ຈີນ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ລາວ​ໃກ້​ຈະ​ສຳ​ເລັດ​ແລ້ວ

(GMT+08:00) 2012-10-08 17:32:35     cri

ຫໍປະຊຸມແຫ່ງຊາດທີ່ກຳລັງກໍ່ສ້າງຢູ່

ຫໍ​ປະຊຸມ​ແຫ່ງ​ຊາດ​ລາວ​ຕັ້ງ​ຢູ່​ເຂດ​ໃຈກາງ​​ເມືອງ​ນະຄອນຫຼວງ​ວຽງ​ຈັນ,​ຕິດກັບ​ທາງ​ເລກ13,​ໃກ້​ ​ກັບ​ຫໍພິພິດທະພັນ​ໄກສອນ​ພົມວິຫານ​ແລະ​ສຳນັກງານຫ້ອງວ່າການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.ຫໍ​ປະຊຸມ​ແຫ່ງ​ຊາດ​ລາວ​ກວມ​ເນື້ອ​ທີ່​ປະມານ7​ໝຶ່ນຕາ​ແມັດ,ສິ່ງ​ກໍ່ສ້າງ​ທັງ​ໝົດ​ກວມ​ເນື້ອ​ທີ່​ປະມານ2ໝື່ນ5000​ຕາ​ແມັດ,​ຍອດ​ມູນ​ຄ່າ​ການ​ລົງທຶນ​ໃນ​ໂຄງການ​ນີ້​ມີ​ເຖິງ450​ລ້ານ​ຢວນ.ທ່ານ​ເມີ້​ງຊາວ ວິສະວະກອນ​ລະດັບ​ສູງ​ທັງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ກໍ່​ສ້າງ​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ລາວຊຶ່ງ​ມີ​ບໍລິສັດ​ໃຫຍ່​ໂຄງການ​ກໍ່ສ້າງ​ຈີນ​ເປັນ​ຜູ້​ກໍ່ສ້າງນັ້ນ​ກ່າວ​ວ່າ:ຫໍ​ປະຊຸມ​ແຫ່ງ​ຊາດ​ຕົ້ນຕໍ​ແມ່ນ​ລວມທັງ​ຫ້ອງ​ອະ​ເໜກປະສົງ​ທີ່​ສາມາດ​ບັນຈຸ​ປະມານ1500​ກວ່າ​ຄົນ,​ຫ້ອງ​ໂຖງ​ໃຫຍ່​ຮັບ​ແຂກ,ຫ້ອງ​ປະຊຸມ​ສຸດ​ຍອດ500​ບ່ອນ​ນັ່ງ,​ຫ້ອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ,ຫ້ອງ​ຖະ​ແຫຼ​ງຂ່າວ,ຫ້ອງ​ເຈລະຈາ​ສອງ​ຝ່າຍ16​ຫ້ອງ,ຫ້ອງ​ກຽດຕິຍົດ​ຫຼື​ຫ້ອງ​ແຂກVIP3ຫ້ອງ,​ຫ້ອງ​ນັກ​ຂ່າວ,ຫ້ອງ​ສຳນັກ​ງານ​ເລຂານຸການ​ແລະ​ອື່ນໆ,ຊຶ່ງ​ສູນ​ປະຊຸມ​ສາມາດ​ບັນຈຸ​​ຄົນ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ເຖິງ3000​ຄົນ.ທ່ານ​ກ່າວ​ວ່າ:

"ສິ່ງກໍ່ສ້າງ​ແຫ່ງ​ນີ້​ເປັນ​ສິ່ງ​ກໍ່ສ້າງ​ອັນ​ໃຫຍ່​ໂຕ​,ຈັດ​ວາງ​ຢ່າງ​ສົມ​ເຫດ​ສົມ​ຜົນ,​ໃຊ້​ລະດັບ​​ເຕັກນິກສູງ​ສົມຄວນ,ຕົວຢ່າງ​ວ່າ,​ເພດານ​ສູງ10​ແມັດ,​ໃຫຍ່​​ໂຕ​ມະ​ໂຫລານ,​ເວົ້າ​ລວມ​ແລ້ວ,ທຸກ​ພາກສ່ວນ​ຂອງ​ສິ່ງ​ກໍ່ສ້າງ​ແມ່ນ​ກົມກຽວ​ກັນ​ກັບ​ສິ່ງ​ກໍ່ສ້າງ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​ເຊັ່ນ​ຫໍພິພິດທະພັນ​ໄກສອນ​ພົມວິຫານ,ຫ້ອງ​ວ່າການສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວດັ່ງ​ນີ້​​ເປັນ​ຕົ້ນ."

1 2 3 4