ການ​ພະຍາຍາມ​ຄວບ​ຄຸມ​ຢາ​ສູບ​ຂອງ​ຈີນ ( ຕອນ2 )

(GMT+08:00) 2012-06-07 09:28:08     cri


ເນື້ອໃນບົດລາຍງານທີ່ມີຫົວຂໍ້ວ່າ: " ການຄວບຄຸມຢາສູບກັບອານາຄົດຂອງຈີນ " ບາງຕອນບອກວ່າໃນ 5 ປີຫຼັງມານີ້ຈີນຍັງຂາດ
ຄວາມເດັດຂາດຕໍ່ເນື່ອງຫຼາຍໃນການ ຄວບຄຸມການສູບຢາ ແລະ ຕີນກໍ່ໄດ້ລົງນາມນຳອົງການອານາໄມໂລກ ເພື່ອຄວບຄຸມຢາ
ສູບມາແຕ່ປີ 2003 ພຸ້ນ ແລະ ຄວວນເລີ່ມປະຕິບັດໃຫ້ໄດ້ໃນເດືອນ ມັງກອນ 2006 ໃນການຫ້າມສູບຢາໃນສະຖານທີ່ເຮັດວຽກ,
ສາທາລະນະເພື່ອຫຼຸດຜ່ອນການສູບຢາ. ແຕ່ມາຮອດດຽວນີ້ຈີນກໍ່ຍັງບໍ່ມີກົດໝາຍການຄວບຄຸມການສູບຢາລະດັບຊາດ, ບາງເຂດ
ແຂວງທ້ອງຖິ່ນຢາກເຮັດ, ຢາກອອກລະບຽບຄວບຄຸມກໍ່ຫຍຸ້ງຍາກຫຼາຍ ຍ້ອນຫຍັງມີ ພວກສິງອົມຄວັນບໍ່ເຫັນດີນຳຫຼາຍເຕີບ.
ຕົວຢ່າງກໍລະນີໜຶ່ງຄືຢູ່ເມືອງທ່ານຈ່າງ ຢາກອອກລະບຽບຄວບຄຸມການສູບຢາຢ່າງເຄັ່ງຄັດ ສຸດທ້າຍບາດສະເໜີຮ່າງກົດລະບຽບ
ນີ້ອອກມາໃນເດືອນທັນວາປີກາຍນີ້ໃນເວລາພິຈາລະນາຖົກຖຽງກັນໃນຄະນະອົງການປົກຄອງທ້ອງຖິ່ນກໍ່ຜ່ານບໍ່ໄດ້ກໍຈາງໄປຊື່ໆ.
ພາຍໃຕ້ໂຄງການກອງທຶນຂອງທ່ານ ບິວເກດ ແລ້ວ ເມືອງຕ່າງໆຈະຫ້າມບໍໃຫ້ສູບຢາຢູ່ໃນໂຮງໝໍ, ໂຮງຮຽນ, ຫ້ອງການລັດ,
ໂຮງແຮມແລະຮ້ານອາຫານຢູ່ນະຄອນຫາງໂຈທາງພາກຄາເວັນອອກຂອງຈີນ ມີໂຮງ ແຮມຮ້ານອາຫານ 30 ແຫ່ງໃຫ້ສັນຍາ
ວ່າ ຈະຫ້າມສູບຢາໃຫ້ສຳເລັດພາຍໃນ 2 ປີ, ຄັນເຮັດບໍ່ໄດ້ເຈົ້າຂອງຈະຖຶກປັບໄໝ 5 ພັນຢວນຕໍ່ຄັ້ງ ( 6 ລ້ານກີບ ) ສ່ວນຜູ້ລະ
ເມີດຂໍ້ຫ້າມກໍ່ຈະຖຶກປັບໄໝ 50 ຢວນຕໍ່ຄັ້ງ ( 6ໝື້ນກີບ ) ນີ້ແມ່ນທ່ານເສິງຈ້ຽນ, ຮອງຫົວໜ້າສູນຄວບຄຸມ ແລະ ກັນພະຍາດ
ຂອງນະຄອນຫາງໂຈ ເປັນຜູ້ຖະແຫຼງ. ເມືອງອື່ນທີ່ເຂົ້າຮ່ວມໂຄງການຕົວເມືອງປອດຢາສູບຂອງກອງທຶນບິວເກດກໍ່ແມ່ນຄາລະ
ແມ ຂອງເຂດປົກຄອງຕົນເອງ ເຜົ່າອຸ້ຍເກີຊິນຈ່ຽງ ໂດຍໄດ້ຫ້າມບໍ່ໃຫ້ສູບຢາຢູ່ຫ້ອງການ, ໂຮງຮຽນ, ໂຮງໝໍ ແລະ ສູນການ
ຄ້າມາແຕ່ເດືອນພຶດສະພາ 2008 ພຸ້ນມາ. ລະບຽບນີ້ໄດ້ຮັຍການສະໜັບສະໜູນຈາກປະຊາຊົນໃນເມືອງຫຼາຍກວ່າ 95%... ເອົາ,
ຟັງເພງອີກ ແລ້ວຈະມາເວົ້າສູ່ຟັງວ່າ ເປັນຫຍັງ ການຄວບຄຸມຢາສູບຢູ່ຈີນຄືມາຢາກແທ້... 

