ຈັດ​ເວທີ​ປຶ​ກສາ​ຫາລື​ການ​ຄ້າ​ການ​ລົງທຶນ​ຈີນ​ລາວ

(GMT+08:00) 2012-09-24 16:25:36     cri

ລັດຖະບານ​ລາວ​ບໍ່​ພຽງ​ແຕ່​​ໄດ້​ລົງ​ມືສ້າງ​ຕັ້ງ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ແລະ​ກົດຫມາຍ​ທີ່​ກ່ຽວຂ້ອງ​ທໍ່​ນັ້ນ, ​ໃນ​ຫລາຍ​ປີ​ມໍ່ໆ​ມາ​ນີ້, ຍັງ​ໄດ້​ເພີ່ມ​ທະວີ​ການ​ກໍ່ສ້າງ​ເຂດ​​ເສດຖະກິດ​ພິ​ເສດ​ແລະ​ເຂດ​ເສດຖະກິດ​ສະ​ເພາະ.ນາງ​ບູທາ ຄັດ​ຕິ​ຍາ, ​ເລຂາ​ຄະນະ​ກຳມະກາ​ນຄຸ້ມຄອ​ງ​ເຂດ​​ເສດຖະກິດ​ພິ​ເສດ​ແຫ່ງ​ຊາດ​ລາວ,ທີ່​ມາ​ຮ່ວມ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ກ່າວ​ວ່າ:

ນິຕິ​ກຳ​ດັ່ງກ່າວ​ນັ້ນ​ໄດ້​ຮັບຮອງ​ຈາກ​ລັດຖະບານ​ແລະ​ສະພາ​ແຫ່ງ​ຊາດຢ່າງ​ຖືກຕ້ອງ​ຕາມ​ກົດຫມາຍ,​ແລ້ວ​ກໍ່​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ຊາດ​ລາວ​ເພື່ອ​ຄຸ້ມ​ຄອງ​ແລະ​ຄົ້ນຄວ້າ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດພິ​ເສດ​ຢູ່​ລາວດ້ວຍ​ການ​​ເປັນ​ປະ​ທານ​ຂອງ​ທ່ານຮອງ​ນາຍົກລັດຖະມົນຕີ,ຜູ່​ຊີ້​ນຳ​ວຽກ​ງານເສດຖະກິດ​ແລະ​ມີ​ບັນດາ​ທ່ານ​ລັດຖະມົນຕີ​,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ທີ່​ກ່ຽວຂ້ອງ​,​ເຈົ້າ​ແຂວງ,​ເຈົ້າ​ຄອງ​ນະຄອນຫລວງ​ທີ່​ເຮັດ​ເຂດ​ເສດຖະກິດ​ພິ​ເສດຕັ້ງຢູ່​ນັ້ນ​ເປັນ​ກຳມະການ​ນຳ,​ເປັນ​ຫຍັງ​ຈິ່ງ​ມີ​ຫລາຍ​ທ່ານ​ເຂົ້າ​ຮ່ວມ​ກ່ຽວ​ກັບ​ວຽກ​ງານ​ດັ່ງກ່າວ​ກໍ່​ແມ່ນ​ຍ້ອນ​ວ່າ​ເລື່ອງ​ໃຫມ່​ພວກ​ເຮົາ​ຕ້ອງການ​ໃຫ້​ມີ​ການ​ພັດທະນາ​ໄວ,ດັ່ງ​ນັ້ນ​ຈິ່ງ​ມີ​ການ​ປະກອບ​ຢ່າງ​ມີ​ຫລາຍ​ພາກສ່ວນ.

ປັດຈຸບັນ, ປະ​ເທດ​ລາວ​ມີ​ເຂດ​ເສດຖະກິດ​ພິ​ເສດ​ແລະ​ເຂດ​ເສດຖະກິດ​ສະ​ເພາະ 10 ​ແຫ່ງ, ​ໃນ​ນັ້ນ, ​​ເຂດ​ເສດຖະກິດ​ພິ​ເສດ 2 ​​ແຫ່ງ​ແລະ​ເຂດ​ເສດຖະກິດ​ສະ​ເພາະ 8 ​ແຫ່ງ.​ແຂວງ​ຄຳ​ມ່ວນ​ເທື່ອ​ນີ້​ໄດ້​ຖືກ​ປະ​ເທດ​ລາວ​ເລືອກ​ເປັນ"​ເມື​ອງສະ​ເຫ​ນ່"​ເພື່ອ​ໂຄສະນາ​ເປັນ​ພິ​ເສດ, ​ແຂວງ​ຄຳ​ມ່ວນ​ມີ​ເຂດ​ເສດຖະກິດ​ພິສ​ເດ​ສອງ​ແຫ່ງ, ທ່ານ​ສົມ​ໃຈ ​ເພັດ​ສີນ​ວນ,ຮອງ​ເຈົ້າ​ແຂວງ​​ແຂວງ​ຄຳ​ມ່ວນ​​ໃຫ້​ຮູ້​ວ່າ:

ຕໍ່​ການ​ລົງທຶນ​ຂອງ​ນັກ​ລົງທຶນ​ພາຍ​ໃນ​​ແລະຕ່າງປະ​ເທດ​ຢູ່​ໃນ​ແຂວງ​ຄຳ​ມ່ວນ, ພວກ​ຂ້າພະ​ເຈົ້າ​ຖື​ວ່າ​ມາ​ຮອດ​ໄລຍະ​ນີ້,ກໍ່​ໄດ້​ມີ​ນັກ​ລົງທຶນ​ຂອງ​ຫລາຍ​ປະ​ເທດ​ເຂົ້າ​ມາ​ລົງທຶນ,ມີ​ທັງ​ໄທ,ຫວຽດນາມ​ມີ​ທັງ​ຈີນ,​ໂດຍ​ສະ​ເພາະ​ລາຍ​ໃຫຍ່​ກວ່າ​ຫມູ່​ກໍ່​ແມ່ນ​ນັກ​ລົງທຶນ​ຈີນ​ເປັນ​ສ່ວນ​ໃຫຍ່ທີ່​ຢູ່​ໃນ​ທ່າ​ຂະຫຍາຍ​ໂຕດີ​ພໍ​ສົມຄວນ, ມັນ​ເປັນ​ສິ່ງ​ຫນຶ່ງ​ທີ່​ອຳ​ນວນ​ຄວາ​ມສະດວກ​ໃຫ້​ແກ່​ຫລາຍ​ດ້ານ, ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ,ພັດທະນາ​ເສດຖະກິດ,ທາງ​ສັງຄົມ​ແລະ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

1 2 3 4 5 6 7