ການ​ໄດ້​ແລະ​ການ​ເສຍ

(GMT+08:00) 2014-01-22 21:09:53     cri

ໃນ​ຊີວິດຂອງ​ຄົນ​ເຮົາ, ​ຖ້າວ່າ​​ເຮົາ​ສະຫຼະ​ສ່ວນ​ໜຶ່ງແລ້ວ, ກໍ່​ຫວັງ​ຢາກ​​ໃຫ້​ມີ​ສິ່ງ​ຕອບ​ແທນ​. ຄົນ​ບູຮານ​ຈີນ​ມັກເວົ້າ​ວ່າ: ມີ​ການ​ຄາດ​ໄຖ​ກໍ່​ຍ່ອມມີ​ການ​ເກັບ​ກ່ຽວ. ທຳ​ມະ​ດາ​ແລ້ວ, ​ໃນ​ຊີວິດ​ສັງຄົມ, ຄວາມ​ເວົ້າ​ນີ້​ແມ່ນ​ເໝາະ​ສົມທີ່​ສຸດ. ​​ເຮົາທຸ່ມ​​ເທເຮື່ອ​ແຮງ, ຄາດ​ໄຖ​ຢ່າງ​ດຸ​ໝັ່ນ​ແລ້ວ, ກໍ່​ຈະ​ໄດ້ຮັບຜົນ​ເກັບ​ກ່ຽວ​ພືດ​ພັນ​ທັນ​ຍາ​ຫານ. ​ເມື່ອ​​ສະຫຼະ​ເວລາຮ່ຳຮຽນ​, ​ເຮົາກໍ່​ຍ່ອມ​ຈະໄດ້​ຮັບ​ຄວາມ​ຮູ້ຄວາມ​ສະຫຼາດ. ​ເມື່ອ​ໃຊ້​ສະຕິ​ປັນຍາ, ​​ທຸ່ມ​ເຫື່ອ​ເທ​ແຮງ​ເຮັດ​ວຽກ, ກໍ່​ຈະ​ໄດ້​ຮັບ​ຜົນງານ. ສຸພາສິດ​ລາວ​ເວົ້າ​ວ່າ: "ໝູ​ໄປ​ໄກ່​ມາ", ​ໃນ​ການ​ຄົບ​ຄ້າ​ສະມາຄົມ, ຖ້າວ່າ​ເຮົາ​ມອບ​ຄວາມ​ຈິງ​ໃຈ​ໃຫ້​ຜູ້​ອື່ນ, ກໍ່​ຍ່ອມ​ຈະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ໃຫ້​ການຊ່ວຍ​ເຫຼືອ​ແກ່​ຜູ້​ອື່ນກໍ່​ຈະ​ໄດ້​ຮັບ​ຄວາມ​ຮູ້​ບຸນຄຸນ.

ໃນ​ເວລາ​ຄົນ​ເຮົາ​ໄດ້​ຮັບສິ່ງ​ໃດ​ສິ່ງ​ໜຶ່ງ​ຈາກ​ຜູ້​ອື່ນ, ​​ແນ່ນອນ​ຈະ​ຮູ້ສຶກ​ດີ​ໃຈ. ​ແຕ່​ວ່າ, ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ໂລກ​ນີ້​, ບາງ​ເທື່ອ​ກໍ່ສັບສົນ​ກວ່າ​ທີ່​ເຮົາ​ຄິດ, ການ​ໃຫ້​ກັບ​ການ​​ໄດ້​ບໍ່​ແມ່ນ​ວ່າ​ຈະ​ເທົ່າ​ທຽມ​ກັນ​ສະ​ເໝີ​ໄປ, ​ຖ້າ​ເປັນ​ດັ່ງ​ນີ້, ຈິດ​ໃຈ​ເຮົາ​ກໍ່ຈະບໍ່​ທຸ່ນ​ທ່ຽງ, ຮູ້ສຶກ​ອຸກ​ໃຈ, ຈົນ​ກະທັ້ງມັກ​ຈົ່ມ​ວ່າ.

