ມີ​ແຕ່​ເວລາ​ຈຶ່ງ​ສາມາດ​ທົດ​ສອບ​ຄວາມ​ຮັກ​ອັນ​ຈິງ​ໃຈ​ໄດ້

(GMT+08:00) 2014-01-22 21:18:56     cri



ບຶດໜຶ່ງ ຄວາມ​ໂສກ​ເສົ້າ​ຜ່ານ​ມາ, ຄວາມ​ຮັກ​ກໍ່​ຂໍ​ຄວາມ​ຊ່ວຍ​ເຫຼືອນຳ​ລາວວ່າ: ອ້າຍ​ໂສກ​ເສົ້າ ນ້ອງຂໍ​ໄປ​ນຳອ້າຍ​​ໄດ້​ບໍ່?

ຄວາມ​ໂສກ​ເສົ້າ​ຕອບ​ວ່າ: ​ໂອ້​ຍ ຄວາມ​ຮັກ​ເອີ້​ຍ, ຕອນ​ນີ້​ອ້າຍ​ໂສກ​ເສົ້າຫຼາຍ ອ້າຍ​ຢາກ​ຢູ່​​ຜູ້​ດຽວ, ຢ່າ​ມາ​ລົບ​ກວນ​ອ້າຍ.

ບຶດໜຶ່ງ ຄວາມ​ມ່ວນ​ຊື່ນ​ກໍ່ຂີ່​ເຮືອ​ຜ່ານ​ມາ, ​ແຕ່​ວ່າ​ລາວ​ມ່ວນ​ຊື່ນ​ດີ​ໃຈ​ໂພດ ຈົນ​ບໍ່​ໄດ້​ຍິນສຽງ​ຮ້ອງ​ຂອງ​ຄວາມ​ຮັກ.

​ໃນ​ຄາວ​ນັ້ນ ມີ​ສຽງ​ໜຶ່ງ​ຮ້ອງ​ຂຶ້ນ​ວ່າ: ມາ​ພີ້ ຄວາມ​ຮັກ, ອ້າຍ​ຈະ​ພາ​ນ້ອງ​ໄປ.

​ເພິ່ນ​ແມ່ນ​ຜູ້​ອາວຸ​ໂສ​ຜູ້​ໜຶ່ງ, ຄວາມ​ຮັກ​ດີ​ໃຈຫຼາຍທີ່​ມີ​ຄົນຍິນ​ດີ​ຊ່ອຍຕົນ​ເອງ, ​ຈົນ​ລືມຖາມ​ຊື່​ຂອງ​ຜູ້​ອາວຸ​ໂສຜູ້​ນັ້ນ.

ຕໍ່​ມາ, ຄວາມ​ຮັກ​ມີຄວາມ​ຮູ້ສຶກ​ຮູ້ບຸນ​ຄຸນຕໍ່​ຜູ້​ອາວຸ​ໂສ​ຜູ້​ນີ້ຫຼາຍ, ສະ​ນັ້ນ, ຈຶ່ງ​ໄປ​ຖາມ​ຄວາມ​ຮູ້​ ຊຶ່ງ​ແມ່ນ​ຜູ້​ອາວຸ​ໂສ​ອີກ​ຜູ້​ໜຶ່ງ​ວ່າ, ຜູ້​ທີ່ຊ່ອຍຕົນ​ນັ້ນ​ແມ່ນ​​ໃຜ, ຄວາມ​ຮູ້​ບອກ​ວ່າ ​ຜູ້​ອາວຸ​ໂສ​ຜູ້​ນັ້ນ​ຊື່ວ່າ——​ເວລາ.



1 2 3