ຄວາມ​ພະຍາຍາມ​ໃນ​ການ​ຄວບ​ຄຸມ​ຢາສູບ​ຈີນ...!!( ຕອນ1 )

(GMT+08:00) 2012-06-07 09:20:38     cri
ສະບາຍດີ​ມິດ​ລາຍການ​ທຸກ​ທ່ານ.. 19 ​ໂມງ​ພົບ​ກັນ​ອີກ​ແລ້ວ.. ພົບ​ກັນ​ມື້​ນີ້​ແມ່ນ​ວັນ​ເສົາ, ທີ 21 ​ເມສາ 2012 ມື້​ນີ້​ລົມ​ແຮງ​ເຕີບ​ເນາະ ​ແຕ່ 2-3 ​ໂມງ​ຕອນ​ບ່າຍ​ພຸ້ນ​ລະມາ. ອັນ​ນີ້​ລະ​ລົມ​ຍາມ​ຮ້ອນ​ລະ​ວັງ​ແດ່ ອັນໃດ​ກໍ່​ບໍ່​ໜາ​ແໜ້ນ​ຫຼັງ​ຄາ​ປ່ອງ​ຢ້ຽມ​ປະ​ຕ່າງ​ປະ​ຕູ ອັນ​ໃດມັນ​ຊິ​ປຽກ​ເກັບ​ໄວ້ດີໆໂລດ..!! ຢູ່ນະ​ຄອນ​ຫຼວງ​ນີ້​ດີ ​ແຕ່​ມີ​ແຕ່​ລົມ ບໍ່ມີ​ຝົນຕົກ​ຟ້າ​ຄະ ນອງ!! ​ແຕ່​ວ່າ​ລົມ​ມັນ​ກໍ່​ແຮງ​ເຕີບ ຄັນ​ແຮງ​ກວ່າ​ນີ້​ມັນ​ກໍ່ສ້າງ​ຄວາມ​ເສຍ​ຫາຍ​ໄດ້​ຄື​ກັນ​ໄດ໋​ເນາະ...!! ​ໄລຍະ​ນີ້​ຖ້າ​ຜູ້​ເຖົາ​ແກ່​ອາວຸ​ໂສ​ແດ່ ຊ່າງ​ສັງ​ເກດ​ດິນ​ຟ້າ​ອາກາດ​ແດ່ ​ເພິ່ນ​ກໍ່ຈະ​ຮູ້​ໂລດ​ວ່າ ມັກ​ມີ​ຟ້າ​ຝົນ​ລົມ​ແຮງ ຮອດ​ມີ​ໝາກ​ເຫັບ​ຕົກ​ຢູ່​ບາງ​ບ່ອນ​ພຸ້ນ​ລະ ມາ​ໄວ​ໄປ​ໄວ ​ແຕ່​ວ່າ​ມື້​ນີ້​ຢູ່​ນະຄອນຫຼວງວຽງຈັນ​ລົມ​ມາ​ແຮງ​ເປັນ​ຮູດໆ ຕັ້ງ​ວ່າ 2-3 ຊົ່ວ​ໂມງ​ພຸ້ນ​ໄດ໋​ເນາະ... ​ເຂດ​ອື່ນ ​ໂດຍ​ສະ​ເພາະ​ເຂດ​ຊານ​ເມືອງ ຫຼື ​ແຂວງ​ວຽງຈັນ​ຈັກ​ສິ​ເປັນ​ແນວ​ໃດ​ເດ່ ​ໂທ​ມາບ​ອກກັນ​ແດ່​ ກໍ່ດີ​ຄື​ກັນ​ໄດ໋​ເນາະ...!! ​​​ເອົາລະ​, ສຳລັບ​ມື້​ນີ້ໜຸ່ມ​ໃຫຍ່​ຈະ​ເອົາ​ມາ​ເວົ້າ​ສູ່​ຟັງ​ກໍ່​ແມ່ນ​ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການຫຼຸດຜ່ອນ​ການ​ສູບຢາ​ນິລະ.. ​ເພາະວ່າ​ທ່ານ​ຜູ້​ຟັງ​ບາງ​ທ່ານ​ກໍ່ອາດ​ຈະ​ຮູ້​ແລ້ວ​ວ່າ ຢາສູບ​ມັນ​ອັນຕະລາຍ​ຕໍ່ສຸ​ຂະ​ພາບ​ຂອງ​ຄົນ​ເຮົາ​ຮ້າຍ​ແຮງ​ສ່ຳ​ໃດ ​ແລະ ຈີນ​ກໍ່​ແມ່ນ​ປະ​ເທດ​ທີ່​ທັງ​ຜະລິດ​ທັງ​ສູບຢາຫຼາຍທີ່​ສຸດ​ໃນ​ໂລກ..!! ແຕ່ຕອນນີ້ຟັງເພງກ່ອນເນາະ.

