ການ​ພະຍາຍາມ​ຄວບ​ຄຸມ​ຢາ​ສູບ​ຂອງ​ຈີນ ( ຕອນ2 )

(GMT+08:00) 2012-06-07 09:28:08     cri


ດຣ ອູອີ້ຈວິ້ນນີ້ບອກວ່າ: ໃນໄລຍະ 6 ປີຜ່ານມານີ້ ລັດຖະບານຈີນກໍ່ພະຍາຍາມຄວບຄຸມຢາສູບຢູ່ ແຕ່ຍອດຂາຍກໍ່ຍັງເພີ່ມສູງຂື້ນທຸກປີ, ຂໍ້ມູນຂອງກົມການຢາສູບຂອງຈີນບອກວ່າ: ປີກາຍນີ້ລັດຖະບານເກັບພາສີຈາກຢາສູບໄດ້ຫຼາຍກວ່າປີ 2012 ເຖິງ 22,5% ຍອດຂາຍກໍ່ເພີ່ມຂື້ນເກືອບ 17%. ດຣ ອູ ຢ້ຳວ່າ: " ມັນເປັນເລື່ອງຢາກຫຼາຍ ທີ່ຈະສຶບຕໍ່ປຸກລະດົມໃຫ້ຄົນຈີນຫຼຸດການສູບຢາ ແລະ ມັນເປັນສິ່ງທີ່ເກືອບເປັນໄປບໍ່ໄດ້ ເລີຍ ". ດຽວນີ້ສູນຂອງ ດຣ ອູ ກໍ່ພວມແລ່ນວິ່ງເຕັ້ນເພື່ອຂໍຄວາມຮ່ວມມືຈາກສະມາຊິກ ສະພາຜູ້ແທນປະຊາຊົນແຫ່ງຊາດ ແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນເພື່ອຂໍໃຫ້ພວກເພິ່ນຊ່ວຍກະຕຸ້ນລັດຖະບານ ໃນການຄວບຄຸມຢາສູບ ແລະ ອອກລະ ບຽບກົດໝາຍໃຫ້ເຂັ້ມງວດກວ່ານີ້ ກໍ່ຖືວ່າການວິ້ງເຕັ້ນຂອງພາກສ່ວນອົງການໜ່ວຍງານ ຕ້ານຢາສູບກໍ່ປະສົບຜົນສຳເລັດເບື້ອງຕົ້ນລະໄດ້ທ່ານຜູ້ຟັງ!! ເພາະວ່າໃນແຜນພັດທະນາເສດຖະກິດສັງຄົມຄັ້ງທີ່ 12 ( 2011-2015 ) ກໍ່ເປັນເທື່ອທຳອິດທີ່ລັດຖະບານໄດ້ບັນຈຸເນື້ອໃນກ່ຽວກັບການຄວບຄຸມຢາສູບເຂົ້າໄປ!! ​ແຕ່​ພາກສ່ວນ​ຕ່າງໆກໍ່ຕິດຕາມ​ຢູ່​ວ່າ​ຈະ​ເຮັດ​ຕາມ​ແຜນ​ໄດ້​ດີ​ຊ່ຳ​​ໃດ? ​ເພາະວ່າ​ລະບຽບທີ່​ເງັ້ມງວດ​ຂື້ນ​ກໍ່​ໄດ້​ຮັບ​ຮອງ ​ແລະ ນຳ​ໃຊ້​ມາ​ແຕ່​ເດືອນ​ພຶດສະພາ​ປີ​ກາຍ​ນີ້ ​ແຕ່​ຜົນ​ການ​ສຳຫຼວດຂອງ​ນັກ​ສິ່ງ​ແວດ​ລ້ອ​ມ ​ໃນ​ເດືອນ​ພະຈິກ​ປີ​ກາຍ​ນີ້ ຍັງ​ພົບ​ວ່າ​ຮ້ານ​ອາຫານ​ໃນ​ນະຄອນຫຼວງປັກ​ກິ່ງ​ປະຕິບັດ​ລະບຽບ​ໄດ້​ແທ້ໆ ມີ​ແຕ່ 1/5 ຂອງ​ຮ້ານ​ອາຫານ​ນ້ອຍ​ໃຫຍ່​ທັງໝົດ... ສ່ວນ​ຢູ່​ນະຄອນ​ຊຽງ​ໄຮ້​ກໍ່ຕັ້ງ​ເປົ້າ​ວ່າ​ເປັນ​ເມືອງ​ຫ້າມ​ການ​ສູບຢາ​ໃນ​ເຂດ​ສາທາລະນະທຸກ​ແຫ່ງ ​ໃນ​ປີ 2010 ​ແຕ່​ຈົນ​ມາ​ຮອດ​ດຽວນີ້​ກໍ່ຍັງ​ບໍ່ມີ​ການ​ບັງຄັບ​ໃຊ້​ ຂໍ້​ກຳນົດ​ກົດ​ລະບຽບ​ເຂັ້ມງວດ​ຫຍັງ​ເລີຍ. ຄະນະ​ກຳມະ ການ​ສົ່ງ​ເສີມ​ສຸຂະພາບ​ຂອງ​ຊຽງ​ໄຮ້ ​ກໍ່ຍອມຮັບ​ໃນ​ຕົ້ນ​ເດືອນ​ນີ້​ວ່າ: ປີ​ກາຍ​ນີ້​ມີ​ການ​ຈັບ ​ແລະ ປັບ​ໄໝ ​ເຈົ້າ​ຂອງ​ສຳນັກງານ​ອົງການ, ຮ້າງ​ຮ້ານ, ​ໂຮງ​ແຮມຕ່າງໆ ພຽງ​ແຕ່ 66 ​ແຫ່ງ ​ແລະ ປັບ​ໄໝປະຊາຊົນ​ພຽງ​ແຕ່ 5 ລາຍ!! ເປັນຕາຫົວເນາະ ຊຽງໄຮ້ມີພົນລະ ເມືອງຕັ້ງວ່າ: 24 ລ້ານຄົນ ແລະ ລະເມີດລະບຽບການສູບຢາເຕັມບ້ານເຕັມເມືອງ ແຕ່ປັບໄໝປີກາຍນີ້ພຽງແຕ່ 5 ຄົນ.. ຟັງເບິ່ງຕົວເລກນີ້ກໍ່ຮູ້ລະເນາະວ່າ ການຕິດຕາມກວດ ກາການປະຕິບັດລະບຽບຄວບຄຸມຢາສູບຢູ່ຈີນເຂັ້ມງວດຫຼືບໍ່???


1 2 3