ຄວາມ​ພະຍາຍາມ​ໃນ​ການ​ຄວບ​ຄຸມ​ຢາສູບ​ຈີນ...!!( ຕອນ1 )

(GMT+08:00) 2012-06-07 09:20:38     cri


ເວົ້າເລື່ອງຢາສູບໃນປີ 2003 ຈີນໄດ້ເຊັນຂອບການຄວບຄຸມຢາສູບກັບອົງການອາ ນາໄມໂລກອີງຕາມສົນທິສັນຍານີ້ເມື່ອຮອດເດືອນ
ມັງກອນ 2006 ຈີຄວບຄຖມໃຫ້ຢາ ສູບມີທາດທານ້ອຍລົງ ແລະ ບໍ່ໃຫ້ສູບໃນສະຖານທີ່ສາທາລະນະ.. ໃນແຜນພັດທະນາເສດຖະ
ກິດ-ສັງຄົມ 5 ປີ ຄັ້ງທີ່ 12=2011-2015 ຖືວ່າເປັນເທື່ອທຳອິດທີ່ໄດ້ບັນຈຸເນື້ອໃນວ່າຈະບໍ່ໃຫ້ມີການສູບຢາໃນສະຖານທີ່ສາທາລະນະ,
ໂຄສົກ ແລະ ເຕັກໂນໂລຊີຂອງຈີນ ຄືທ່ານຢູ່ຢວນປິ່ນ, ບວກໜັງສືພິມປັກກິ່ງຫ້າມວ່າ: ການສະເໜີໂຄງການກອກ ຢາສູບແບບຈີນ ເພື່ອເຂົ້າຊິງລາງວັນການຄົ້ນຄວ້າທາງວິທະສາດ ຈະຄັດເລືອກ ຮອບສຸດທ້າຍໂດຍຜ່ານຄຳຄິດຄຳເຫັນ, ການກວດກາທົດສອບກ່ອນວ່າ ມີປະໂຫຍດຕໍ່ສາທະ ນະຊົນແທ້ບໍ? ທ່ານ​ບອກ​ວ່າ​ຢາສູບ​ແມ່ນອຖດສາ​ຫະກຳ​ທີ່​ຖຶກກົດໝາຍ ​ແລະ ຖ້າ​ການ​ຄົ້ນຄວ້າ​ພົບ​ໃໝ່ນີ້​ມັນ​ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການຫຼຸດຜ່ອນ, ຜົນ​ຮ້າຍ​ຈາກ​ການ​ສູບຢາ ມັນ​ກໍ່​ເປັນ​ຜົນ​ດີ​ຄື​ກັນ. ​ແຕ່​ທ່ານ​ຈຽງ ​ໂຕ້​ແຍ້​ງວ່າ: ຄັນ​ອີງ​ຕາມ​ສົນທິສັນຍາ​ທີ່​ລັດ​ທະ​ບານ​ຈີນ ​ໄດ້​ເຊັນ​ກັບ​ອົງການ​ອານາ​ໄມ​ໂລກ ເພື່ອ​ຄວບ​ຄຸມ​ການ​ສູບຢາ​ແລ້ວ ລັດຖະບານ​ຕ້ອງ​ຮັບ ຜິດຊອບ​ໃນ​ການ​ຄວບ​ຄຸມ​ການ​ນຳ​ໃຊ້​ຢາສູບ ​ແລະ ບໍ່ຄວນ​ໃຫ້​ລາງວັນ​ໃດ​ກໍ່​ແລ້ວ​ແຕ່​ທີ່​ກ່ຽວກັບ​ການ​ຜະລິດ​ຢາສູບ...!! ​ໃນ​ມາດຕາ​ທີ່ 29 ຂອງ​ກົດໝາຍກ່ຽວກັບ​ທິທະຍາ​ສາດ ​ແລະ ​ເຕັກ​ໂນ​​ໂຊ​ຊີ​ຂອງ​ຈີນ​ກໍ່ລະບຸ​ໄວ້​ວ່າ: ຈີນ​ຕໍ່ຕ້ານ​ທຸກ​ການ​ຄົ້ນ​ຄວ້າ​ວິທະຍາສາດ​ທີ່​ເປັນ​ຜົນ​ຮ້າຍ​ຕໍ່ຄວາມ​ປອດ​ໄພ​ຂອງ​ຊາດ, ຕໍ່ຜົນ​ປະ​ໂຫຍ​ດຂອງ​ສັງຄົມ​ຕໍ່ສຸຂະພາບ ​ແລະ ສິນລະ​ທຳ. ທ່ານ​ຈຽງ ບອກ​ວ່າ: ການສະ​ເໜີ​ໂຄງການ​ເຂົ້າ​ຊິງ​ລາງວັນ​ໃນ​ໂຕກໍ່​ເປັນ​ການ​ຜິດ​ກົດໝາຍນີ້​ຢູ່​ແລ້ວ, ລັດຖະບານ​ຄວນ​ຍຶດຖື​ກົດໝາຍ​ເພື່ອ​ຄວບ​ຄຸມ​ຢາສູບ​ຢ່າງ​ເຄັ່ງຄັດ ​ໃນ​ບົດ​ທີ່​ພິມ​ລົງ​ໃນ​ຂ່າວ​ສານ​ຂິນຮວ່າ​ໃນ​ທີ 1 ​ເດືອນນີ້ ທີ່​ຂຽນ​ໂດຍ​ສະມາຄົມ​ຄວບ​ຄຸມການ​ສູບຢາ​ຂອງ​ຈີນ​ທີ່​ບໍ່​ເຫັນ​ດີ​ຕໍ່ການສະ​ເໜີ​ໂຄງການຄົ້ນຄວ້າ​ກອກຢາ​ແບບ​ຈີນ ​ເຂົ້າ​ຊິງ​ລາ​ງວັນ​ວິທະຍາສາດ​ປະຈຳ​ປີ. ​ເພາະວ່າ​ມັນ​ເປັນ​ການຝ່າ​ຝືນສົນທິສັນຍາ​ທີ່​ລັດຖະບານ​ຈີນ​ເຊັນ​ກັບ​ອົງການ​ອານາ​ໄມ​ໂລກ, ທັງ​ແຕະຕ້ອງ​ຈິດ​ໃຈ​ຂອງ​ທົ່ວ​ສັງ​ຄົມ​ອີກ. ທ່ານ​ສູ​ຈາວ, ທີ່​ເປັນບັນນາທິການ​ອາວຸ​ໂສ​ບອກ​ວ່າ: ບໍລິສັດ​ຢາສູບ​ແຫ່ງ​ຊາດ​ຈີນ​ຍັງ​ບໍ່​ໄດ້​ມີ​ຂໍ້​ມູນ​ລະອຽດ​ໃນ​ການ​ຄົ້ນຄວ້າ​ກອກຢາ​ສູບ​ເພື່ອ​ກວດກາ ​ແລະ ຮັບຮອງ​ໂດຍ​ກະຊວງ​ສາທາ ລະນະ​ສຸກ​ເທື່ອ ​ແລະ ການສະ​ເໜີຊື່​ເຂົ້າ​ຊິງ​ເທື່ອ​ນີ້​ກໍ່ຊ່ຳກັບ​ເປັນ​ການ​ສົ່ງ​ເສີມ​ໃຫ້​ຄົນ​ສູບກອກຢາ​ແບບ​ຈີນ ທີ່​ໃນ 3 ປີ ຫຼັງນີ້​ກໍ່ຂາຍ​ໄດ້​ຮອດ173 ຕື້​ກວ່າ​ຢວນ ຫຼື ປະມານ 27 ຕື້​ກວ່າ​ໂດ​ລາ​ແລ້ວ... ມີຫຼາຍຫາງ​ສຽງມີຫຼາຍຄຳ​ເນ​ຈາກຫຼາຍຝ່າຍ​ເນາະ, ສ່ວນຫຼາຍກໍ່​ແມ່ນ​ຕໍ່ຕ້ານ.. ຟັງ​ເພງ​ກ່ອນ... ຈັກໜ່ອຍມາ​ຟັງ​ຄຳ​ເຫັນ​ຈາກຫຼາຍຢ່າ​ຍຕື່ມ.

