ຈັດ​ເວທີ​ປຶ​ກສາ​ຫາລື​ການ​ຄ້າ​ການ​ລົງທຶນ​ຈີນ​ລາວ

(GMT+08:00) 2012-09-24 16:25:36     cri

ກ່ຽວ​ກັບ​ຈະ​ສືບ​ຕໍ່​ເພີ່​ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບປະ​ເທດ​ລາວ​ແລະ​ຈະ​ລົງທຶນ​ຢູ່​ລາວ​ແນວ​ໃດ,ທ່ານ​ຊູ່​ຕ້າວ​ຢຽນ, ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ຂອງ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ​ໄດ້​ສະ​ເຫ​ນີຂໍ້​ສະ​ເຫ​ນີ 3 ຂໍ້ ຄື: ​ເພີ່ມ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ມີ​ຂະຫນາດ​ໃຫຍ່​ຂຶ້ນ, ຊຸກ​ຍູ້ການ​ຮ່ວມ​ມື​​ໃນ​ດ້ານ​ການ​ລົງ​ທຶນນ​ແລະ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ແລວ​ທາງເສດຖະກິດ​ແຕ່​ນານ​ນິງຫາ​ສິງກະ​ໂປ, ທ່ານ​ກ່າວ​ວ່າ ຈະ​ສືບຕໍ່​ອອກ​ແຮງ​ສະຫນັບສະຫນູນ​ເຂດ​ກວາງຊີ​ຮ່ວມ​ມື​ກັບປະ​ເທດ​ລາວ​ໃນ​ຂົງ​ເຂດ​ການ​ຄ້າ​ການ​ລົງທຶນ​ແລະ​ວັດທະນະທຳ​ຢ່າງຮອບ ດ້ານ.ທ່ານ​ເວົ້າ​ວ່າ:

ເຂດ​ກວາງຊີ​ກັບປະ​ເທດ​ລາວ​ຢູ່​ໃກ້​ກັນ, ຂະ​ແຫນງ​ການ​ດ້ານ​ຊັບ​ພະຍາ ກອນ​ຕ່າງໆ​ຂອງ​ສອງ​ຝ່າຍ​ມີ​ທ່າ​ແຮງ​ທີ່​ສາມາດ​ຕ່າງ​ຊ່ວຍ​ຊູ​ຍູ້​ຫນູນ​ກັນ,​ເຂດ​ກວາງຊີ​ກັບປະ​ເທດ​ລາວ​ມີ​ຄວາມ​ປາຖະຫນາໃນ​ການ​ຮ່ວມ​ມື​,​ແລະ​ການ​ຮ່ວມ​ມື​ກໍ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ມະຫາສານ. ອີງ​ຕາມ​ນ້ຳ​ໃຈ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ເຂດ​ກວາງຊີ​ຈະ​ຍົກ​ການ​ຮ່ວມ​ມື​ລະຫວ່າງ​ສອງຝ່າຍ​ໃຫ້ຂຶ້ນ​ສູ່​ລະດັບ​ໃຫມ່.

​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ການ​ແນະນຳ​ກ່ຽວ​ກັບ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງ​ທຶນ​ແລະ​ເຂດ​ເສດຖະກິດຂອງ​ເຈົ້າ​ຫນ້າ​ທີ່​ປະ​ເທດ​ລາວ​ໄດ້​ໃຫ້​ນັກທຸລ​ະກິດ​ຈີນ​ມີ​ຄວາມ​ສົນ​ໃຈ​ຢ່າງ​ສູງ, ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ,ນັກທຸລະ ກິດ​ຈີນ​ທີ່​ຢາກ​ໄປ​ລົງ​ທຶນ​ຢູ່ປະ​ເທດ​ລາວ​ນັ້ນ​ພາກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ອັນ​ໄດ້​ສ້າງ​ບັນຍາກາດ​ທີ່​ຄຶກ​ຄື້ນຫລາຍ.​ໃນ​ນັ້ນ, ຜູ່​ຕາງຫນ້າ​ຂອງ​​ໂຮງງານ​ຜະລິດ​ແປ້ງມັນ​ໄດ້​ສະ​ແດງ​ຄວາມ​ຫວັງ​ທີ່​ຢາກ​ໄປ​ລົງທຶນ​ຢູ່​ລາວ.ທ່ານ​ເວົ້າ​ວ່າ:

ພວກ​​ເຮົາ​ຢາກ​ຜ່ານ​ການ​ໄປ​ສ້າງ​ໂຮງງານ​ຢູ່​ປະ​ເທດ​ລາວ​ແລ້ວ​ສາມາດ​ຊ່ວຍ​ພັດທະນາທ້ອງ​ຖີ່​ນັ້ນ, ​ແລະ​ປັບປຸງ​ສະພາບ​ການ​ຂອງ​ປະຊາຊົນ ລາວ. ພວກ​ເຮົາ​ເຊື່ອ​ວ່າ​ພວກ​ເຮົາຈະ​ສາມາດ​ເຮັດ​ໃນ​ສິ່ງ​ນັ້ນ​ໄດ້.


1 2 3 4 5 6 7