2 ​ແຂວງ​ຍ້າຍ​ປະຊາຊົນ​ຈາກ​ເຂດ​ທີ່​ທຸກ​ຍາກ

(GMT+08:00) 2012-06-07 09:12:17     cri
ສະບາຍດີ​ມິດ​ລາຍການ​ທີ່​ຮັກ​ແພງ!! ພົບ​ກັນ​ອີກ​ມື້​ນີ້​ກໍ່ຖື​ວ່າ​ມື້​ທຳ​ອິດ​ຂອງ​ການ​ກັບ​ເຂົ້າ​ສູ່​ການ​ເຮັດ​ວຽກ ​ແລະ ການ​ຮອ່ນການ​ຮຽນ ຫຼັງຈາກ​ພັກ​ຍາວ​ສະຫຼອງກຸດ​ສົງການ​ປີ​ ໃໝ່ມາ 5 ມື້​ເຕັມໆ ​ແຕ່​ວັນ​ສຸ​ພຸ້ນ​ລະ​ມາ ຄື​ຊິ​ເຕັມ​ອີ່ມ​ທົ່ວໜ້າລະ​ເນາະ. ຜູ້​ຢູ່​ວຽງຈັນ​ກໍ່​ໄດ້​ພັກ 5 ມື້​ເຕັມໆກັນລະ​ເນາະ.. ​ແຕ່​ວ່າ​ຜູ້​ຢູ່​ຕ່າງ​ແຂວງ​ໂດຍ​ສະ​ເພາະ​ແຂວງ​ໄກໆ ກໍ່ຄົງ​ໄດ້​ແທ້ໆພຽງ​ແຕ່ 3 ມື້​ເທົ່າ​ນັ້ນ​ລະ... ​ເພາະວ່າ​ສອງ​ມື້ກໍ່​ແມ່ນ​ມື້​ໄປ​ກັບ​ເດ່​ເນາະ..!!​ເອົາ, ອີ່ມ​ເອີ​ບ​ໃຈ​ໄດ້​ພໍ້ໜ້າພໍ້​ຕາ​ພໍ່​ແມ່​ຍາດ​ພີ່ນ້ອງ​ເພື່ອນ​ຝູງ​ແລ້ວ​ ມື້​ນີ້​ກໍ່​ເລີ່​ມ​ເຂົ້າ​ສູ່ໜ້າວຽກຕາມ​ປົກ ກະຕິ​ແລ້ວ... ​ແຕ່​ວ່າ​ຜູ້​ເຮັດ​ວຽກສື່​ມວນ​ຊົນ ​ໂດຍ​ສະ​ເພາະ​ສື່​ວິທະຍຸ-​ສື່​ໂທລະພາບ​ແລ້ວ​ກໍ່ມີ​ມື້​ພັກໜ່ອຍ ​ເພາະ​ຕ້ອງ​ມາ​ເຮັດ​ລາຍການ​ເຮັດ​ຂ່າວ​ຮັບ​ໃຊ້​ທ່ານ​ຜູ້​ຟັງ!!! ​CRI ພວກ​ເຮົາ​ຄື​ກັນ​ໃນ​ໄລຍະ​ບຸນປີ​ໃໝ່ ກໍ່ຍັງ​ຮັບ​ໃຊ້​ມິ​ດລາຍການ​ເປັນ​ປົກກະຕິ ທັງ​ລາຍການ​ສົດ ລາຍ ການ​ອັດ ສະຫຼັບສັບ​ປ່ຽນກັນ​ໄປ​ຕາມ​ສະພາບ​ຕົວ​ຈິງ. ປີ​ໃໝ່ພັກ 5 ມື້ ບາງ​ຄົນ​ສະຫຼອງໜັກຫຼາຍຢ້ານ​ເມົາ 6-7 ມື້ ກະ​ມີ!!! ຄັນ​ໃຜ​ເປັນ​ຈັ່ງ​ຊັ້ນ ອ່ອນ​ເພຍ​ແນ່ນອນ​ລະ ມ່ວນ​ຢູ່ຍາມ​ເມົາ!!!

ແຕ່ຄັນເມົາຕິດເມົາໜັກຫຼາຍມື້ມັນກໍ່ເຮັດໃຫ້ສຸຂະພາບຊຸດໂຊມໄດ້ໄດ໋ ໂດຍສະເພາະຕັບຫັນແລ້ວ ສະໝອງກໍ່ລອງເບິ່ງຄັນເມົາໜັກເມົາ
ຄ້າງຕະຫຼອດ ຄວາມຈຳຫຼືການແລ່ນຂອງສະໝອງມີບັນຫາໂລດແລ້ວ!!! ກໍ່ຍັງຮູ້ສຶກງ້ວງໆຢູ່ໄດ໋ ຄັນເມົາໜັກຫຼາຍນະມາເຮັດວຽກເຮັດ
ການມາຮຽນກໍ່ນັ່ງໂກ່ໂຊ່ຢູ່ແລ້ວ ສະໝອງບໍ່ເຮັດວຽກດີເດ່!!! ໜຸ່ມ​ໃຫຍ່​ເອງ​ປີ​ນີ້​ໃຄ​ແນ່ ບໍ່​ໄດ້​ເມົາ​ຈັກ​ມື້ຫຼົບພຸ້ນຫຼີກພີ້​ເອົາ ດື່ມເລັກໆໜ່ອຍໆ ພໍຫອມປາກຫອມຄໍ ແລ້ວກໍ່ຫາວິທີຫຼອຍເມືອທໍ່ນັ້ນແລ້ວ ນ້ຳເມົາຄັນກິນເປັນກໍ່ແມ່ນເຮົາກິນມັນ ຄັນກິນບໍ່ເປັນມັນຊິກິນເຮົາຄືນ!!! ມີ​ບາງ​ຄົນ​ໄດ໋ພວມ​ຫາ​ເງິນ​ໄດ້ ພວມ​ຊິ​ຮັ່ງ​ຊິ​ມີ ຫຼື ບາງ​ຄົນ​ກໍ່ມີ​ຄວາມ​ກ້າວໜ້າ ພວມ​ຊິ​ເລື່ອນ​ຊັ້ນ​ເລື່ອນ​ຕຳ​ແໜ່ງກໍ່ມີ​ອັນ​ເປັນ​ໄປ ຍ້ອນໜັກ​ໂພດ!!! ​ເອົາ, ລະມັດລະວັງ​ເລື່ອງ​ການ​ດື່ມ​ແອວ​ກໍ​ຮໍ ​ແດ່​ກໍ່ດີ ​ເພື່ອ​ສຸຂະພາບ​ຂອງ​ເຮົາ​ເອງ​ນີ້​ລະ...ສຳລັບ​ເລື່ອງ​ເມືອງ​ຈີນ​ທີ່​ຈະ​ເວົ້າ​ສູ່​ຟັງ​ມື້​ນີ້​ແມ່ນ ກ່ຽວກັບ​ສອງ​ແຂວງ​ທີ່​ຍັງ​ທຸກ​ຍາກຫຼາຍຂອງ​ຈີນ ວາງ​ແຜນ​ຈັດ​ສັນ​ພຸມ​ລຳ​ເນົາ​ໃຫ້​ປະຊາຊົນ​ຄືນ​ໃໝ່ ​ເພື່ອ​ຫຼຸດຜ່ອນຄວາມທຸກ​ຍາກ...!!!
1 2 3