ທ່ານ ຢາງ​ກຸ່ງຮວ່າ, ອະດີດ​ຮອງ​ຫົວໜ້າສູນ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດ​ຂອງ​ຈີນ​ບອກ​ວ່າ: ການ​ກະທຳ​ເຊັ່ນ​ນີ້, ສະ​ເໜ​ເອົາ​ລາງວັນ​ເຊັ່ນ​ນີ້ ຈະ​ເປັນ​ການ​ສ້າງ​ຄວາມ​ວິພາກ​ວິຈານ​ໃນ​ສັງຄົມ​ຊື່ໆ... ​ເຮັດ​ໃຫ້​ອຸດສາຫະກຳ​ນີ້​ເຕີບ​ໂຕ​ຂື້ນ​ເຖິງ 40% ​ໃນ​ 10 ປີ ມາ​ນີ້ ອຸດສາຫະກຳ​ຢາສູບ​ກາຍ​ເປັນ​ເຄື່ອງ​ຈັກ ​ຜິດ​ລິດ​ເງິນ​ໄດ້ຫຼາຍທີ່​ສຸດ​ແຕ່​ຢູ່​ເທິງ​ຄວາມ​ອັນຕະ ລາຍ​ຂອງ​ຊີວິດ​ຄົນ. ຄັນ​ເວົ້າ​ເຖິງ​ລາງວັນ​ຄົ້ນຄວ້າ​ວິທະຍາສາດ​ປະຈຳ​ປີ​ເທື່ອ​ນີ້ ຈະ​ພິຈາ ລະນາ​ເທື່ອ​ສຸດ​ທ້າຍ​ໃນ​ທ້າຍ​ປີ​ນີ້ ​ແລະ ຈະ​ປະກາດ​ຜູ້​ໄດ້​ຮັບ​ລາງວັນ​ໃນ​ຕົ້ນ​ປີໜ້າຊຶ່ງ​ນັກ​ຊ່ຽວຊານ​ຈະ​ພິຈາລະນາ​ຢ່າງ​ລະອຽດຖີ່​ຖວ່ນກ່ອນ​ຕັດສິນ. ຂະ​ແໜງການ​ອື່ນ​ແຂ່ງ​ເຂົ້າ​ຊິງ​ໃນ​ປີ​ນີ້​ກໍ່ມີ​ທັງ​ໂຄງການ​ແນວ​ຄິດ​ລິ​ເລີ່​ມກ່ຽວກັບ​ວັດຖຸ​ອຸປະກອນ​ ປະ​ຫຍັດ​ພະລັງງານ, ວິ ທະຍາສາດ​ຄອມ​ພິວ​ເຕີ້ ​ແລະ ການ​ຄົ້ນຄວ້າ​ທາງ​ງດ້ານ​ການ​ແພດ. ອັນ​ນັ້ນ​ກໍ່​ແມ່ນ​ຂໍ້​ໂຕ​ແຍ້​ງກ່ຽວກັບ​ການສະ​ເໜີ​ໂຄງການ " ກອກ​ໂສູບ​ແບບ​ຈີນ " ​ເຂົ້າ​ຊິງ​ລາງວັນ​ຄົ້ນຄວ້າ​ວິທະຍາສາດ​ປະຈຳ​ປີ ທີ່​ຈະ​ຕັດສິນ​ໃຈ​ທ້າຍ​ປີ​ນີ້ ຈະ​ສຳ​ເລັດ​ຜົນ ຫຼື ບໍ່?? ໜຸ່ມ​ໃຫຍ່​ກໍ່ຈະ​ຕິດຕາມ​ຂ່າວ​ຄາວ​ແລ້ວ​ຈະ​ເອົາ​ມາ​ເວັ້າສູ່​ຟັງ...!! ເວົ້າເລື່ອງຢາສູບຊິມີທາດນີໂກຕິນທາດທາຫຼາຍໜ່ອຍ ມັນກໍ່ຍັງເປັນອັນຕະລາຍຕໍ່
ປອດຕໍ່ສຸຂະພາບຂອງຜູ້ສູບ ແລະ ຜູ້ຢູ່ໃກ້ອ້ອມຂ້າງຄືເກົ່າຫັ້ນລະ!!! ບໍ່ຮູ້ວ່າສະເໜີໂຄງການນີ້ຂື້ນມາຊິງລາງວັນນຳໝູ່ໄດ້ແນວໃດ? ຟັງເພງກ່ອນແລ້ວມາລົມກັນກ່ຽວກັບມາດຕະການສູບຢາໃໝ່ຢູ່ນະຄອນຫຼວງປັກກິ່ງ.
1 2 3