ຢູ່ເທິງມະຫາສະໝຸດທີ່ກ້ວງໃຫຍ່ , ມີດອນນ້ອຍໆແຫ່ງໜຶ່ງ, ຢູ່ເທິງດອນນ້ອຍໆແຫ່ງນີ້ ມີອາລົມຈິດຕ່າງໆອາໄສຢູ່, ເຊັ່ນວ່າ: ຄວາມດີໃຈ, ຄວາມໂສກເສົ້າ, ຄວາມຮັກແລະອື່ນໆ.
ມີມື້ໜຶ່ງ, ເຂົາເຈົ້າໄດ້ຍິນຂ່າວວ່າ, ດອນນ້ອຍແຫ່ງນີ້ໃກ້ຈະຈົມແລ້ວ. ສະນັ້ນ, ຜູ້ໃດກໍໄດ້ກຽມເຮືອໄວ້ເພື່ອໜີຈາກດອນນີ້ໄປ. ມີແຕ່ຄວາມຮັກທີ່ຍັງຫວັງວ່າ ດອນນ້ອຍອາດຈະບໍ່ຈົມ, ຈຶ່ງຢາກລໍຖ້າຈົນຮອດນາທີສຸດທ້າຍ.
ບໍ່ດົນ ດອນນ້ອຍແຫ່ງນັ້ນກໍ່ຈະຈົມອີ່ຫຼີແລ້ວ, ຄວາມຮັກບໍ່ມີເຮືອ, ຈຳເປັນຕ້ອງເອີ້ນຫາຜູ້ອື່ນມາຊ່ອຍ.
ໃນຂະນະນີ້ ຄວາມຮັ່ງມີຂີ່ເຮືອໃຫຍ່ລຳໜຶ່ງຜ່ານມາ.
ຄວາມຮັກຖາມວ່າ: ຄວາມຮັ່ງມີເອີ້ຍ, ເຈົ້າພາຂ້ອຍໄປນຳໄດ້ບໍ່?
ຄວາມຮັ່ງມີຕອບວ່າ: ບໍ່, ໃນເຮືອຂ້ອຍ, ມີເງິນມີຄຳ ມີເພັດນີນຈິນດາເຕັມໄປໝົດ, ບໍ່ມີບ່ອນຫວ່າງໃຫ້ເຈົ້ານັ່ງດອກ.
ອີກບໍ່ດົນ, ຄວາມຫຼູຫຼາຂີ່ເຮືອອັນສວຍງາມລຳໜຶ່ງຜ່ານມາ, ຄວາມຮັກກໍ່ຖາມວ່າ: ອ້າຍຫຼູຫຼາ, ອ້າຍຊ່ວຍນ້ອງແດ່ໄດ້ບໍ່?
ຄວາມຫຼູຫຼາຕອບວ່າ: ອ້າຍຊ່ວຍນ້ອງບໍ່ໄດ້, ນ້ອງປຽກໝົດໂຕ ຈະເຮັດໃຫ້ເຮືອງາມຂອງອ້າຍເປີເປື້ອນ. ແລ້ວກໍ່ຂີ່ເຮືອຈາກໄປ.
1 2 3