ຈັດ​ເວທີ​ປຶ​ກສາ​ຫາລື​ການ​ຄ້າ​ການ​ລົງທຶນ​ຈີນ​ລາວ

(GMT+08:00) 2012-09-24 16:25:36     cri


(ໄຂເວທີປຶກສາຫາລືການຄ້າການລົງທຶນຈີນລາວ)


​ເວທີ​ປຶກສາ​ຫາລື​ການ​ຄ້າ​ການ​ລົງທຶນ​ຈີນ​ລາວ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ​ໃນ​ຕອນ​ບ່າຍ​ວັນ​ທີ 22 ກັນຍາ​ນີ້.​ເຈົ້າ​ຫນ້າ​ທີ່​ປະ​ເທດ​ລາວ​ກ່າວ​ວ່າ, ປະ​ເທດ​ລາວ​ເອົາ​ໃຈ​ໃສ່​ນຳ​ການສົ່ງ​ເສີມ​ການ​ລົງທຶນ​ຈາກ​ປະ​ເທດ​ຈີນ, ຫວັງ​ວ່າ​ທ່າ​ອຽງ​ທີ່​ດີ​ໃນ​ການ​ພັດທະນາ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ລາວ​ສາມາດ​ສືບ​ຕໍ່​ໄປ​ໄດ້.ຕໍ່​ໄປ​ເຊີນ​ຟັງ​ການ​ແຈ້ງ​ຂ່າວ​ຈາກ​ບຸນ​ຕາ, ນັກ​ຂ່າວ cri ທີ່​ສົ່ງ​ມາ​ຈາກະຄອນ​ນານ​ນິງ.

ນັບ​ແຕ່​ສປປລາວ​ດຳ​ເນີນການ​ເປີດ​ປະຕູ​ສູ່​ສາກົນ​ເມື່ອ​ປີ 1988 ​ເປັນ​ຕົ້ນ​ມາ, ​ໂຄງການ​ທີ່​ຈີນ​ລົງທຶນ​ຢູ່​ປະ​ເທດ​ລາວ​ ​ໄດ້​ມີ​ເຖິງ 755 ​ໂຄງການ​ແລ້ວ, ​ເຊິ່ງລວມຍອດມູນ​ຄ່າ​ການ​ລົງທຶນມີ​ເຖິງ 3 ຕື້ 700 ລ້ານ​ກວ່າ​ໂດ​ລາ, ປັດຈຸບັນ, ວິ​ສາ​ຫະກິດ​ຈີນ​ທີ່​ໄປ​ລົງທຶນ​ຢູ່​ລາວ​​ໄດ້​ເປັນອັນ​ດັບຫນຶ່ງ​ໃນ​ບັນດາ​ການ​ລົງທຶນ​ຂອງຕ່າງປະ​ເທດ​​ຢູ່​ປ​ະ​ເທດ​ລາວ. ​ໃນ​ເວທີ​ປຶກສາ​ຫາລື​​ເທື່ອ​ນີ້, ທ່ານ​ສົມ​ຫວັງ​ ນິນທາ​ວົງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ລາວ​ໄດ້​ແນະ​ນຳ​ໃຫ້​ຮູ້​ເຖິງ​ນະ​ໂຍບາຍ​ພິ​ເສດ​ຂອງ​ປະ​ເທດ​ລາວ​ໃນ​ການສົ່ງ​ເສີມການ​ລົງທຶນ​ຂອງ​ຕ່າງປະ​ເທດ.ທ່ານ​ສົມ​ຫວັງ​ເວົ້າ​ວ່າ:

ເພື່ອ​ເຮັດ​ໃຫ້ການ​ລົງທຶນ​ຕ່າງປະ​ເທດ​ໄດ້​ດີກ​ວ່າ​ເກົ່າ, ລັດຖະບານ​ຂອງພວກ​ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ນະ​ໂຍບາຍ​ການ​ສົ່ງ​ເສີມ​ການ​ລົງທຶນ​,​ເປັນ​ຕົ້ນ​ລະບຽບ​ກົດຫມາຍ​ແລະຂັ້ນ​ຕອນ​ການ​ປະຕິບັດ​ການ​ລົງທຶນ.ການ​ປັບປຸງ​ອັນ​ນີ້​ກໍ່​ແມ່ນ​ແນ​ໃສ່​ໃຫ້​ມີ​ຄວາມ​ວ່ອງ​ໄວ​ຂຶ້ນ​​ໃນ​ການ​ບໍລິການ​ຜ່ານ​ປະຕູ​ດຽວມີ​ຄວາມ​ໂປ່​ງ​ໃສ​ແລະ​ສາມາດຈັດ​ຕັ້ງ​ປະຕິບັດ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ່​ຈະມາລົງທຶນ​ໃນອະນາຄົດ.ລັດຖະບານ​ໄດ້​ປະກາດ​ໃຊ້​ກົດຫມາຍ​ການສົ່ງ​ເສີມ​ການ​ລົງທຶນ​ສະບັບ​ໃຫມ່ ​ເຊິ່ງ​ໄດ້​ປັບປຸງ​ໃນ​ປີ 2009 ມາ​ນີ້,ພ້ອມ​ກັບ​ສ້າງ​ດຳ​ລັດ​​ໃນ​ການປະຕິບັດ​ກົດຫມາຍ​ດັ່ງກ່າວ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.ສະ​ນັ້ນ ຂໍ​ໃຫ້​ນັກ​ລົງທຶນ​ຈີນ​ເຊື່ອຫມັ້ນ​ວ່າການ​ລົງທຶນ​ຢູ່​ໃນ​ລາວ​ມີ​ຄວາມ​ສະດວກ​ແລະ​ເງື່ອນ​ໄຂ​ ​ໃນ​ການ​ຂໍ​ອະນຸມັດ​ການ​ລົງ​ທຶນ.ຍ້ອນປະ​ເທດ​ລາວ​ມີ​ຊັບພະຍາກອນທຳ​ມະ​ຊາດ,​ແລະ​ເປັນ​ຈຸດ​ເຊື່ອມ​ຈອດ​ໃນ​ພາກ​ພື້ນ, ​ສຳຄັນ​ອີກອັນ​ຫນຶ່ງ,ພວກ​ຂ້າພະ​ເຈົ້າ​ຖື​ວ່າ​ລະບອບ​ການ​ເມືອງ​ທີ່​ມີ​ຄວາ​ຫມັ້ນຄົງ​ສະ​ງົບ​ແລະ​ປອດ​ໄພ​ກໍ່​ເປັນອັນ​ສະດວກ​ອັນ​ຫນຶ່ງ.ສະ​ນັ້ນ, ຂ້າພະ​ເຈົ້າ​ເຊື່ອ​ວ່າ​ບັນດາ​ທ່ານ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ມື້​ນີ້ ຈະມີ​ກາລະ​ໂອກາດ​ໃນ​ການ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​​ເພື່ອ​ໄປ​ລົງທຶນ​ຢູ່​ສປປລາວ.

1 2 3 4 5 6 7