ຈີນ​ຊ່ວຍ​ເຫຼືອ​ກໍ່​ສ້າງ​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ລາວ​ໃກ້​ຈະ​ສຳ​ເລັດ​ແລ້ວ

(GMT+08:00) 2012-10-08 17:32:35     cri

ປະຕູໃຫຍ່ຂອງຫູປະຊຸມແຫ່ງຊາດ

ຕາມ​ຂ່າວ​ແຈ້ງວ່າ,ສູນ​ປະຊຸມ​​ແຫ່ງ​ຊາດ​​ແມ່ນ​ເລີ່​ມລົງມື​ກໍ່ສ້າງ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ທັນວາ​ປີ 2011,ຕາມ​ປົກກະຕິ​ແລ້ວ,​ໂຄງການ​ກໍ່ສ້າງ​ທີ່​ມີ​ຂະໜາດ​ໃຫຍ່​ແບບ​ນີ້​ຢ່າງ​ໜ້ອຍຕ້ອງ​ໃຊ້​​ເວລາ 2 ປີ​ຫາ 2 ປີ​ເຄິ່ງຈຶ່ງຈະສຳ​ເລັດ.​ແຕ່​ເພື່ອ​ຮັບປະກັນ​ໃຫ້​ໂຄງ​ການ​ດັ່ງກ່າວສຳ​ເລັດ​ຕາມ​ເວ​ລາ​ກຳນົດທັງ​ມີ​ຄຸນ​ນະ​ພາບ​ທີ່​ດີ,ກຸ່ມບໍລິສັດ​ໂຄງການ​ກໍ່ສ້າງ​ຈີນ​ໄດ້​ນຳ​ໃຊ້​ກຳ​ລັງ​ທັງ​ໝົດ​ທີ່​ກ່ຽວ​ພັນ​ເຖິງ​ໂຄງການ​ນີ້​ໃນ​ກຸ່ມ​ບໍ​ລິ​ສັດ,​ຄື:ການ​ອອກ​ແບບ,ການ​ກໍ່​ສ້າງ,ການ​ກະກຽມ​ແລະ​ຂົນ​ສົ່ງ​ວັດ​ສະ​ດຸ​ກໍ່​ສ້າງ​,ການສະໜອງແຮງ​ງານ​ແລະ​ອື່ນໆ.ທ່ານ​ເມິ້ງ​ຊ່າວ​ແຈ້ງໃຫ້​ຮູ້​ວ່າ:​ໃນ​ເວ​ລາ​ກໍ່​ສ້າງ​ຕົວ​ຈິງ​ນັ້ນ,​ກຳ​ມະ​ກອນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ອາກາດ​ຮ້ອນ​ອົບ​ເອົ້າ​ແລະ​ປຽກ​ຊຸ່ມ,​ໂດຍ​ໄດ້​ໃຊ້​ຮູບ​ການແບ່ງ​ເປັນ​ຫຼາຍ​ຈຸ​ແລ້ວ​ເຮັດ​ວຽກ​ຜັດ​ປ່ຽນ​ກັນ​ຕະ​ຫຼອດ 24 ຊົ່ວ​ໂມງ,ພະຍາຍາມ​ສຸດ​ຂີດ​ເພື່ອ​ເລັ່ງ​ລັດ​ການ​ກໍ່​ສ້າງ,​ໃນ​ສະ​ຖານ​ທີ່​ກໍ່​ສ້າງ,​ກຳ​ມະ​ກອນ​ເຮັດ​ວຽກ​ນຳ​ກັນ​ຫຼາຍ​ທີ່​ສຸດມີ​ເຖິງ 1500 ກວ່າ​ຄົນ,ຍອດ​ຈຳນວນ​ເທື່ອ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ໂຄງການ​ນີ້​ມີ​ເກືອບ​2500​ເທື່ອ​ຄົນ.ນາງ​ພູນ​ທີ່ຢູ່​ບ້ານ​ຈອມ​ມະ​ນີ​ເຊິ່ງ​ຢູ່​ໃກ້​ກັບ​ສະ​ຖານ​ທີ່​ກໍ່ສ້າງ​ຫໍ​ປະຊຸມ​ແຫ່ງ​ຊາດ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ກຳມະກອນ​ຈີນ​ທີ່​ໄດ້​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ​ຂະ​ຫຍັນ.​ນາງ​ກ່າວ​ວ່າ:"​​ເຂົາ​ເຈົ້າ​ເຮັດ​ວຽກ​ເມື່ອຍ​ຫຼາຍ,​ທັງດຸ​ໝັ່ນ​ຫຼາຍ,​ພະ​ຍາ​ຍາມ​ອົດ​ທົນ,​ເຮັດ​ວຽກ​ຕະ​ຫຼອດ​24​ຊົ່ວ​ໂມງ,​ພວກ​ເຮົາ​ນັບ​ຖື​ຫຼາຍ."

ຫ້ອງປະຊຸມທີ່ກຳລັງຕົບແຕ່ງຢູ່

ທ່ານ​ນາງ​ປູ້ຈ້ຽນກົວ,​ເອກ​ອັກຄະ​ລັດຖະທູດ​ຈີນປະຈຳ​ລາວ​​ເຄີຍ​ໄປຢື້​ຢາມ​ຖາມ​ຂ່າວ​ຕໍ່​ຜູ້​ຮັບຜິດຊອບ​ແລະ​ພະນັກງານ​ເຕັກນິກຂອງ​ໂຄງການ​ນີ້​ຢູ່​ສະຖານ​ທີ່​ກໍ່ສ້າງ​ຫຼາຍ​ເທື່ອ,ນາງ​ກ່າວ​ວ່າ,ສູນປະຊຸມ​​ແຫ່ງ​ຊາດ​ລາວ​ແມ່ນ​ໝາກຜົນ​ຂອງ​ມິດຕະພາບ​ອັນ​ເລິກ​ເຊິ່ງລະຫວ່າງ​ສອງ​ປະ​ເທດ​ລາວ​ແລະ​ຈີນ,ເປັນຄວາມ​ທະ​ນົງ​ຕົວ​ຂອງປະຊາຊົນ​ລາວ​ແລະ​ປະຊາຊົນ​ຈີນ.ການ​ສຳ​ເລັດ​ໂຄງການນີ້,ຈະ​ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ລາວ​ໃນ​ການເປັນ​ເຈົ້າພາບຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບ​ໃຫ້​ສຳ​ເລັດ​ຜົນ,​ສູນ​ປະຊຸມ​ນີ້​ບໍ່​ພຽງ​ແຕ່​ຈະ​ກາຍ​ເປັນຫຼັກ​ໝາຍ​ໃໝ່​ທີ່​ເປັນ​ສັກ​ຂີ​ພິ​ຍານ​ທີ່​ລາວ​ໄດ້​ກ້າວ​ເຂົ້າ​ສູ່​ເວທີ​ສາກົນ​ເທົ່າ​ນັ້ນ,ຍັງ​ຈະ​ເປັນ​ອະ​ນຸສາວະລີ​ທີ່​ລະ​ລຶກ​ເຖິງ​ມິດຕະພາບ​ຈີນ​ລາວທີ່ຕັ້ງ​ຢູ່​ໃຈກາງ​ນະຄອນຫຼວງ​ວຽງ​ຈັນ.​

1 2 3 4