຍຢູ່​ທົ່ວ​ໂລກ​ແມ່ນ​ກິ​ໂລໜື່ງຕໍ່ 2 ​ໂດ​ລາ 85 ​ເຊັນ. ຍ້ອນ​ລາຄາ​ຊາ​ແພງ​ຂື້ນ​ແນວ​ນີ້​ກໍ່ຄາດວ່າ​ຈະ​ໄດ້​ລາຍ​ຮັບ​ຈາ​ການ​ສົ່ງ​ອອກ​ຊາ​ເພີ່ມ​ຂື້ນ 2,2% ​ໃນ​ປີ​ກາຍ​ ​ເຊິ່ງຈະ​ເປັນ​ຜົນ​ດີ​​ແກ່​ລາຍ​ຮັບ​ຂອງ​ຊາວ​ກະສິກອນ​ໃນ​ຊົນນະບົດ​ຈະ​ໄດ້​ເພີ່ມ​ຂື້ນ​​ໄປ​ນຳ...!!! ຄັນ​ເວົ້າ​ແຕ່​ສະ​ເພາະ​ການ​ດື່ມ​ຊາ​ໃນ​ສັງຄົມ​ຈີນ ກໍ່ມີ​ເລື່ອງໜື່ງທີ່​ຜູ້​ຊ່ຽວຊານ​ດ້ານ​ຊາ​ເປັນ​ຫ່ວງ​ຄື ຊາວໜຸ່ມຄົນ​ລຸ້ນ​ໃໝ່ບໍລິ​ໂພ​ກຊາຫຼຸດລົງ, ສາ​ເຫດ​ຍ້ອນ​ຫຍັງ​ຈັກໜ່ອຍໜຸ່ມ​ໃຫຍ່ ຈະ​ມາ​ເວົ້າ​ສູ່​ຟັງ...!!

ຜູ້​ຊ່ຽວຊານ​ຈີນ​ບອກ​ວ່າ: ສາ​ເຫດ​ທີ່​ດຽວນີ້​ມີ​ຄົນ​ຈີນ​ບາງ​ຄົນ​ເລີ່​ມບໍ່ດື່ມ​ຊາ​ທີ່​ເປັນ​ປະ​ເພນີ​ເປັນນິ​ໃສ​ຂອງ​ຄົນ​ຈີນ​ອອກ​ແຕ່​ດົນ​ນານ ​ກໍ່​ແມ່ນ​ຍ້ອນ​ບາງ​ຄົນ​ຫັນ​ໄປ​ນິຍົມ​ດື່ມ​ກາ​ເຟ, ຍ້ອນ​ຫຍັງ​ກໍ່ຍ້ອນ​ການ​ໃຊ້​ເວລາ​ປຸງ​ມັນ​ສັ້ນ ທຽບ​ໃສ່​ເອົາ​ໃບຊາ​ລົງ​ໃສ່​ນ້ຳ​ຮ້ອນ​ແລ້ວ​ລໍຖ້າ​ໃຫ້​ລົດ​ຊາດ ​ແລະ ສີ​ຂອງ​ໃບຊາ​ອອກ​ ທັ້ງຮ້ອນຫຼາຍອີກ, ວ່າ​ຊັ້ນ!! ​ເອີ່...ກິນ​ຊາ​ຄັນ​ບໍ່ກິນ​ຕອນ​ພວມ​ຮ້ອນໆຈົນ​ໄດ້​ເປົ່າ ກິນ​ໄປ​ກໍ່ບໍ່ມີ​ປະ​ໂຫຍ​ດຫຍັງ​ຕໍ່ຮ່າງກາຍ ຕໍ່ການ​ຊະ​ລ້າງ​ໄຂ ມັນ ຕໍ່ການ​ເຮັດ​ໃຫ້​ຮ່າງກາຍ​ຕື່ນ​ຕົວ​ສົດ​ຊື່ນ  ນານ​​ເຖົ້າ​ດອກ..!! ໜຸ່ມໃຫຍ່ເຫັນຄົນຈີນຄັນນ້ຳຊາເຢັນແລ້ວ ມີແຕ່ເອົາໄປລ້າງໂຕະຢູ່ໃນຮ້ານອາຫານ ທີ່ມັນເປື້ອນຈາກຄາບອາ ຫານຫວານ, ມັນ, ຄາວອອກດີປານຫຍັງ ທໍ່ນັ້ນແລ້ວ...!!! ນາງ ຫວາງຢານ ອາຍຸ 25 ປີ ຢູ່ປັກກິ່ງບອກວ່າ: ມັກກິນກາເຟຫຼາຍກວ່າຊາ ເພາະມັນເຮັດໃຫ້ສົດຊື່ນ ແລະເຮັດໃຫ້ຂ້ອຍຮູ້ສຶກ
ວ່າທັນສະໄໝດີ.... ວ່າຊັ້ນ!! ໄວລຸ້ນເລື່ອງນຳຍຸກນຳສະໄໝຕ້ອງມາກ່ອນໂລດລະເນາະ...!!! ເລື່ອງດີແທ້ຫຼືບໍ່ ເອົາໄປໄວ້ນຳຫຼັງ...ເວົ້າເລື່ອງປະເພນີການດື່ມຊາຂອງຄົນຈີນແລ້ວກໍ່ຖືໂອກາດເວົ້າເຖິງປະຫວັດຂອງມັນສູ່ຟັງຫຍໍ້ໆຈັກໜ່ອຍ... ປະຫວັດຂອງການ
ເລີ່ມດື່ມຊາຂອງຄົນຈີນມີມາແຕ່ດົນນານອີ່ຫຼີ!! ເລື່ອງເລົ່າຕໍ່ໆກັນມາເລີ່ມທີ່ສະໄໝຈັກກະພັດເສິນໜົງປະມານ 5 ພັນປີມາແລ້ວ..
ໃນລະດູຮ້ອນມື້ໜື່ງແຕ່ 2737 ກ່ອນ ຄ.ສ ພຸ້ນລະ..!! ໃນຂະນະທີ່ພະອົງນຳອານາມາດລົງຢ້ຽມຢາມປະຊາຊົນຢູ່ເຂດຫ່າງໄກ
ໃນອານາຈັກ. ພະອົງ ແລະ ໄພ່ພົນ ຢຸດແວ່ພັກເອົາແຮງກາງທາງ ຜູ້ຮັບໃຊ້ຜູ້ໜື່ງຕົ້ມນ້ຳຮ້ອນເພື່ອດື່ມ ແລ້ວໄປເດັດໃບແຫ້ງຂ
ອງພຖ້ມໄມ້ໃກ້ໆຫັ່ນມາໃສ່ຈອກນ້ຳຮ້ອນ ແລ້ວມັນກໍ່ອ່ອນອອກສີງາມ, ພະອົງຈື່ງສົນໃຈໃນເຄື່ອງດື່ມໃໝ່ນີ້ ຈື່ງດື່ມໜ່ອຍໜື່ງ
ຮູ້ສຶກວ່າ: ໂອ່, ລົດຊາດດີ ນັບແຕ່ນັ້ນມາ ນ້ຳຊາກັບຄົນຈີນ ປະເທດຈີນຈິ່ງພັດທະນາມາຮອດກັນຢ່າງໃກ້ຊິດ ຈົນກາຍ ເປັນ ວັດທະນະທຳການບໍລິໂພກທີ່ຄຽງຄູ່ປະສົມປະສານໄປກັບ ຂົງຈື່, ເຕົາ ແລະ ພຸດ. ເວລາຜ່ານໄປຫຼາຍພັນປີ ຈົນພັດທະນາການ
ມາເປັນອຸດສາຫະ ກຳຊາດື່ມ ແລະ ຈີນກໍ່ກາຍເປັນທີ່ 1 ໃນການຜະລິດ ແລະ ສົ່ງອອກໄປຂາຍຢູ່ຫຼາຍກວ່າ 120 ປະເທດ
ແລະເຂດແຄວ້ນໃນທົ່ວໂລກ ທັງນຳເຂົ້າຊາຈາກ 50 ປະເທດ ແລະ ເຂດແຄວ້ນທົ່ວໂລກຄືກັນ... ຟັງເພງອີກກ່ອນເນາະ!!!
ແລ້ວຈັ່ງມາລົມກັນກ່ຽວກັບ ວ່າຄົນຈີນບາງຄົນດື່ມຊາໜ່ອຍມັນຍ້ອນຫຍັງໃຫ້ລົງເລິກຕື່ມ!!
1 2 3