2 ​ແຂວງ​ຍ້າຍ​ປະຊາຊົນ​ຈາກ​ເຂດ​ທີ່​ທຸກ​ຍາກ

(GMT+08:00) 2012-06-07 09:12:17     cri


ການດຳເນີນໂຄງການນີ້ປະຊາຊົນທີ່ເຖົ້າແກ່ກໍ່ຈະໄດ້ເງິນເບ້ຍລ້ຽງຈາກທຶນປະກັນສັງຄົມແລະ ປະກັນສຸຂະພາບ. ທັງຈະສ້າງວຽກ
ເຮັດງານທຳໃຫ້ປະຊາຊົນທີ່ອາຍຸລະຫວ່າງ 40-50 ປີ ເພື່ອຊ່ວຍເຫຼືອປັບຕົວສຳລັບການຍົກຍ້າຍ...! ​ເຈົ້າ​ແຂວງ​ກຸ່ຍ​ໂຈ​ຍັງ​ບອກ​ອີກ​ວ່າ: ທາງ​ແຂວງ​ຈະ​ຊື້​ຕຳ​ແໜ່ງງານ​ໃນ​ອຸດສາຫະກຳ​ການ​ບໍລິການ ​ແລະ ຂະ​ແໜງສະຫວັດດີ​ການ​ສັງຄົມ ​ໃນ​ລາຄາ 12,000 ຫາ 15,000 ຢວນ ຕໍ່ຕໍາ​ແໜ່ງ ​ເພື່ອ​ເອົາ​ໄວ້​ໃຫ້​ຄົນ​ອາຍຸໄວ​ກາງ ທີ່​ຈະ​ຍົກຍ້າຍ​ຈາກ​ເຂດ​ພູດ​ອຍມາ​ຢູ່​ທົ່ງພຽງ ​ແລະ ​ໃນ​ເມືອງ. ສຳລັບ​ຊາວໜຸ່ມກໍ່ຈະ​ເຝິກອົບຮົມ​ອາຊີ​ບ​ໄລຍະ​ສັ້ນ​ໃຫ້​ພ້ອມ ​ເຈົ້າ​ແຂວງ​ລົງ​ໄປ​ລົມ​ກັບ​ປະຊາຊົນຫຼາຍຄົນ​ ​ເຂົາ​ເຂົ້າກໍ່ວ່າ: ຢາກ​ຍ້າຍ​ເພື່ອ​ອານາ​ຄົດ​ທີ່​ດີ​ຂອງ​ລູກ​ເຕົ້າ ​ແລະ ການ​ຍ້າຍ​ກໍ່ຍັງ​ເປັນ​ການ​ດີ​ເພື່ອ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຂົ້າ​ເອງ​ອີກ. ​ເບິ່ງ​​ໂຄງການ​ທົດ​ລອງ ​ແລະ ​ແຜນການ​ຮອງ​ຮັບ​ການ​ຍົກຍ້າຍ​ແລ້ວ​ກໍ່ດີຫຼາຍ​ເນາະ... ​ແຕ່​ຢ່າ​ສູ່​ໄປ​ເຮັດ​ເດີ້​ແບບ​ວ່າ ​ເວ ລາ​ຢາກ​ຍ້າຍ​ປະຊາຊົນ​ຈາກ​ບ່ອນໜື່ງ​ໄປ​ຫາ​ບ່ອນໜື່ງ ບອກວ່າຊິມີຊີວິດທີ່ດີກວ່າເກົ່າ ແຕ່ບາດຍ້າຍມາແລ້ວເບິ່ງແຍງບໍ່ໄດ້ພໍເທົ່າ ໃດກໍ່ຖິ້ມປະເຂົາເຈົ້າໃຫ້ທຸກຍາກແບບບໍ່ຮັບ ຜິດຊອບບໍ່ເປັນໄດ໋ເນາະ...!! ​ເອົາ, ຟັງ​ເພງ​ກ່ອນ​ແລ້ວ​ຈະ​ພາ​ໄປ​ຟັງ​ໂຄງການ​ທີ່​ຄ້າຍຄື​ກັນ​ນີ້​ຢູ່​ແຂວງ ຊິ່ງຫາຍ.

