ການ​ພະຍາຍາມ​ຄວບ​ຄຸມ​ຢາ​ສູບ​ຂອງ​ຈີນ ( ຕອນ2 )

(GMT+08:00) 2012-06-07 09:28:08     cri

ສະບາຍດີ​ທ່ານ​ຜູ້​ຟັງ​ຂອງ CRI ທຸກ​ທ່ານ...!!! ຫຼັງຈາກ​ຟັງ​ເລື່ອງ​ກິລາ​ຈາກ ​ເອກະ ສັນ​ກັບ​ກະ​ຕ່າຍ​ແລ້ວ!! ໜຸ່ມ​ໃຫຍ່​ກໍ​ຂໍ​ນຳພາ​ທ່ານ​ເຂົ້າ​ສູ່​ລາຍ​ການ​ເບິ່ງ​ເມືອງ​ຈີນ​ເປັນ​ປະ​ຈຳ​ທຸກ​ມື້ ໃນເວລາ 19 ໂມງ... ມື້​ນີ້​ທ່ານ​ຜູ້​ຟັງ​ຫຼາຍ​ທ່ານ​ກໍ່​ຄົງ​ພໍ​ທຸ​ເລົາ​ເບົາ​ບາງ​ຈາກ​ອາ​ກາດ ແລະ ແສງ​ແດດ​ທີ່​ແຜດ​ເຜົາ​ມາ​ໄດ້​ຫຼາຍ​ມື້​ແລ້ວ ນັບ​ແຕ່​ຮອດ​ບ່າຍ​ຂອງ​ວານ​ນີ້​ຈົນ​ຮອດ​ຄ່ຳ​ວັນ​ທີ 18-19 ມີ​ທັງ​ລົມ​ທັງ​ຝົນ​ແຮງ​ເຕີບ​ຢູ່​ໃນ​ໃຈ​ກາງ​ນະ​ຄອນ​ຫຼວງ​ວຽງ​ຈັນ​ນີ້, ມື້​ນີ້​ບ່າຍ​ວານ​ນີ້​ກໍ່ບົດ​ຫາກໍ່ມີ​ທ້ອງຟ້າ​ປອດ​ໂປ້ງ​ຕອນ 15-16 ​ໂມງ​ນີ້​ລະ​ເນາະ!! ກໍ່​ເຮັດ​ໃຫ້​ຄວາມ​ຮ້ອນຫຼຸດລົງ​ໄດ້ຫຼາຍ​ເຕີບ​ເວົ້າ​ເລື່ອງ​ຄວາມ​ຮ້ອນ ອາກາດ​ແຫ້ງ​ແນວ​ນີ້ ການ​ໃຊ້​ໄຟ້ຟ້າ​ການ​ເປີດ​ແອ ​ເປີດ​ພັດ​ລົມ ໝົດມື້ໝົດຄືນ​ກະ​ລັງ​ວັງ​ແດ່​ເດີ້ ຄັນ​ໃຊ້​ມັນໜັກ​ເກີນ​ໄປ ມັນ​ກໍ່​ໄໝ້ມັນ​ກໍ່ຊອດ​ເປັນ​ໄດ໋...!! ​ໂດຍ​ສະ​ເພາະ​ມື້​ໃດ​ຄືນ​ໃດ​ທີ່​ອາກາດ​ຮ້ອນ​ແຮງໆ ຫັ້ນ​ນະ...!! ກໍ່ມີ​ມອດ​ມີ​ເປີດ​ໃຫ້​ມັນ​ໄດ້​ພັກຜ່ອນ​ແດ່.. ນອກຈາກ​ຢ້ານ​ເກີດ​ອັກຄີ​ໄພ​ແລ້ວ ຍາມ​ຮ້ອນ​ແນວ​ນີ້​ເຮືອນ​ໃດ​ມີ​​ແອກໍ່​ເປີດ​ເອົາ​ເປີດ​ເອົາ ບາດ​ທ້າຍ​ເດືອນ​ໃບ​ບິນ​ມາ​ພຸ້ນ​ລະ​ເດີ້​ຊິ​ຕາຕີ່​ຂື້ນ​ນະ..!! ​ເອົາ​ຊ່ວຍ​ກັນ​ປະ​ຫຍັດ​ແດ່​ຫັ່ນ​ລະ ທັງ​ປະ​ຫຍັດ​ເງິນ​ຄ່າ​ໄຟ​ຕົວ​ເອງ ທັງ​ຊ່ວຍ​ປະ​ຫຍັດ​ພະລັງງານ ປະ​ຫຍັດ​ຊັບພະຍາກອນ​ຂອງ​ຊາດ​ຫັນ​ແລ້ວ!!! ໜຸ່ມ​ໃຫຍ່​ນີ້​ຄືນ​ໃດອາ ກາດ​ຮ້ອນ​ແທ້ໆ ກໍ່​ເປີດ​ແອ​ຮອດ 10 ໂມງ 11 ໂມງ​ແລ້ວ​ກໍ່​ມອດ ເປີດ​ອັນ​ດູດ​ອາ​ກາດ​ເອົາ​ກໍ່​ພໍ​ນອນ​ໄດ້​ແລ້ວ... ທ່ານ​ຜູ້​ຟັງ​ຮູ້​ສຶກ​ບໍຄັນ​ເຮົາ​ນອນ​ໃສ່​ແອ ຫຼື ພັດ​ລົມ​ໝົດ​ຄືນ ຕື່ນ​ຂື້ນ​ມາ​ຮູ້​ສຶກ​ເພຍ​ຫຼາຍ​ເຕີບ​ໃດ໋... ອັນ​ນີ້ກໍ່ຊິ​ແມ່ນ​ຍ້ອນ​ມັນ​ແຫ້ງ ແລະ ຮ່າງ​ກາຍ​ເຮົາ​ປັບ​ໂຕ​ບໍ່​ທັນ​ນີ້ລະ ເປັນ​ຫວັດ ເປັນ​ໄອ ເປັນ​ໄຂ້​ໄດ້​ຍ້ອນ​ໄດ໋!!  ​ເອົາ, ທັກ​ທາຍ​ກັນ​ເລື່ອງ​ດິນ​ຟ້າ​ອາກາດ​ພໍ​ທໍ່ນີ້​ກ່ອນ​ເນາະ..!! ບັດ​ນີ້​ຈະ​ມາ​ຟັງ​ເລື່ອງ​ທີ່​ຈະ​ມາ​ເວົ້າ​ສູ່​ຟັງ​ໃນ​ຄືນ​ນີ້ ຄືນ​ວານ​ນີ້​ລົມ​ເລື່ອງ​ກ່ຽວກັບ​ມີ​ຫາງ​ສຽງວິພາກ​ວິຈານ​ຈາກ ນັກວິຊາການ​ຈາກ​ສັງຄົມຫຼາຍສົມ ຄວນ ທີ່​ບໍລິສັດ​ຍາ​ສູບ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ໂຄງການ​ຢາສູບ​ແບບ ​ເຂົ້າ​ຊິງ​ລາງວັນ​ຄົ້ນ ຄວ້າ​ດ້ານ​ວິທະຍາສາດ​ໃນ​ທ້າຍ​ປີ​ນີ້ ​ແລະ ລົມ​ເລື່ອງ​ມາດ​ຕະການ​ໃໝ່​ໃນ​ການ​ຄວບ​ຄຸມ​ຢາສູບ​ຢູ່​ນະຄອນຫຼວງປັກ​ກິ່ງ​ສູ່​ຟັງ​ຜ່ານ​ໄປ..!! ​ແຕ່​ມັນ​ຍັງ​ມີຫຼາຍ​ເລື່ອງ​ກ່ຽວກັບ​ຢາສູບ​ຢູ່​ຈີນ​ມາ​ເວົ້າ​ສູ່​ຟັງ.. ຖື​ວ່າ​ຄືນ​ນີ້​ແມ່ນ​ຈະ​ເວົ້າ​ເຖິງ​ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​ຄວບ​ຄຸມ​ຢາສູບ​ພາກ​ສອງ​ກໍ່ວ່າ​ໄດ້...!! ຟັງເພງກັນກ່ອນ.

ໃນຕົ້ນເດືອນມັງກອນປີນີ້ ມີອີກ 10 ຕົວເມືອງໃຫຍ່ຂອງຈີນທີ່ຕົກລົງເຫັນດີປະຕິ ບັດການຄວບຄຸມຢາສູບຕາມຄຳແນະນຳຂອງອົງການ
ອານາໄມໂລກ, ຈິ່ງເຮັດໃຫ້ຈຳ ນວນຕົວເມືອງຂອງຈີນ ທີ່ເຂົ້າຮ່ວມໂຄງການຕົວເມືອງປອດຢາສູບເພີ່ມຂື້ນເປັນ 17 ຕົວເມືອງແລ້ວ...!!
ໂຄງການນີ້ແມ່ນຄອບຄົວຂອງບິວເກດມະຫາເສດຖີດ້ານຄອມພິວເຕີ້ຂອງໂລກໃຫ້ທຶນສະໜັບສະໜູນແກ່ຈີນ. ກໍ່ຄືຮູ້ຫັນລະວ່າປະເທດ
ຈີນແມ່ນປະເທດທີ່ຜະລິດຢາສູບ ແລະ ມີຄົນສູບຢາຫຼາຍທີ່ສຸດໃນໂລກ ຖືວ່າກວມ 1/3 ຂອງພົນລະເມືອງຂອງໂລກທີ່ສູບຢາພຸ້ນລະ...
