2 ​ແຂວງ​ຍ້າຍ​ປະຊາຊົນ​ຈາກ​ເຂດ​ທີ່​ທຸກ​ຍາກ

(GMT+08:00) 2012-06-07 09:12:17     cri


ອົງການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ແຂວງ​ກຸ່ຍ​ໂຈ, ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກສຽງ​ໃຕ້ ຂອງ​ຈີນ​ພວມ​ວາງ​ແຜນ​ໃຊ້​ງົບປະມານ 18 ຕື້​ຢວນ ຫຼື ປະມານ 2 ຕື້ 850 ລ້ານ​ໂດ້ລາ ​ເພື່ອ​ເຮັດ​ໃຫ້​ໂຄງການ​ໃຫຍ່​ຍົກຍ້າຍ​ປະຊາຊົນ 1 ລ້ານ 5 ​ແສນ​ຄົນ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ພູດ​ອຍທຸລະກັນດານ ​ເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ໂຄງການຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ແຂວງ​ໄປ​ໄດ້​ໄວ​ກວ່າ​​ເກົ່າ!! ແຂວງນີ້ຍັງທຸກຍາກ
ຫຼາຍໄດ໋ ທ່ານຜູ້ຟັງ ໃນເນຶ້ອທີ່ຂອງແຂວງທັງໝົດ 170,000 km2 ຫຼາຍກວ່າ 3 ໝື້ນ km2 ແມ່ນເປັນທະເລຊາຍປະສົມຫີນ
ຜາປູຝັງລ້ຽງສັດບໍ່ໄດ້ວ່າຊັ້ນສະ... ຊົນເຜົ່າສ່ວນນ້ອຍກໍ່ຫຼາຍ ຄືກວມເຖິງ 39% ຂອງພົນລະເມືອງທັງໝົດຂອງແຂວງ. ລາຍຮັບ
ຕໍ່ຫົວຄັນຕໍ່ປີໃນປີ 2010 ກໍ່ມີແຕ່ 13,000 ຢວນ ຖືວ່າຕ່ຳຫຼາຍ ( ປະມານ 15,6 ລ້ານກີບ ) ຄັນທຽບລະດັບລາຍໄດ້ຂອງທົ່ວປະ
ເທດ ກໍ່ໄດ້ແຕ່ປະມານ 40% ຄັນຖ້າໄປທຽບໃສ່ມະຫານະຄອນຊຽງໄຮ້ ບ່ອນທີ່ຈະເລີນຫຼາຍແຮງຮ້າຍຄືໄດ້ແຕ່ 17% ເວົ້າ
ເລື່ອງລະດັບການພະນັນແລ້ວ ແຂວງນີ້ແລ່ນນຳຫຼັງເຂດແຂວງອື່ນໃນປະເທດຈີນປະມານ 8 ປີ, ອັນນີ້ກໍ່ແມ່ນສພພາບລວມຂອງ
ຄວາມທຸກຍາກຂອງແຂວງກຸ່ຍໂຈ່, ທີ່ເປັນແຂວງໜື່ງໃນບັນດາແຂວງທີ່ຍັງທຸກຍາກຫຼາຍຢູ່ພາກກາງແລະພາກຕາເວັນຕົກຂອງ
ຈີນ!! ທ່ານຈາວເຄີຊິ່, ເຈົ້າແຂວງກຸ່ຍໂຈ ບອກວ່າ: ອົງການປົກຄອງແຂວງວາງແຜນການລິເລີ່ມ ເພື່ອທົດລອງໃນບາກກ້າວທຳ
ອິດນີ້ ຈະຍ້າຍປະຊາຊົນຈາກເຂດພູດອຍ ຫ່າງໄກສອກຫຼີກ ພັດທະນາຍາກລົງມາທົ່ງພຽງ ມາໃນເມືອງບ່ອນທີ່ມີເງື່ອນໄຂສະ
ດວກ ໃນການພັດທະນາ 1 ແສນຄົນໃນປີນີ້ກ່ອນ, ຢູ່ກຸ່ຍໂຈ ມີປະຊາຊົນທີ່ອາໄສຢູ່ເຂດພູດອຍຫ່າງໄກສອກຫຼີກ ທີ່ພັດທະນາ
ຍາກເຖິງ 1 ລ້ານ 5 ແສນຄົນ ທີ່ພັດທະນາແບບຍືນຍົງຍາກຫຼາຍ. ທ່ານຈາວ, ເວົ້າວ່າ: " ເຖິງແມ່ນວ່າຈະສ້າງຖະໜົນໄປເຖິງຂະ
ເຈົ້າ, ຕອບສະໜອງນ້ຳກິນໃຫ້ ແລະ ອື່ນໆເພື່ອຫຼຸດຜ່ອນຄວາມທຸກຍາກອີກ 50 ປີ ບັນຫາກໍ່ຍັງຈະບໍ່ສາມາດແກ້ໄຂໄດ້ຢ່າງຍືນ
ຍົງ" ທ່ານເຈົ້າແຂວງກຸ່ຍໂຈ, ບອກວ່າ ແຜນການຍົກຍ້າຍຖິ່ນຖານຂອງປະຊາຊົນ ຈະໃຫ້ສຳ ເລັດພາຍໃນ 9 ປີ ໂດຍຈະຍ້າຍ
ຊາວກະສິກອນ ຈາກເຂດພູດອຍໄປສູ່ຕົວເມືອງ, ໂຄງ ການນີ້ຈະໃຊ້ງົບປະມານມະຫາສານເພື່ອດຳເນີນງານແລະຊອກຫາວຽກ
ເຮັດງານທໍາ ໃຫ້ປະຊາຊົນທີ່ຍົກຍ້າຍ… ຟັງເພງກ່ອນແລ້ວຈື່ງລົມສູ່ຟັງຕໍ່.