ສາເຫດໜື່ງທີ່ສໍາຄັນກ່ຽວກັບ ຄວາມພະຍາຍາມຄວບຄຸມຢາສູບຢູ່ຈີນ ພົບຄວາມລຳບາກຫຼາຍ ຈົນປະຕິບັດຕາມຄຳໝັ້ນສັນຍາທີ່
ໃຫ້ໄວ້ກັບອົງການອານາໄມໂລກ ຍັງປະ ຕິບັດບໍ່ໄດ້ກໍ່ແມ່ນຍ້ອນອຸດສາຫະກຳຢາສູບຖອກພາສີເຂົ້າໃຫ້ລັດແຕ່ລະປີມະຫາສານ!! ບໍລິສັດຢາສູບແຫ່ງຊາດຈີນຕົວເລກຫຼ້າສຸດບອກວ່າ ໜື່ງໄດ້ກຳໄລຈາການຂາຍຢາ ສູບ 320 ລ້ານຢວນ ມື້ໜື່ງໄດ໋ທ່ານຜູ້ຟັງ...!!
ໃນປີ 2010 ໄດ້ກຳໄລສຸດທິ 118 ຕື້ຢວນເປັນກຳໄລທີ່ຫຼາຍຄົນຄາດບໍ່ເຖິງວ່າຈະສຸງຂະໜາດນີ້. ສະນັ້ນລະ!! ບຸກຄົນ, ກຸ່ມຄົນ ຫຼື ອົງການໜ່ວຍງານທີ່ຕ້ານການສູບທີ່ຕ້ານການສູບຢາ ຈື່ງອອກມາກ່າວວິຈານວ່າ ລັດຖະ ບານບໍ່ເຮັດຈິງຈັງໃນການຄວບຄຸມຢາ
ສູບ. ຕົວເລກລາຍໄດ້ສູງຫຼາຍຂະໜາດນີ້ຂອງບໍລິ ສັດຢາສູບແຫ່ງຊາດຈີນ ແມ່ນເຮັດໃຫ້ບໍລິສັດນີ້ພວມຈະກ້າວຂື້ນມາເປັນບໍລິສັດ
ທີ່ທຳລາຍໄດ້ສູງທີ່ສຸດແຫ່ງໜື່ງຂອງແຜ່ນດິນໃຫຍ່ຈີນ ເພາະວ່າດຽວນີ້ກໍ່ແຊງໜ້າກຳໄລຂອງທະນະຄານແຫ່ງຊາດຈີນ ແລະທະ
ນາຄານກໍ່ສ້າງຂອງຈີນໄປແລ້ວ... ຕົວເລກລາຍຮັບທີ່ສູງຫຼາຍຂອງບໍລິສັດຢາສູບແຫ່ງຊາດຈີນນີ້ ແມ່ນໄດ້ມາຈາກບົດລາຍງານ
ຂອງທະນາຄານອຸດສາຫະກຳຈີນ ທີ່ຍື່ນຕໍ່ຕະຫຼາດຫຼັກຊັບຊຽງໄຮ້ ເພາະວ່າທະນາຄານມີແຜນຈະຂາຍຫຸ້ນໃຫ້ບໍລິສັດຢາສູບມູນ
ຄ່າ 5 ຕື້ 200 ລ້ານຢວນ, ແຕ່ວ່າໃນບົດລາຍງານນີ້ບໍ່ມີຂໍ້ມູນກ່ຽວກັບກຳໄລຂອງບໍລິສັດຢາສູບແຫ່ງຊາດຈີນໃນປີກາຍນີ້, ແຕ່ບົດ
ລາຍງານບອກວ່າ ດຽວນີ້ບໍລິສັດຢາສູບມີຊັບສິນເກືອບ 970 ຕື້ຢວນ. ສ່ວນອົງການໜ່ວຍງານທີ່ຕ້ານການສູບຢາຢູ່ຈີນກໍ່ລາຍງານ
ວ່າ: ປີກາຍນີ້ບໍລິສັດຢາສູບຖອກພາສີໃຫ້ລັດສູງເຖິງ 753 ຕື້ ຢວນ, ດຣ ອູອີ້ຈວິ້ນ, ຮອງຜູ້ອຳນວຍການສູນວິໃຈການພັດທະນາສຸ
ຂອພາບ ທີ່ເປັນອົງ ການທີ່ບໍ່ຂື້ນກັບລັດຖະບານບອກວ່າ: " ກຳໄລມະຫາສານຂອງບໍລິສັດຢາສູບຈີນ ເປັນເລື່ອງຕະຫຼົກປົນຄວາມ
ເສົ້າ ແລະ ມັນກໍ່ບໍ່ເປັນເລື່ອງແປກ " ສູນນີ້ໄດ້ກວດສອບອາ ກອນຢາສູບມາຫຼາຍປີ ດັ່ງນັ້ນ ກໍ່ພໍຄາດເດົາໄດ້ວ່າ ກຳໄລຂອງ ບໍລິສັດຢາສູບຕ້ອງສູງຢ່າງມະຫາສານແນ່ນອນ!! ດຣ ອູ ບອກວ່າ: " ໂຕເລກທີ່ເຮັດໃຫ້ຂ້ອຍບໍ່ສະບາຍໃຈ ບໍ່ແມ່ນກຳໄລ 322
ລ້ານຢວນຕໍ່ມື້ດອກ ແຕ່ແມ່ນເງົາມືດທີ່ຢູ່ເບື້ອງຫຼັງຂອງກຳໄລນັ້ນຫຼາຍກວ່າ ນັ້ນກໍ່ຄືສຸຂະພາບຂອງປະຊາຊົນ ທີ່ຊຸດໂຊມລົງ ແລະ ຖ້າຈະໃຫ້ປຽບທຽບມັນກໍ່ຄືກັບເງິນທີ່ໄດ້ມາຈາກຊາກກອງກະດູກຊ່ຳພູຊ່ຳຜາຂອງປະຊາຊົນນັ້ນເອງ ". ດຣ ອູ ເວົ້າ ໜັກເນາະ….!! 
1 2 3