ມີ​ແຕ່​ເວລາ​ຈຶ່ງ​ສາມາດ​ທົດ​ສອບ​ຄວາມ​ຮັກ​ອັນ​ຈິງ​ໃຈ​ໄດ້

(GMT+08:00) 2014-01-22 21:18:56     cri




"​ເວລາ​ຫວະ?" ຄວາມ​ຮັກ​ຖາມ​ວ່າ: "ເປັນ​ຫຍັງ​ເພິ່ນຍິນ​ດີຊ່ອຍ​ເຫຼືອນ້ອງ?"

ຄວາມ​ຮູ້​ຕອບ​ວ່າ: ​ເພາະວ່າ ມີ​ແຕ່​ເວລາ​ຈຶ່ງ​ເຂົ້າ​ໃຈຄວາມ​ຍິ່ງ​​ໃຫຍ່​ຂອງ​ຄວາມ​ຮັກ​ໄດ້……

ກໍ່​ຄື​ດັ່ງ​ທີ່​​​ເວົ້າໃນ​ນິທານ​ເລື່ອງ​ນີ້, ສິ່ງ​ທີ່​ສາມາດ​ຮັບ​ເອົາ​ຄວາມ​ຮັກ​ໄດ້​ນັ້ນ, ບໍ່​ແມ່ນ "ຄວາມ​ຮັ່ງມີ" ຫຼື "ຄວາມ​ງາມ", "ຄວາມຫຼູຫຼາ" ທີ່​ສາມາດ​ຕົບ​ແຕ່ງ​ປະດັບ​ປະດາ​ໃຫ້ຄວາມ​ຮັກງົດງາມ​ຈົນ​ເຫຼື້ອມ​ໃສ, ກໍ່ບໍ່​ແມ່ນ "ຄວາມ​ໂສກ​ເສົ້າ" ທີ່​ເຮັດ​ໃຫ້​ຄວາມ​ຮັກ​ປະກົດ​ວ່າ​ໂລ​ແມນ​ຕິກ, ​ແລະ​ກໍ່​ບໍ່​ແມ່ນ "ຄວາມ​ມ່ວນ​ຊື່ນ" ທີ່​ສາມາດ​ເສີມ​ບັນຍາກາດ​ໃຫ້​ຄວາມ​ຮັກ​ມ່ວນ​ຊື່ນ​ຊົ່ວຄາວ, ສິ່ງ​ທີ່​ສາມາດ​ຮັບ​ເອົາ​ແລະທົດ​ສອບ​ຄວາ​ມຮັກ​​ໄດ້​ນັ້ນ​, ມີ​ແຕ່​ເວລາ.

​ແມ່ນ​ແທ້, ຄວາມ​ຮັ່ງມີ​ແລະ​ຄວາມຫຼູຫຼາມີໜ້າ​ມີ​ຕາ, ສາມາດ​ສ້າງ​ຄວາມ​ຮຸ່ງ​ເຮືອງ​ດ້ານ​ນອກ, ມັນ​ອາດ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ສະອອນ​ນຳ. ​ແຕ່​ເມື່ອ​ດົນ​ແລ້ວ,​ຄວາມຮຸ່ງ​ເຮືອງດ້ານ​ນອກ​ອາດ​ຈະ​ເຮັດ​ໃຫ້​ຕົນ​ເອງ​ຮູ້ສຶກ​ມີ​ແຕ່​ຄວາມ​ເປົ່າ​ປ່ຽວ​ທີ່​ບໍ່​ຮູ້​ສາ​ເຫດ. ອັນ​ນີ້​ກໍ່​ຄື​ກັບ​ການໃສ່​ເກີບ, ​ເບິ່ງ​ຮູບ​ນອກ, ບໍ່​ວ່າ​ເກີບ​​ເຮົາງາມ​ສ່ຳ​ໃດ, ລາຄາ​ແພງ​​ເທົ່າ​ໃດ, ຜູ້​ອື່ນອິດສາ​​ເຮົາຫຼາຍປານ​ໃດກໍ່ຕາມ, ​ເກີບ​ຄູ່​ນີ້​ໃສ່​ສະບາຍຫຼືບໍ່, ມີ​ແຕ່​​ເຮົາເອງ​ທີ່​ຮູ້.

​ແຕ່​ອັນ​ນີ້​ກໍ​ບໍ່​ໝາຍ​ຄວາມ​ວ່າ​ ມີ​ແຕ່​ຄວາມ​ຮັກ​ທີ່​ຮັກສາ​ໄດ້​ດົນ​ນານ​ ຈຶ່ງ​ແມ່ນ​ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່, ຂໍ​ແຕ່ວ່າ​ແມ່ນ​ຄວາມ​ຮັກ​ອັນ​ຈິງ​ໃຈ, ​ເວລາ​​ເຖິງຈະ​ສັ້ນ​​​ເທົ່າ​ໃດ, ​​ໃນ​ໃຈ​ຂອງ​ພວກ​ເຮົາ, ມັນ​ກໍ່​ຍືນ​ຍົງ​​ໄດ້ຄື​ກັນ. ຄວາມ​ຮັກອັນແທ້​ຈິງ​ນັ້ນ, ​ເມື່ອ​ໄດ້​ຜ່ານ​ຄວາມ​ຖືກຄວາມ​ຜິດ, ຄວາມ​ຮັກ​ຄວາມ​ຊັງ, ຄວາມ​ມ່ວນ​ຄວາມ​​ເສົາໂສກ​ເປັນ​ເວລາຫຼາຍ​ປີ​ແລ້ວ, ​ຍິ່ງຈະ​ປະກົດ​ວ່າ​ໃໝ່​ອ່ຽມ​. ​ໃນ​ຊີວິດຫຼາຍສິບ​ປີ​ຂອງ​ຄົນ​ເຮົາ, ຈະ​​ໄດ້​ພົບຄົນທີ່​ບໍ່​ປ່ຽນ​ໃຈແລະ​ຄວາມ​ຮັກທີ່​​ແທ້​ຈິງນັ້ນບໍ່ຫຼາຍປານ​ໃດ, ຖ້າວ່າ​ທ່ານ​ໂຊກ​ດີ, ​ໄດ້​ພົບ​ແລ້ວ, ກໍ່ຂໍ​ໃຫ້​ທ່ານ​ຖະໜອມ​ຫວງ​ແຫນ​ຄົນ​ຜູ້​ນັ້ນແລະ​ຄວາມຮັກ​ເຫຼົ່ານັ້ນ, ​ເພາະ​ມັນ​ເປັນ​ຂອງຂວັນ​ລ້ຳ​ຄ່າ​ທີ່​ສຸດ​ທີ່​ຊີວິດ​ມອບ​ໃຫ້​ທ່ານ​.



1 2 3