ຈີນ​ຍັງ​ມີ​ຄຳ​ບູຮານ​ຄວາມ​ໜຶ່ງ​ວ່າ: "​ຍາມ​ໂຊກ​ດີ​ມີ​ເຄາະ​ຮ້າຍ​ແຝງ​​ຢູ່, ​ຍາມ​​ເຄາະຮ້າຍ​ກໍ່​ມີ​​ໂຊກ​ດີ​ຕາມ​ມາ". ໝາຍ​ຄວາມ​ວ່າ ​​ໂຊກ​ດີ​ກັບເຄາະ​ຮ້າຍ​ຕ່າງ​ເພິ່ງ​ພາ​ອາ​ໄສ​ກັນ, ສາມາດ​ຫັນປ່ຽນ​ໄດ້, ​ເລື່ອງ​ດີ​ກໍ່​ສາມາດ​ປ່ຽນ​ເປັນຜົນ​ຮ້າຍ, ​ເລື່ອງ​ຮ້າຍ​ກໍ່​ສາມາດ​ກາຍ​ເປັນ​ໂຊກດີ. ການ​ເສຍກັບ​ການ​ໄດ້, ​ແຕ່​ໃດ​ມາມັນ​ກໍ່​ບໍ່​ກົງກັນຈັກ​ເທື່ອ, ​ເໝືອນ​ດັ່ງ​ສອງ​ໜ້າ​ຂອງ​ເງິນຫຼຽນ, ຕ່າ​ເພິ່ງ​ພາ​ອາ​ໄສ​ກັນ. ​​ເວລາ​ເຮົາ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ແລະ​ດີ​ອົກ​ດີໃຈ​ນຳ​ສິ່ງ​ທີ່ຕົນ​ໄດ້​ຮັບ​ນັ້ນ, ​ເຮົາ​ອາດຈະ​ບໍ່​​ໄດ້​ຄຶດ​ເລີຍ​ວ່າ, ​ໃນ​ອະນາ​ຄົດ, ​ເຮົາອາດ​ຈະ​ຕ້ອງ​ເສຍ​ຄ່າ​ຕອບ​ແທນຫຼາຍ​ກວ່ານີ້​ອີກ, ​ແຕ່​ພ້ອມ​ນີ້, ເວລາ​ເຮົາ​ອຸກ​ໃຈ​ຍ້ອນ​​ເສຍສິ່ງ​ໃດ​ສິ່ງ​ໜຶ່ງ, ​ແລະ​ກິນ​ແໜງ​ແຄງ​ໃຈ​ຢູ່​ນັ້ນ, ມັນ​ຄື​ວ່າ ​ເຮົາ​ໄດ້​ເສຍ​ຫາຍ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ, ​ແຕ່​ທ່ານ​ຮູ້​ບໍ່, ​ພ້ອມ​ນີ້, ທ່ານ​ກໍ່​ໄດ້​ຮັບປະສົບ​ການອັນ​ລ້ຳຄ່າ​ແລະບົດຮຽນທີ່​ດີ​ຢ່າງ​ຫຼວງຫຼາຍ, ນີ້​ກໍ່​ແມ່ນ​ຊັບ​ສົມ​ບັດ​ອັນ​ປະ​ເສີດ​​ໃນ​ຊີວິດ​ຕໍ່​ໄປ​ຂອງ​ເຮົາ.

ຄົນ​ເຮົາ​ບໍ່​ອາດຄວບຄຸມ​ການ​ປ່ຽນ​ແປງ​ຂອງ​ເຫດການ​ໂລກ​ພາຍ​ນອກ​ ​ໄດ້, ສິ່ງ​ທີ່​ເຮົາ​ສາມາດ​ປ່ຽນ​ແປງ​ນັ້ນ, ມີ​ແຕ່​ເຮົາ​ເອງ, ສະ​ນັ້ນ, ບໍ່​ວ່າ​ເກີດເລື່ອງ​ຫຍັງ​ໃນ​ຊີວິດ, ໄດ້​ຮັບກໍ່​ຢ່າ, ​ເສຍ​ຫາຍກໍ່​ຢ່າ, ຍາມ​ໃດ​ກໍ່​ຕ້ອງ​ຮັກສາ​ຄວາມ​ໃຈ​ເຢັນ, ຍາມ​ໄດ້ ກໍ່​ຢ່າ​ດີ​ໃຈ​ຈົນ​ເກີນ​ສ່ວນ, ຍາມ​ເສຍ​ກໍ່​ບໍ່​ຕ້ອງ​ເສຍ​ໃຈ​ຈົນເກີນ​ໄປ, ​ເພາະວ່າ, ​ເລື່ອງ​ເຫຼົ່ານີ້​ບໍ່​ແມ່ນ​ຈຸດ​ຈົບ, ຫາກ​ແມ່ນ​ຈຸດ​​ເລີ່​ມຕົ້ນ​ໃໝ່, ການ​ຮູ້​ເລີ່ມຕົ້ນ​ໃໝ່​, ອາດ​ຈະ​ແມ່ນ​ທ່າ​ທີ​ທີ່​ສະຫຼາດກວ່າ.

ຜູ້ຮູ້ໃຈກັນ...                                                                   ຄວາມ​ຫ່າງເຫີ​ນ​ກັນ...