ໃນຕົ້ນເດືອນນີ້ ຜູ້ຊ່ຽວຊານດ້ານສຸຂະພາບຂອງຈີນ ແລະ ອົງການຄວບຄຸມຢາສູບ ໄດ້ອອກຖະແຫຼງຕໍ່ຕ້ານການສະເໜີຊື່ເຂົ້າຊິງ
ລາງວັນ ດ້ານຄົ້ນຄວ້າວິທະຍາສາດແຫ່ງຊາດປະຈຳປີຂອງໂຄງການ " ສູບຢາແບບຈີນ " ເພາະວ່າບໍລິສັດຢາສູບແຫ່ງຊາດຈີນຫຼື
CNTC ໄດ້ຢື່ນໂຄງການຄົນຄວ້າກ່ຽວກັບຢາສູບທີ່ມີຜົນສະທ້ອນຕໍ່ສຸຂະພາບຕ່ຳ ກະ ຊວງວິທະຍາສາດ ແລະ ເຕັກໂນໂຊຊີກໍ່ພ
ວມພິຈາລະນາຢູ່ວ່າ ການສະເໜີນີ້ຄວນຜ່ານບໍ?? ທ່ານຈຽງຢວນ, ຮອງຫົວໜ້າຫ້ອງການຄວບຄຸມຢາສູບທີ່ຂື້ນກັບສູນກາງປ້ອງກັນ
ແລະ ຄວບຄຸມພະຍາດຂອງຈີນ ບອກວ່າ: ມັນບໍ່ມີຫຍັງມາຢັ້ງຢືນຢ່າງຈະແຈ້ງໄດ້ເລີຍວ່າ ກອກຢາແບບຈີນທີ່ມີທາດນີໂກຕີນ ແລະ
ທາດທາຕ່ຳນັ້ນ ສາມາດຊ່ວຍຫຼຸດຜົນການກະທົບຕໍ່ສຸຂະພາບຂອງຄົນທີ່ສູບຢາ. ທ່ານຈຽງບອກວ່າ: " ຄົນຈີນເຂົ້າໃຈຜິດວ່າຢາສູບ ທີ່
ບັນຈຸທາດນີໂກຕີນ ແລະ ທາດທາຕ່ຳນັ້ນ ຈະດີກວ່າເພື່ອສຸຂະພາບ "…!! ​ໃນ​ວັນ​ທີ 23 ​ເດືອນ​ຜ່ານ​ມາ​ນີ້​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໄດ້​ອອກ​ປະກາດ​ແຈ້ງ​ການ​ຂອງ​ຕົນ​ທາງ​ເວ​ບ​ໄຊ ​ເພື່ອ​ຂໍ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ມວນ​ຊົນ​ເປັນ​ເວລາ 40 ວັນ ກ່ຽວກັບ​ວ່າ ທັງ​ລະບົບ​ທິດ​ສະ​ດີ ​ແລະ ການສະ​​ເໜີ​ໂຄງການກອກຢາ​ແບບ​ຈີນ ສົມຄວນ​ໄດ້​ຮັບ​ການສະ​ເໜີຊື່​ເຂົ້າ​ຊິງ​ລາງວັນ​ຄົ້ນຄວ້າ​ວິທະຍາສາດ​ປະຈຳ​ປີ​ບໍ??? ທ່ານ​ຈຽງບອກ​ວ່າ ຈຸດປະສົງ​ຂອງ​ການ​ຄົ້ນຄວ້າ​ໂຄງການ​ນີ້​ ກໍ່​ແມ່ນ​ເພື່ອ​ປັບປຸງ​ລົດ​ຊາດ​ຂອງ​ກອກຢາ​ສູບ ​ເພື່ອ​ສົ່ງ​ເສີມ​ການ​ສູບ​ຊື່ໆ... ຕາມ​ບົດ​ລາຍ​ງານ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ປີ​ກາຍ​ນີ້ ຈີນ​ແມ່ນ​ປະ​ເທດ​ທີ່​ຜະລິດ​ຢາສູບ, ສູບຢາ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ຈາ​ກການ​ສູບຢາຫຼາຍທີ່​ສຸດ​ໃນ​ໂລກ. ດຽວນີ້​ມີ​ຄົນ​ສູບຢາຫຼາຍກວ່າ 300 ລ້ານ​ຄົນ ​ໃນ​ຈີນ​ແຜ່ນດິນ​ໃຫຍ່, ​ແຕ່ລະ​ປີ​ມີ 1 ລ້ານ2​ແສນ​ຄົນ ຕາບ​ຈາກ​ພະຍາດ​ຕ່າງໆທີ່​ພົວພັນ​ກັບ​ການ​ສູບຢາ ​ແລະ ອີກ 740 ລ້ານ​ຄົນ ກໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ເປັນ​ຄົນ​ສູບຢາ​ມື 2 ​ໃນ​ແຕ່ລະ​ປີ..!!! ໝາຍຄວາມ​ຕົນ​ເອງ​ບໍ່ສູບ​ແຕ່​ມີ​ຄົນ​ອື່ນ​ມາ​ສູບ​ໃຫ້​ ແລ້ວ​ຫັນ​ໃຈ​ເອົາ​ຄວັນ​ຢາ​ເຂົ້າ​ດັງ​ເຂົ້າ​ປອດ, ຍິ່ງ​ອັນ ຕະລາຍ​ກວ່າ​ຜູ້​ສູບ​ອີກ...!! ​ໄປ​ເມືອງ​ຈີນ​ລອງ​ເຂົ້າ​ໄປ​ເບິ່ງ​ຮ້າ​ນອາຫານ​ລະດັບ​ນ້ອຍ ​ແລ້ວ​ຈະ​ຮູ້ສຶກ​ວ່າການ​ສູບຢາໜັກໜ່ວງຊ່ຳ​ໃດ??? ຈັກ​ຜົມ​ຈັກ​ເຄື່ອງນຸ່ງ​ຄິວໝົດຖີບ​ລະ!! ຟັງ​ເພງອີກຊຸດໜື່ງກ່ອນເນາະແລ້ວຈື່ງມາລົມກັນນຕື່ມກ່ຽວກັບເລື່ອງນີ້.. 
1 2 3