ຄວາມ​ພະຍາຍາມ​ໃນ​ການ​ຄວບ​ຄຸມ​ຢາສູບ​ຈີນ...!!( ຕອນ1 )

(GMT+08:00) 2012-06-07 09:20:38     cri


ມາດຕະການໃໝ່ຢູ່ປັກກິ່ງເພື່ອຕໍ່ຕ້ານຄວບຄຸມການສູບຢາເພິ່ນຈະເພີ່ມລາຄາຂອງການປັບໄໝຂື້ນສູງກວ່າເກົ່າ ສຳລັບຜູ້ທີ່ລ້ວງລະເມີດລະບຽບຫ້າມສູບຢາໃນສະຖານທີ່ ສາທາລະນະ.. ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ນະຄອນຫຼວງປັກ​ກິ່ງ ອອກ​ຮ່າງ​ລະບຽບ​ໃໝ່ ​ແລະ ພວມ​ຂໍ​ຄຳ​ຄິດ​ຄຳ​ເຫັນຈາກ​ມວນ​ຊົນ​ໄປ​ຈົນ​ຮອດ​ວັນ​ທີ 30 ​ເດືອນ​ນີ້​ລະ!! ປະຈຸ​ບັນ​ນີ້​ລະບຽບການ​ປັບ​​ໄໝຕໍ່ຜູ້​ຝ່າຝືນ​ສູບຢາ​ໃນ​ສະຖານ​ທີ່​ສາທາລະນະ​ເບົາຫຼາຍຄື​ມີ​ແຕ່ 10 ຢວນ ຫຼື ປະມານ 12,000 ກີບ​ທໍ່ນັ້ນ... ​ແຕ່​ວ່າ​ຮ່າງ​ລະບຽບ​ໃໝ່ນີ້​ຜູ້​ຝ່າຝືນ​ຈະ​ຖືກ​ປັບ​ໄໝ​ແຕ່ 50 ຈົນຮອດ 200 ຢວນ ຖ້າສູບຢາໃນຮ້ານອາຫານ, ຫໍພິ ພິຕະພັນ ແລະ ໂຮງໝໍ..!! ​ເຈັ້າຂອງ​ສະຖານ​ທີ່​ຂອງ​ຕົນ​ບໍ່​ໃຫ້​ສູບຢາ​ກໍ່ຈະ​ຖຶກປັບ​ໄໝ ​ແຕ່ 5 ພັນເຖິງ 1 ໝື້ນຢວນ. 1 ໝື້ນຢວນກໍ່ປະມານ 12 ລ້ານກີບ ພຸ້ນລະ..!! ​ໃນ​ລະບຽບ​ໃໝ່ນີ້​ກໍ່ຍັງ​ຫ້າມ​ຂາຍ​ຢາສູບ​ໃນ​ວັນ​ຕໍ່ຕ້ານ​ການ​ສູບຢາ​ໂລກ ວັນ​ທີ່ 31 ພຶດສະພາ​ຂອງ​ທຸກໆປີ.!! ອື່, ຟັງ​​ເບິ່ງ​ແລ້ວ​ກໍ່​ເປັນ​ລະບຽບທີ່​ເຂັ້ມ​ງວດ​ກວ່າ​ເກົ່າ ຕິດຕາມ​ເບິ່ງ​ວ່າ​ຄັນ​ຮັບ ຮອງ​ແລ້ວ​ຈະ​ປະຕິບັດ​ໄດ້​ແທ້​ບໍ?? ບໍ່​ເປັນ​ໃບ​ເຈ້ຍ​ຊື່ໆ... ​ເພາະວ່າ​ເວລາໜຸ່ມ​ໃຫຍ່​ຢູ່​ຈີນ 4 ປີ​ເຄິ່ງ ທັງ​ຢູ່​ປັກ​ກິ່ງ ​ແລະ ​ເຂດ​ແຂວງ​ອື່ນໆຂອງ​ຈີນ​ທີ່​ເຄີຍ​ໄປ ​ໃນ​ຮ້ານ​ອາຫານ, ​ໂຮງ​ແຮມ ຫຼື ບ່ອນ​ອື່ນໆ ມີ​ປ້າຍ No Smoking ຫ້າມ​ສູບຢາ​ເຕັມ ​ແຕ່​ບໍ່ສັກສິດ​ເກືອບ​ບໍ່ມີ​ໃຜ​ເຄົາລົບ ​ເຈົ້າ​ຂອງ​ຮ້ານ ກໍ່ບໍ່ກ້າບ​ອກລູກ​ຄ້າ​ໃຫ້​ເຊົາ​ສູບ ຍ້ອນ​ຢ້ານ​ເສຍ​ລູກ​ຄ້າ ອັນ​ນີ້​ກໍ່​ເປັນຄວາມ​ພະຍາຍາມ​ໃໝ່ອີກ​ເທື່ຶອໜື່ງກໍ່ຫວັງ​ວ່າ​ຈະ​ສັກສິດ​ກວ່າ​ເກົ່າ....
( ​ເພງ ) ຈົບ
1 2 3