ລຸງ ຢາງຫົງມິ່ນ, ຊາວກະສິກອນຂອງບ້ານຈ່ຽງໝານ, ຕາແສງຊິ່ງຫຼົງບອກວ່າ ຝົນທີ່ຕົກລົງມາດິນກໍ່ເກັບກັກນ້ຳບໍ່ໄດ້ ບໍ່ມີທາງເ
ລືອກຈົນໄດ້ຂາຍເລືອດ ພື່ອລ້ຽງຄອບຄົວມາໄດ້ 10 ປີ ແລ້ວ, ຊີວິດການເປັນຢູ່ທຸກຢາກຫຼາຍ ແມ່ນແຕ່ເຂົ້າກໍ່ແພງໄວ້ກິນໃນ
ພິທີແຕ່ງດອງ ຫຼື ເກີດລູກໃໝ່ທໍ່ນັ້ນ; ສ່ວນຮອງປະທານຄະນະກຳມະການປະຕິຮູບ ແລະ ພະແນກແຫ່ງຊາດກວ່າວ່າ: 2 ວຽກ
ຫຼັກທີ່ຕ້ອງແກ້ໄຂແຂວງກຸ່ຍໂຈ ກໍ່ແມ່ນຄວາມທຸກຍາກ ແລະ ຄວາມດ້ອຍພັດທະນາເພື່ອໃຫ້ການພັດທະນາໃນທົ່ວປະເທດມີ
ຄວາມຢູ່ດີກິນດີຮ່ວມກັນ. ສ່ວນທ່ານເຈົ້າແຂວງກຸ່ຍໂຈ່, ກໍ່ເວົ້າເສີມວ່າ: " ເຖິງແມ່ນວ່າແຜນ ການຍົກຍ້າຍປະຊາຊົນ ນີ້ໄດ້ຮັບ
ຮອງຈາກສະພາແຫ່ງຊາດແລ້ວກໍ່ຕາມແຕ່ ແຂວງເອງກໍ່ສ້າງແຜນການລິເລີ່ມ ເພາະຕ້ອງໄດ້ເຮັດໄວ້ລໍຖ້າບໍ່ໄດ້ ອັນໃດແຂວງ
ພໍເຮັດໄດ້ກ່ອນ ກໍ່ຕ້ອງເຮັດບໍ່ແມ່ນຈະລໍຖ້າແຕ່ລັດຖະບານ ທັງເຮັດໄປກ່ອນທົງລາຍງານໃຫ້ລັດຖະບານ ເປັນແຕ່ລະໄລຍະໄປ
ພ້ອມ " ມາຮອດດຽວນີ້ງົບຂອງແຂວງຂອງນະຄອນຂອງເມືອງໃຫຍ່ ເມືອງນ້ອຍ ໃນແຂວງໃຊ້ໄປແລ້ວ 1 ຕື້ 200 ລ້ານຢວນ
ເພື່ອອຳນວຍຄວາມສະ ດວກແກ່ໂຄງການທົດລອງໄລຍະທຳອິດທີ່ຈະຢ້າຍປະຊາຊົນ 1 ແສນຄົນໃນປີນີ້.
1 2 3