ພູ​ໄຟ​ Etna ​ຢູ່ອີ​ຕາ​ລີ​ໄດ້​ລະ​ເບີດ​ຂຶ້ນ​​ແລະ​ພົ່ນອາ​ຍນໍ້າ​ທີ່​ເປັນຮູບ​ວົງມົນອອກ​ມາ
2013-11-19 20:01:43  cri 

ວັນ​ທີ 11 ພະຈິກ​ນີ້, ພູ​ໄຟ"Etna"ທີ່​ຕັ້ງຢູ່​ເກາະ​ສິສິລີ​ຂອງ​ອີ​ຕາ​ລີ​ໄດ້ລະ​ເບີດ​ຂຶ້ນຢ່າງ​ຮຸນ​ແຮງ ​ແລະ​ພົ່ນອາຍ​ນໍ້າ​​ທີ່​ເປັນຮູບ​ວົງມົນອອກ​ມາໃຕ້​ທ້ອງຟ້າ​ສີຄາມ, ຈໍານວນ​ໜຶ່ງ​ມີ​ເສັ້ນ​ຜ່າ​ກາງ​ຍາວ​ເຖິງ​ຫລາຍສິຍ​ແມັດ. ປັດ​ຈຸ​ບັນນີ້, ອາ​ຍນໍ້າ​ທີ່​ເປັນຮູບ​ວົງ​ມົນ​ເຫລົ່າ​ນີ້​ກໍາລັງ​ຍ້າຍ​ໄປ​ທາງ​ທິດຕາ​ເວັນ​ອອກ​ຕາມ​ກະແສລົມ​​.

ຕາມ​ການ​ຄາດ​ຄະ​ເນ, ກາ​ນພົ່ນ​ອາ​ຍນໍ້າ​ທີ່​ເປັນຮູບ​ວົງ​ມົນແມ່ນເຫດການທີ່​ບໍ່​ຄ່ອຍ​ມີໃຫ້ເຫັນ​ແມ່ນຍ້ອນ​ວ່າການ​ລະ​ເບີດ​ໄດ້​ປ່ຽນ​ແປງ​​ໂຄງ​ປະ​ກອບ​ປາກຂອງ​ພູ​ໄຟ, ມີຄວາມເປັນໄປໄດ້ຫລາຍທີ່ຈະ​​ປ່ຽນ​ເປັນ​ຮູບ​ວົງມົນ, ເນື່ອງຈາກ​ວ່າ​ສາ​ເຫດ​ດ້ານ​​ຟິຊິກຂອງ​ເລື່ອງ​ນີ້​ສັບສົນ​ຫລາຍ, ນັກວິທະຍາສາດ​ຍັງ​ບໍ່​ສາມາດ​ຮູ້ໄດ້ວ່າ​​ເປັນ​ຫຍັງພູ​ໄຟ​ໜ່ວຍ​ນີ້ຈຶ່ງສາມາດ​ພົ່ນ​ອາ​ຍນໍ້າ​ທີ່​ເປັນຮູບ​ວົງ​ມົນອອກ​ມາໄດ້. ​ເຂົາ​ເຈົ້າກໍາລັງສືບ​ຕໍ່ຄົ້ນ​ຄວ້າຫາ​ສາ​ເຫ​ດ.

ທີ່​ຈິງ​ແລ້ວ, ນີ້​ບໍ່​​ແມ່ນ​ຄັ້ງ​ທໍາ​ອິດ​ທີ່ພູ​ໄຟ"Etna" ພົ່ນອາ​ຍນໍ້າ​ທີ່​ເປັນຮູບ​ວົງ​ມົນ ອອກ​ມາ. ​ໃນ​ຊຸມ​ປີ 70 ຂ​ອງສະຕະ​ວັດ​ທີ 20 ​​ເຄີຍ​ມີ​ການ​ບັນທຶກ​ທີ່​ຄ້າຍຄື​ກັນນີ້, ​ໃນ​ນັ້ນ, ການພົ່ນອອກ​ອາ​ຍນໍ້າ​ທີ່​ເປັນຮູບ​ວົງມົນຈະ​ແຈ້ງ​ທີ່​ສຸດ​ແມ່ນ​​ໃນ​ປີ 2000. ພູ​ໄຟ"Etna"​ເປັນ​ພຸ​ໄຟ​ທີ່​ສູງ​ທີ່ສຸດ​ແລະ​​ເຄື່ອນ​ໄຫວ​ຫລາຍ​ທີ່​ສຸດ​​ໃນ​ເອີຣົບ ​ເນື່ອງ​ຈາກ​ວ່າ​ມັນ​ຕັ້ງ​ຢູ່​ເຂດຕໍ່ແດນ​ລະຫວ່າງ​ແຜ່ນດິນ​ເອີຣົບກັບ​​ແຜ່ນດິນ​ອາ​ຟຼິກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