ໂດຍສະເພາະບ່ອນສູບໜັກຫຼາຍ ກໍ່ແມ່ນນນຄອນນ້ອຍຕາມຕົວເມືອງນ້ອຍແລະຕາມຊົນນະບົດ. ກອງທຶນຂອງທ່ານບິວເກດໃໝ່ນີ້ຈະ
ກວມເອົາບັນດານະຄອນນ້ອຍເມືອງນ້ອຍ ທີ່ຢູ່ເຂດທຸກຢາກທຸລະກັນດານເຂດຊົນເຜົ່າສ່ວນນ້ອຍມີຫຼາຍເຊັ່ນ: ເມືອງກາລະແມຂອງ
ເຂດປົກຄອງຕົນເອງອູ່ຍເກີຊິນຈຽງແລະເມືອງຢິ່ນຈວນຂອງເຂດປົກຄອງຄົນເອງເຜົ່າຮຸ້ຍໜິ່ງເຊຍ. ທ່ານ ເຈົບຟຣີຄອັບລັນ, ຫົວໜ້າ
ສະຖາບັນສຸຂະພາບຂອງໂລກ ທີ່ຕັ້ງຢູ່ອາເມລິກາ ແລະ ທັງເປັນຜູ້ອຳ ນວຍການຂອງໂຄງການນີ້ບອກວ່າ: ໂຄງການນີ້ເນັ້ນການປົກ
ປ້ອງແມ່ຍິງ ແລະ ຊາວໜຸ່ມເຍົາວະຊົນຈາການສູບຢາ, ຫຼຸດສະພາບແວດລ້ອມທີ່ຊວນໃຫ້ສູບຢາ ແລະ ທັງສະໜັບສະໜູນໃຫ້ຜູ້ທີ່
ຕ້ອງການສູບຢາ. ຄັນໃຜຟັງລາຍການຄືນຜ່ານມານີ້ກໍ່ຄົງຈະຈື່ວ່າດຽວ ນີ້ຢູ່ຈີນແຜ່ນດິນໃຫຍ່ມີຄົນສູບຢາ 350 ລ້ານຄົນ, ແຕ່ລະປີກໍ່ມີ
ຄົນຈີນທີ່ຕາຍຍ້ອນພະຍາດທີ່ກ່ຽວຂ້ອງກັບຢາສູບ 1 ລ້ານ2ແສນຄົນແລະຜູ້ຊ່ຽວຊານຍັງຄາດວ່າ ຖ້າຍັງຄວບຄຸມບໍ່ໄດ້ຮອດປີ 2030
ອາດຈະຕາຍຮອດ 3,5 ລ້ານຄົນຕໍ່ປີ. ເປັນຕາຢ້ານເນາະທ່ານຜູ້ຟັງ...!! ໃຜຄິດຢາກເຊົາກໍ່ຂ່ຽວຕັດສິນໃຈລົງມືເຮັດແຕ່ມື້ນີ້ໂລດເພື່ອ
ປອດຂອງທຸກທ່ານເອງ ຢ່າລືມວ່າຕ່ອຍກັບໄຟຕໍ່ກອກຢາທຸກກອກ ແມ່ນມັນເປັນການຈູດຕຸ້ງປອດທ່ານເອງ ແລະ ເງິນທ່ານເອງ...!! ຄັນຢູ້ບໍ່ມີມາລະຍາດບໍ່ຮູ້ເກງໃຈຜູ້ອື່ນມັນກໍ່ໄປໄໝ້ປອດຂອງຜູ້ຢູ່ອ້ອມຂ້າງນຳອີກ. ຊາວໜຸ່ມຍິງຊາຍຄັນຜູ້ໃດເຂົ້າໃຈຜິດຄິດຢາກສູບ
ເພາະ ວ່າເຫັນຜູ້ອື່ນສູບແລ້ວຄືວ່າມີວາດມີຊົງດີ ເຈົ້າຊູ້ດີ, ໄຮໂຊດີ ຄວາມຄິດແນວນັ້ນຖິ້ມແຕ່ນາທີນີ້ໄປໂລດເດີ້ ຢ່າສູບບໍ່ມີຜົນດີ
ຫຍັງແທ້ໆ ມີແຕ່ທຳລາຍກັບທຳລາຍ..!! ຄັນບໍ່ຮັກໂຕເອງແຕ່ຍັງຮັກລູກຮັກເມຍ ຮັກແຟນຢູ່ ກະຮີບຕັດສິນໃຈເຊົາແຕ່ມື້ນີ້ໄປສະ... ລູກເມຍຈະເຫັນທ່ານເປັນພະເອກຂວັນໃຈຂອງເຂົາເຈົ້າໂລດລະ!! ຈັກໜ່ອຍຈະເອົາບົດລາຍງານທີ່ມີຫົດຂໍ້ວ່າ: " ການຄວບຄຸມຢາ
ສູບ ແລະ ອານາຄົດຂອງຈີນບາງຕອນ ມາເວົ້າສູ່ຟັງ " ..!!

1 2 3