​ແຂວງ​ຊິ່ງຫາຍ ກໍ່​ເປັນ​ອີກ​ແຂວງໜື່ງລະ​ທີ່​ຍັງ​ທຸ​ຍາກ ​ແລະ ດ້ອຍ​ພັດທະນາ ຢູ່​ພາກ​ຕາ​ເວັນຕົກສຽງ​ເໜືອຂອງ​ຈີນ, ຕິດ​ກັບ​ຕິ​ເບ​ດພຸ້ນ​ລະ!!! ປີ​ນີ້​ກໍ່ມີ​ແຜນ​ຈະ​ຍົກຍ້າຍ​ປະຊາຊົນ​ຈາກ​ບ່ອນ​ທຸກ​ຍາກ​ ໄປ​ບ່ອນ​ທີ່​ມີ​ເງື່ອນ​ໄຂ​ພັດທະນາ​ໄດ້​ດີກ​ວ່າ ຈຳນວນ 26,000 ຄົນ ​ໂດຍ​ຈະ​ໃຊ້​ງົບ 430 ລ້ານ​ຢວນ ຢາກ​ຮູ້​ວ່າ​ເປັນ​ທໍ່​ໃດ​ກີບກໍ່​ເອົາ 1,200 ຄູນ​ເຂົ້າ​ໄປ. ງົບ​ເທື່ອ​ນີ້ຫຼາຍກວ່າ​ປີ​ກາຍ 260 ຢວນ ​ເພື່ອ​ໃຊ້​ຈ່າຍ​ເຂົ້າ​ໃນ​ການຍົກຍ້າຍ​ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່... ທ່ານ​ໂລ​ຊຸມ ດາ​ວາ, ຫົວໜ້າຫ້ອງການຫຼຸດຜ່ອນ​ຄວາມທຸກ​ຍາກ​ຂ​ອງ​ແຂວງ ຊິ່ງຫາຍ ບອກ​ວ່າ: ຊາວ​ກະສິກອນ 6 ພັນ​ຄອບຄົວ​ຈະ​ໄດ້​ຍົກຍ້າຍ​ອອກ​ຈາກ​ເຂດ​ທີ່​ຫຍຸ້ງຍາກ​ສັບສົນ​ທຸລະກັນດານ​ໄປ​ບ່ອນ​ທີ່​ມີ​ເງື່ອນ​ໄຂ​ພັດທະນາ​ດີກ​ວ່າ, ງົບ 430ລ້ານ​ຢວນ ສຳລັບ​ປີ​ນີ້​ກໍ່ຈະ​ໃຊ້​ເຂົ້າ​ໃນ​ການ​ສ້າງ​ເຮືອນ, ນ້ຳ​ບໍລິ​ໂພ​ກ, ​ໄຟຟ້າ, ການ​ສື່ສານ, ການ​ສຶກສາ ​ແລະ ສາທາລະ​ນຸປະ​ໂພ​ກຕ່າງໆ​ໃຫ້​ປະຊາຊົນ, ຝຶກ​ອາຊີ​ບ ​ເພື່ອ​ຮັບປະກັນ​ໃຫ້​ຜູ້​ຍົກຍ້າຍ​ມີ​ຊີດ​ການ​ເປັນ​ຢູ່​ທີ່​ດີກ​ວ່າ​ເກົ່າ​ແທ້ໆ... ອັນ​ນີ້​ກໍ່​ເປັນ​ໂຄງການ​ຍົກ ຍ້າຍ​ອີກ​ແຂວງໜື່ງ ນອກຈາກ​ແຂວງ ກຸ່ຍ​ໂຈ່ ທີ່​ເວົ້າ​ວ່າ​ແຕ່​ທຳ​ອິດ!! ​ເວົ້າ​ເຖິງ​ແຂວງ​ຊິງ​ຫາຍ ກໍ່ຕັ້ງ​ຢູ່​ດ້ານ​ຕາ​ເວັນ​ອອກ​ຂອງ​ພູ​ພຽງທີ່​ກວ້າງ​ໃຫຍ່ ​ແລະ ສູງ​ທີ່​ສຸດ​ໃນ​ໂລກ ນັ້ນ​ກໍ່ຄື​ພູ​ພຽງຊິ່ງຫາຍ-ຕິ​ເບ​ດນັ້ນ​ເອງ... ທ່ານ​ຜູ້​ຟັງ​ເຄີຍ​​ໄດ້​ຍິນ​ເຄີຍ​ໄດ້​ຮຽນບໍ​ຄຳ​ວ່າ: " ຫຼັງຄາ​ໂລກ " ກໍ່​ແມ່ນ​ຢູ່​ເຂດ​ນີ້​ລະ, ​ແຂວງ​ນີ້​ມີ​ເນື້ອ​ທີ່​ຕັ້ງ​ວ່າ 720,000 km2 ພຸ້ນ​ໄດ໋ທ່ານ​ຜູ້​ຟັງ ມີ​ພົນລະ​ເມືອງ​ປະມານ 6 ລ້ານ​ຄົນ​ນີ້​ລະ ​ແລະ ມີ 2 ​ເຜົ່າ​ຕົ້ນຕໍ​ຄື​ຄົນ​ຮັ້ນ ທີ່​ແມ່ນ​ຄົນ​ຈີນ​ນີ້​ລະ ກັບ​ເຜົ່າ​ຕິ​ເບ​ດ...!!!! ( ​ເພງ ) ຈົບ
1 2 3