ຈີນ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ລາວ​ໃກ້​ຈະ​ສຳ​ເລັດ​ແລ້ວ

(GMT+08:00) 2012-10-08 17:32:35     cri

ຫໍປະຊຸມແຫ່ງຊາດລາວ

ຕາມCRIລາຍງານ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບຄັ້ງ​ທີ9ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ພະຈິກ​ປີ​ນີ້​ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ.​ໃນ​ຖານະ​ເປັນ​​ເຈົ້າພາບ​ຈັດ​ກອງ​ປະຊຸມ,ລັດຖະບານ​ລາວກຳລັງ​ຕັ້ງໜ້າ​ກະກຽມ​ໃນ​ດ້ານ​ຕ່າງໆ​ເພື່ອ​ກອງ​ປ​ະຊຸມ​ສຸດ​ຍອດ​ຄັ້ງ​ນີ້.​ໃນນັ້ນ,ຫໍ​ປະຊຸມ​ແຫ່ງ​ຊາດ​ລາວ​ທີ່​ເປັນ​ສະຖານ​ທີ່​ຕົ້ນຕໍ​ໃນ​ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບ​ໃນ​ຄັ້ງ​ນີ້​ກໍ່​ໃກ້​ຈະ​ສ້າງ​ສຳ​ເລັດ​ແລ້ວ.ຕາມ​ໄດ້​ຊາບ,ຫໍ​ປະຊຸມ​ແຫ່ງ​ຊາດ​​ແມ່ນ​ໂຄງການ​ທີ່​ລັດຖະບານ​ຈີນ​ຊ່ວຍ​ເຫຼືອ​ລ້າ​​ໃຫ້​ແກ່​ລັດຖະບານ​ລາວ,ພາຍຫຼັງ​ສ້າງ​ສຳ​ເລັດ​ແລ້ວ​ຈະ​ກາຍ​ເປັນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບປີ2012​.​ເມື່ອກ່ອນ​ໜ້າ​ນີ້10​ເດືອນ​,ຢູ່​ແຫ່ງ​ນີ້​​​ແມ່ນ​ດິນ​ບ່ອນໜຶ່ງ​ທີ່​ເປັນ​ດິນ​ຕ່ຳ,​ເຕັມ​ໄປ​ດ້ວຍ​ຕົ້ນ​ຫຍ້າ​ປ່າ​ຄາ​ແຫ່ງ​ໜຶ່ງ​ເທົ່າ​ນັ້ນ​ແຕ່​ພາຍຫຼັງ10​ເດືອນ​ຜ່ານ​ໄປ​,ສູນ​ປະຊຸມ​ແຫ່ງ​ຊາດ​ທີ່​ສະຫງ່າ​ງາມ​ໄດ້​ສ້າງ​ຕັ້ງ​ຂຶ້ນຢູ່​ດິນ​ດອນ​ບ່ອ​ນນີ້.

ບ່ອນທີ່ຈະກໍ່ສ້າງຫໍປະຊຸມແຫ່ງຊາດລາວ

1 2 3 4